ວິທີການບອກລັກສະນະຈຳເພາະ ແລະ ຫຼີກເວັ້ນການຫລອກລວງໂດຍປອມຕົວໃນຄຣິບໂຕ

2021-11-01

ຖ້າທ່ານເຄີຍໄດ້ຮັບໂທລະສັບ ຫຼື ຂໍ້ຄວາມທີ່ບໍ່ຕ້ອງການ ຈາກຄົນທີ່ທ່ານບໍ່ຮູ້ຈັກ, ທ່ານຄວນອ່ານບົດຄວາມນີ້ຕໍ່. ໃນຂະນະທີ່ຫຼາຍສາຍໂທລະສັບ ແລະ ຂໍ້ຄວາມ ແມ່ນມາຈາກນັກການຕະຫຼາດຜ່ານໂທລະສັບ (Telemarketers), ສາຍໂທລະສັບ ແລະ ຂໍ້ຄວາມອີກຈຳນວນໜຶ່ງອາດມາຈາກ ນັກຫຼອກລວງຜ່ານໂທລະສັບ ທີ່ພະຍາຍາມລັກເອົາ ສັບຊິນຂອງຜູ້ເຄາະຮ້າຍທີ່ຮູ້ເທົ່າບໍ່ເຖິງການ. ການປອມຕົວເພື່ອຫຼອກລວງ ໄດ້ກາຍເປັນເລື່ອງປົກກະຕິ, ມີຄົນທຳມະດາ, ນັກລົງທຶນ ແລະ ຜູ້ໃຊ້ສະກຸນເງິນຄຣິບໂຕຕົກເປັນເປົ້າໝາຍ. ການປອມຕົວເພື່ອຫຼອກລວງທັງໝົດ ແມ່ນປະຕິບັດໃນຮູບແບບທີ່ຄ້າຍຄືກັນ: ມີຄົນຕິດຕໍ່ຫາທ່ານໂດຍອ້າງວ່າເປັນອີກຄົນໜຶ່ງ. ໃນບາງກໍລະນີ, ນັກຫຼອກລວງເລົ່ານີ້ອາດຈະທຳທ່າເປັນເຈົ້າໜ້າທີ່ພາສີ, ເປັນພະນັກງານລັດ, ແລະ ແມ້ກະທັ້ງເປັນສະມາຊິກໃນຄອບຄົວ.

ຜູ້ໃຊ້ Binance ຄວນລະມັດລະວັງຕໍ່ນັກປອມຕົວທີ່ບໍ່ດີເລົ່ານີ້ ທີ່ປອມເປັນພະນັກງານຂອງ Binance ເພື່ອເຮັດໃຫ້ທ່ານໄວ້ວາງໃຈ ແລະ ລັກເອົາຂໍ້ມູນທີ່ສຳຄັນຂອງທ່ານ. ຂໍ້ຄວາມເລົ່ານີ້ມາໃນຫຼາຍຮູບແບບທີ່ແຕກຕ່າງກັນ ແລະ ມີອົງປະກອບທີ່ເຮັດໃຫ້ຈຳແນກໄດ້ຍາກວ່າເປັນຂໍ້ຄວາມຈາກ Binance ແທ້ບໍ. ໃນບົດຄວາມນີ້, ທ່ານຈະໄດ້ຮຽນຮູ້ ວິທີການທີ່ນັກປອມຕົວເພື່ອຫຼອກລວງປະຕິບັດການ ແລະ ວິທີທີ່ທ່ານສາມາດປ້ອງກັນບັນຊີ Binance ຂອງທ່ານ.

 5 ການຫຼອກລວງໃນຄຣິບໂຕ ແລະ ວິທີທີ່ຈະຫຼີກເວັ້ນ

1 ການຫຼອກລວງຜ່ານຂໍ້ຄວາມ ແລະ Whatsapp.

ຕາມການລາຍງານຂອງຜູ້ໃຊ້ Binance ໃນປະເທດມາເລເຊຍ ນີ້ແມ່ນວິທີການຫຼອກລວງທີ່ຖືກນຳໃຊ້ຫຼາຍທີ່ສຸດ. ຜູ້ໃຊ້ລະບົບ ຈະໄດ້ຮັບຂໍ້ຄວາມຈາກນັກຫຼອກລວງ ທີ່ປອມຕົວເປັນພະນັກງານຂອງ Binance. ເນື້ອໃນຂໍ້ຄວາມຈະອ້າງວ່າບັນຊີຂອງທ່ານກຳລັງຖືກແຮັກເກີ້ໂຈມຕີ ແລະ ພະນັກງານຂອງ Binance ທີ່ມີເລກລະຫັດພະນັກງານສະເພາະ (ປອມ) ຈະຕິດຕໍ່ຫາທ່ານຜ່ານທາງ WhatsApp ເພື່ອຊ່ວຍປ້ອງກັນບັນຊີ Binance ຂອງທ່ານ.

ຫຼັງຈາກນັ້ນ ນັກຫຼອກລວງຄົນດຽວກັນກໍ່ຈະສົ່ງຂໍ້ຄວາມ WhatsApp ຫາຜູ້ໃຊ້, ເພື່ອກະຕຸ້ນໃຫ້ເຂົາສົ່ງຫຼຽນ ໄປບັນຊີທີ່ປອດໄພ ແລະ ຖືກຮັບຮອງຈາກ Binance. ຜູ້ໃຊ້ທີ່ຕົກເປັນເຍື່ອກໍ່ຈະສົ່ງຫຼຽນໄປໃຫ້ນັກຫຼອກລວງ. ຫຼັງຈາກນັ້ນ, ນັກຫຼອກລວງກໍ່ຈະປິດກັ້ນພວກເຂົາໃນ WhatsApp ແລະ ເບີໂທກໍ່ຈະບໍ່ສາມາດຕິດຕໍ່ໄດ້ໃນທັນທີ.

 

ທ່ານຈະປ້ອງກັນຕົວເອງຈາກການຫຼອກລວງຜ່ານ Whatsapp ແລະ ຂໍ້ຄວາມແບບໃດ

ຢ່າງເດັດຂາດບໍ່ຄວນຕອບຂໍ້ຄວາມໃດໆ ຈາກຜູ້ທີ່ອ້າງວ່າເປັນພະນັກງານຂອງ Binance. ປິດກັ້ນ ແລະ ລາຍງານເບີດັ່ງກ່າວໃຫ້ ທີມງານຄວາມປອດໄພຂອງ Binance ພາຍຫຼັງທີ່ທ່ານໄດ້ຮັບຂໍ້ຄວາມ. ພະນັກງານຂອງ Binance ຈະບໍ່ຖາມລາຍລະອຽດຂອງບັນຊີຂອງທ່ານ ຜ່ານທາງ WhatsApp, ຂໍ້ຄວາມ, ອີເມວ, ຫຼື ຊ່ອງທາງອື່ນໆ.

2 ການຫຼອກລວງເອົາລະຫັດຢືນຢັນ

ການຫຼອກລວງເອົາລະຫັດຢືນຢັນ ແມ່ນໜຶ່ງໃນການຫຼອກລວງທີ່ຖືກໃຊ້ຫຼາຍທີ່ສຸດໃນຂະແໜງການເງິນ. ໃນໄລະຍາຜ່ານມາ, ການຫຼອກລວງແບບນີ້ໄດ້ພົ້ນເດັ່ນຂື້ນຫຼາຍຢູ່ໃນວົງການຄຣິບໂຕ ໃນປະເທດມາເລເຊຍ. ຕາມທຳນຽມແລ້ວ, ມາດຕະການຄວາມປອດໄພເຊັ່ນ ການພິສູດໂດຍຢືນຢັນ 2 ຄັ້ງ ແລະ ການຢືນຢັນດ້ວຍລະຫັດຄັ້ງດຽວ ຈະເຮັດໃຫ້ນັກຫຼອກລວງພົບກັບຄວາມຫຍຸ້ງຍາກ ໃນເວລາທີ່ຈະຖອນຊັບສິນຂອງຜູ້ໃຊ້ອອກຈາກ Binance, ເຖິງແມ່ນວ່າພວກເຂົາຈະມີລະຫັດເຂົ້າສູ່ລະບົບກໍ່ຕາມ.

ນັກຫຼອກລວງທີ່ປະສົບຜົນສຳເລັດໃນການເຂົ້າເຖິງບັນຊີ Binance ຂອງຜູ້ໃຊ້  ອາດຈະສາມາດເລີ່ມຂັ້ນຕອນການຖອນໄດ້. ຢ່າງໃດກໍ່ຕາມ, ພວກເຂົາຈະບໍ່ສາມາດຮັບເງິນສົດໄດ້ ຈົນກວ່າຈະປ້ອນລະຫັດຢືນຢັນ. ເມື່ອລະຫັດຖືກສົ່ງໄປຫາເບີໂທລະສັບຂອງຜູ້ໃຊ້ໂດຍກົງ, ນັກຫຼອກລວງກໍ່ຈະປອມຕົວເປັນພະນັກງານຂອງ Binance ໃນ Whatsapp ແລະ ຈະພະຍາຍາມໂນ້ມນ້າວໃຫ້ທ່ານເອົາລະຫັດໃຫ້. ພວກເຂົາອາດອ້າງວ່າຕ້ອງໃຊ້ລະຫັດເພື່ອປ້ອງກັນບັນຊີຂອງທ່ານ

ທ່ານຈະປ້ອງກັນຕົວເອງຈາກການຫຼອກລວງເອົາລະຫັດຢືນຢັນແບບໃດ

ຖ້າທ່ານໄດ້ຮັບລະຫັດຢືນຢັນ ໂດຍທີ່ບໍ່ໄດ້ມີການເລີ່ມເຮັດທຸລະກຳ, ເດັດຂາດກະລຸນາຢ່າເອົາລະຫັດໃຫ້ກັບຄົນທີ່ອ້າງວ່າເປັນພະນັກງານຂອງ Binance. Binance ຈະບໍ່ຮ້ອງຂໍລະຫັດຢືນຢັນຂອງທ່ານ ເພື່ອປ້ອງກັນບັນຊີທ່ານ, ທ່ານຄວນຮັກສາລະຫັດຈາກແຮັກເກີ້, ຫຼື ສິ່ງອື່ນໆ.

3 ການຫຼອກລວງຜ່ານ URL (Phishing).

ກ່ອນໜ້າການຫຼອກລວງຜ່ານຂໍ້ຄວາມ ແລະ ການຫຼອກລວງເອົາລະຫັດຢັ້ງຢືນ ຈະແຜ່ລາມໃນອຸດສາຫະກຳຄຣິບໂຕ, ການຫຼອກລວງຜ່ານ URL (Phishing) ແມ່ນເປັນອີກທາງເລືອກໜຶ່ງ ທີ່ນິຍົມໃຊ້ທີ່ສຸດໃສກຸ່ມນັກຫຼອກລວງ. ສິ່ງທີ່ພວກເຮັດ ແມ່ນພຽງແຕ່ຫຼອກລວງ ໃຫ້ຄົນກົດລິ້ງທີ່ຖືກສົ່ງໄປໃຫ້. ໂດຍປົກກະຕິ, ນັກຫຼອກລວງດ້ວຍ URL (Phishing) ຈະສົ່ງອີເມວຈາກທີ່ຢູ່ປອມທີ່ຄ້າຍຄືກັບອີເມວ Binance. ພວກເຂົາອາດຈະຂໍໃຫ້ທ່ານປັບປຸງລະຫັດຜ່ານຂອງທ່ານ ເພື່ອສືບຕໍ່ໃຊ້ Binance, ເຂົ້າລະບົບເພື່ອຮັບລາງວັນ, ຫຼື ຂຽນຂໍ້ຄວາມທີ່ລໍ້ລວງໃຫ້ທ່ານເຂົ້າສູ່ລະບົບບັນຊີຂອງທ່ານ.

ໂດຍປົກກະຕິ, ການຫຼອກລວງຜ່ານ URL (Phishing) ແມ່ນຈະຖືກສົ່ງຜ່ານອີເມວ ແລະ ບາງແຮກເກີ້ທີ່ຢູ່ Malaysia ແມ່ນຈະສົ່ງຜ່ານຂໍ້ຄວາມ. ພວກເຂົາຈະສົ່ງຂໍ້ຄວາມທີ່ມີເນື້ອໃນທີ່ເຮັດໃຫ້ເຂົ້າໃຈຜິດ ພ້ອມກັບລິ້ງທີ່ໃຫ້ທ່ານເຂົ້າຫາບັນຊີ. ລິ້ງນີ້ຈະໂອນທ່ານໄປຫາເວັບໄຊປອມ ທີ່ຄ້າຍຄືກັບ Binance. ຫຼັງຈາກທີ່ທ່ານຕື່ມຂໍ້ມູນການເຂົ້າສູ່ລະບົບ,  ແຮກເກີ້ກໍ່ຈະໄດ້ຮັບຂໍ້ມູນທຸກຢ່າງທີ່ພວກເຂົາຕ້ອງການໃນຄວບຄຸມບັນຊີຂອງທ່ານ.

ວິທີຫຼີກເວັ້ນການຫຼອກລວງຜ່ານ URL (Phishing)

ໃຫ້ເຂົ້າສູ່ລະບົບຜ່ານເວັບໄຊ Binance ທີ່ເປັນທາງການ ໂດຍນຳໃຊ້ browser ທີ່ທັນສະໄໝ. ປົກກະຕິແລ້ວ Browser ເລົ່ານີ້ຈະແຈ້ງເຕືອນເມື່ອມີຄົນພະຍາຍາມນໍາໃຊ້ລິ້ງ URL (Phishing) ຫຼື ເວັບໄຊ້ປອມ. ໃຫ້ເປີດໃຊ້ການພິສູດໂດຍຢືນຢັນ 2 ຄັ້ງ ໃນບັນຊີ Binance ຖ້າທ່ານຍັງບໍ່ທັນໄດ້ປະຕິບັດເທື່ອ. Binance ມີລະຫັດຕ້ານການ phishing ທີ່ທ່ານສາມາດເພີ່ມເຂົ້າໃນບັນຊີຂອງທ່ານ ເພື່ອເພີ່ມຄວາມປອດໄພອີກລະດັບໜຶ່ງ.

4 ການຫຼອກລວງວ່າບັນຊີຖືກລະງັບ

ຜູ້ໃຊ້ Binance ໄດ້ລາຍງານປະສົບການ ກັບນັກຫຼອງລວງທີ່ອ້າງວ່າເປັນເຈົ້າໜ້າທີ່ລັດ ຫຼື ແມ້ກະທັງເປັນພະນັກງານຂອງ Binance. ນັກຫຼອກລວງເລົ່ານີ້ຈະສົ່ງຂໍ້ຄວາມທີ່ຂົ່ມຂູ່ວ່າ ບັນຊີຂອງທ່ານຈະຖືກລະງັບແບບຖາວອນ ຖ້າທ່ານບໍ່ປະຕິບັດຕາມຄຳແນະນຳຂອງພວກເຂົາ.  ຫຼັງຈາກທີ່ຂໍ້ຄວາມຖືກສົ່ງໄປ, ຜູ້ໃຊ້ລະບົບ ກໍ່ຈະໄດ້ຮັບໂທລະສັບ ທີ່ຂໍໃຫ້ພວກເຂົາບອກລະຫັດທີ່ຢູ່ໃນຂໍ້ຄວາມ. 

ນັກຫຼອກລວງຍັງສາມາດອ້າງໄດ້ອີກວ່າ ບັນຊີຂອງທ່ານໄດ້ຖືກລະງັບແລ້ວ ແລະ ພະນັກງານ Binance ຈະຕິດຕໍ່ທ່ານຜ່ານ WhatsApp ເພື່ອຊ່ວຍແກ້ໄຂບັນຫາດັ່ງກ່່າວ. ໃນກໍລະນີໃດກໍ່ຕາມ, ຫ້າມບໍ່ໃຫ້ທ່ານປະຕິບັດຕາມຄຳແນະນຳຂອງພວກເຂົາ ຫຼື ບໍ່ດັ່ງນັ້ນທ່ານຈະເສຍຊັບສິນທັງໝົດໃນບັນຊີ.

ທ່ານຈະປ້ອງກັນຕົວເອງຈາກການຫຼອກລວງວ່າບັນຊີຂອງທ່ານຖືກລະງັບໄດ້ແນວໃດ

ຄວນຄຳນຶງວ່າ, Binance ຈະບໍ່ຂໍໃຫ້ທ່ານກົດລິ້ງໃດໜຶ່ງ ຫຼື ປ້ອນລະຫັດ ເພື່ອປົດລັອກບັນຊີຂອງທ່ານ. ດັ້ງນັ້ນ, ບໍ່ຕ້ອງສົນໃຈ, ປິດກັ້ນ, ແລະ ລາຍງານ ຂໍ້ຄວາມທີ່ມິລັກສະນະດັ່ງກ່າວ, ເຖິງແມ່ນວ່າຈະມີລະຫັດພະນັກງານ Binance ຢູ້ໃນຂໍ້ຄວາມ. ນັກຫຼອກລວງເລົ່ານີ້ຈະສ້າງລະຫັດປອມຂື້ນມາ ຫຼຶ ອາດຈະຄັດລອກມັນມາຈາກ ພະນັກງານຂອງ Binance.

5 ການຫຼອກລວງຜ່ານລະຫັດ QR

ນີ້ແມ່ນອີກວິທີໜຶ່ງທີ່ຫຼອກລວງວ່າບັນຊີຖືກລະງັບ. ການຫຼອກລວງແບບນີ້ ຈະມີລະຫັດ QR ຢູ່ໃນຂໍ້ຄວາມ Whatsapp ທີ່ບອກວ່າບັນຊີຂອງທ່ານກຳລັງຖືກກວດສອບ ຫຼື ຖືກລະງັບ ເນື່ອງຈາກມີກິດຈະກຳທີ່ໜ້າສົງໄສ. ຫຼັງຈາກນັ້ນພວກເຂົາຈະຕິດຕໍ່ທ່ານ ຜ່ານ WhatsApp ໂດຍປອມຕົວເປັນພະນັກງານ Binance, ເຊິ່ງກໍ່ຄ້າຍຄືກັບການຫຼອກລວງວິທີອື່ນໆ.

ທ່ານຈະໄດ້ຮັບຂໍ້ຄວາມ WhatsApp ທີ່ກະຕຸ້ນໃຫ້ຢືນຢັນບັນຊີຂອງທ່ານ. ນັກຫຼອກລວງຈະສົ່ງລະຫັດ QR ພ້ອມຄຳແນະນຳກ່ຽວກັບວິທີການສະແກນ ແລະ ສົ່ງລະຫັດເພື່ອເປີດບັນຊີຂອງທ່ານຄືນ. ທັນທີທີ່ທ່ານປະຕິບັດຕາມຄຳແນະນຳ, ນັກຫຼອກລວງຈະສາມາດເຂົ້າເຖິງບັນຊີຂອງທ່ານ ແລະ ຖອນເງິນໃນບັນຊີອອກ.

 ທ່ານຈະປ້ອງກັນຕົວເອງຈາກການຫຼອກລວງຜ່ານລະຫັດ QR ໄດ້ແນວໃດ

ວິທີທີ່ດີທີ່ສຸດໃນການປ້ອງກັນຕົວເອງຈາກວິທີການຫຼອກລວງນີ້ ແມ່ນໃຫ້ຫຼີກເວັ້ນການພົວພັນກັບ ພະນັກງານ Binance ທີ່ປອມຕົວມາ. ຖ້າທ່ານກັງວົົນກ່ຽວກັບສະຖານະບັນຊີຂອງທ່ານ, ທ່ານສາມາດເຂົ້າສູ່ລະບົບ Binance ໄດ້ໂດຍກົງຈາກ browser ທີ່ທັນສະໄໝ.

ເຄັດລັບເພີ່ມເຕີມເພື່ອປ້ອງກັນບັນຊີຂອງທ່ານຈາກນັກຫຼອກລວງທີ່ປອມຕົວເປັນ Binance.

ບໍ່ວ່າທ່າຈະເປັນພໍ່ຄ້າທົ່ວໂລກ, ຜູ້ໃຊ້ P2P, ຫຼື ຜູ້ຊື້ຂາຍໃນ Spot, ທ່ານຄວນມີມາດຕະການທີ່ປົກປ້ອງບັນຊີຂອງທ່ານ. ນັກຫຼອກລວງທີ່ປອມຕົວ ກໍາລັງຊອກຫາ ແລະ ປັບປຸງວິທີທີ່ຈະເຂົ້າຫາສັບຊິນຂອງທ່ານ. ທັນທີທີ່ເຂົາສາມາດເຂົ້າເຖິງບັນຊີຂອງທ່ານ, ທ່ານຈະບໍ່ສາມາດກູ້ຊັບສິນຄືນໄດ້. ພວກເຮົາມີຄຳແນະນຳເພີ່ມເຕີມເພື່ອປ້ອງກັນບັນຊີ Binance ຂອງທ່ານດັ່ງລຸ່ມນີ້.

  • ຢືນຢັນບັນຊີ Binance ຂອງທ່ານ, ຖ້າທ່ານຍັງບໍ່ທັນໄດ້ຢືນຢັນ.

  • ເປີດນຳໃຊ້ ການພິສູດໂດຍຢືນຢັນ 2 ຄັ້ງ ໃນບັນຊີ Binance ຂອງທ່ານ

  • ຮັກສາລະຫັດເຂົ້າສູ່ລະບົບຂອງທ່ານໃຫ້ດິີ. ບໍ່ຄວນໃຫ້ໃຜຮູ້ລະຫັດນີ້ - ລວມທັງໝູ່ສະໜິດຂອງທ່ານ.

  • ບໍ່ຕ້ອງສົນໃຈຂໍ້ຄວາມ, ໂທລະສັບ, ອີເມວ, ຫຼື ຂໍ້ຄວາມ WhatsApp ທີ່ມາຈາກຄົນທີ່ອ້າງວ່າເປັນພະນັກງານຂອງ Binance ຫຼື ເຈົ້າໜ້າທີ່ທາງກົດໝາຍ.

  • ລາຍງານກິດຈະກຳທີ່ໜ້າສົງໄສຕໍ່ Binance ຜ່ານເວັບໄຊ. ທ່ານສາມາດຕິດຕໍ່ພວກເຮົາໄດ້ຜ່ານຊ່ອງທາງການສົນທະນາສົດ (Live Chat).

  • ຖ້າທ່ານມີຄວາມກັງວົນ ຫຼື ຄຳຖາມ, ກະລຸນາຕິດຕໍ່ຫາ Binance ຜ່ານທີ່ຢູ່ອີເມວທີ່ຖືກກຳນົດໄວ້.

  • Binance ຈະບໍ່ຂໍໃຫ້ທ່ານສົ່ງເງິນໃຫ້ພະນັກງານ ເພື່ອປົດລ້ອກບັນຊີຂອງທ່ານ ຫຼື ເພື່ອເຂົ້າຮ່ວມແຄມເປນ

  • ອ່ານຂໍ້ມູນໃນເວັບໄຊຂອງພວກເຮົາເພື່ອຢືນຢັນຕົວຕົນພະນັກງານຂອງ Binance. ທ່ານສາມາດຊອກຫາອີເມວ, ເບີໂທ, ຫຼື Telegram ID ຂອງຜູ້ທີ່ຕິດຕໍ່ຫາທ່ານ.

ສະຫຼຸບ

ໃນເວລາທີ່ນັກຫຼອກລວງສາມາດເຂົ້າເຖິງຊັບສິນຂອງທ່ານ ຜ່ານຂໍ້ຄວາມ ຫຼື ອີເມວຫຼອກລວງ, ຈະບໍ່ມີໃຜສາມາດກູ້ຄືນມາໄດ້ (ລວມທັງ Binance), ເພາະທຸລະກຳໃນຄຣິບໂຕບໍ່ສາມາດປ່ຽນກັບຄືນໄດ້. ທ່ານຄວນປະຕິບັດຕາມຄຳແນະນຳຂອງພວກເຮົາ ເພາະມັນຈະດີກວ່າການທີ່ທ່ານສູນເສຍຊັບສິນ. ເມື່ອທ່ານໄດ້ຮູ້ຈັກກັໍບ ວິທີການຫຼອກລວງທີ່ນິຍົມໃຊ້ໂດຍນັກຫຼອກລວງ ໃນປະເທດມາເລເຊຍແລ້ວ, ສິ່ງທີ່ດີທີ່ສຸດທີ່ທ່ານສາມາດເຮັດໄດ້ ແມ່ນການປ້ອງກັນຕົວເອງ ໂດຍປະຕິບັດຕາມຄຳແນະນຳ ໃນບົດຄວາມນີ້. Binance ຈະບໍ່ສົ່ງຂໍ້ຄວາມຫາທ່ານ ແລະ ຖາມຂໍ້ມູນທີ່ສຳຄັນຂອງທ່ານຢ່າງເດັດຂາດ ບໍ່ວ່າຈະດ້ວຍເຫດຜົນໃດກໍ່ຕາມ.

 ຖ້າທ່ານຕ້ອງການທີ່ຈະຮຽນຮູ້ເພີ່ມເຕີມກ່ຽວກັບວິທີການຫຼິີກເວັ້ນການຫຼອກລວງ, ທ່ານສາມາດອ່ານບົດຄວາມຂ້າງລຸ່ມນີ້ໄດ້:

262,197,100 users chose us. Find out why today.
Register Now