How to Start Trading Crypto in Laos on Binance ສຳລັບຄົນລາວ
🚨ກ່ອນອື່ນເຮົາມາເບິ່ງກັນກ່ອນວ່າເລືອກແພັດຟອມໃດດີໃນການຊື້-ຂາຍ?
ນະຕອນນີ້ແພັດຟອມຊື້-ຂາຍເງິນດິຈິຕອນ (Exchange )ມີຫຼາຍກວ່າ20exchanges ສາມາດເຊັກໄດ້ໃນເວັບໄຊ້ Coin MarketCap ເຮັດການຈັດອັນດັບໂດຍປະລິມານການເທຮດໃນຕະຫຼາດ. 3ອັນດັບຕົ້ນໃນເວລານີ້ມີ Binance , Coinbase Exchange ແລະ OKX ຕາມລຳດັບ.
CoinMarketCap.com
🚨ການເລືອກໃຊ້ແພັດຟອມຕ້ອງເລືອກແນວໃດ?
ເພື່ອເປັນການຫຼຸດຄວາມສ່ຽງໃນການປ້ອງກັນເງິນເຮົາການໃຊ້ແພັດຟອມອັນດັບຕົ້ນໆເປັນໜຶ່ງທາງເລືອກແລະຊ່ວຍຕັດສິນໃຈໄດ້ງ່າຍຂຶ້ນ.
🚨ເປັນຫຍັງຕ້ອງໃຊ້ Binance
Binance ເປັນແພັດຟອມຊື້-ຂາຍອັນດັບ1ຂອງໂລກໂດຍທີ່ມີປະລິມານການຊື້ຂາຍຕໍ່ມື້ຫຼາຍກວ່າ 19.000M$+,ຜູ້ໃຊ້ງານຫຼາຍທີ່ສຸດປະຈຸບັນບັນລຸໄປໄດ້ 200M users ຄົນລາວສາມາດໃຊ້ງານໄດ້ປົກກະຕິ. ປັດຈຸບັນBinanceຍັງຄົງເປັນອັນດັບທີ1ຂອງໂລກ score 9.9
Binance ເປີດຊື້-ຂາຍຫຼຽນຫຼາຍກວ່າ350+ສະກຸນ. ສະກຸນຫຼັກກໍຄື Bitcoin(BTC) , Ether(ETC) , Binance(BNB) , Dogecoin(DOGE) ແລະ ອື່ນໆ. ສາມາດເລືອກເທຮດໄດ້ໃນຫຼາຍຄູ່ເທຮດ.
ມາເບິ່ງໃນດ້ານ Binance Fees ຄ່າທຳນຽມການຊື້ຂາຍທີ່ຕ່ຳພຽງ 0.1% . ຄວາມສະດວກອີກຢ່າງສຳລັບຄົນລາວແບບເຮົາກໍຄືສາມາດເຊື່ອມຕໍ່ຜ່ານທັງບັດເຄດິດ ຫຼື ເດບິດ ແລະ ສາມາດໂອນຜ່ານທະນາຄານທ້ອງຖິ່ນ.
Binance ນອກຈາກຊື້ແລະຂາຍຍັງມີຕົວເລືອກຫຼາຍຢ່າງທັງເທຮດແບບຊື້ສັນຍານ Futures trade , Copytrade ຝາກແບບຮັບຜົນຕອບແທນ Binance Earn , Locked staking, ສຳລັບສາຍເກັບ airdrop ເກັບຫຼຽນຂຸດຫຼຽນຟາມຫຼຽນກະຍັງມີຕົວເລືອກອື່ນອື່ນທັງ BinanceLauchpool,BinanceLauchpad , Web3wallet-Megadrop ຫຼາກຫຼາຍໃຫ້ເຮົາໃຊ້ໄດ້ຫຼາຍກ່ອນຊື້ແລະຂາຍ.
🚨ສະໝັກໃຊ້ງານເລີ່ມແນວໃດ?
ວິທິການເຮົາຈະອະທິບາຍໃຫ້ລະອຽດເພື່ອທຸກຄົນຈະເຂົ້າໃຈໄດ້ແບບຄົບຖ້ວນ.
ເຮົາຈະອະທິບາຍເປັນຫົວຂໍ້ເພື່ອໃຫ້ທຸກຄົນສະໝັກໃຊ້ງານໄດ້ຢ່າງສົມບູນ.
1️⃣ Create Binance account ສ້າງບັນຊີBinance
(1) ໄປທີ່
Binance.com ຫຼື Application "Binance"
(2) Register: ກົດໄປທີ່ SignUp ແລ້ວເຮັດການລົງທະບຽນໂດຍອີເມວ ຫຼື ເບີມືຖື.
(3) Referral Code: "LBBWIFXE" ໃຊ້ໂຄ້ດນີ້ຮັບສ່ວນຫຼຸດ20%ຄ່າທຳນຽມຊື້ຂາຍ ແລະ ຍັງຮັບສິດພິເສດອື່ນໆ.
(4) Complete KYC: ຍືນຍັນໂຕຕົນໃຫ້ສຳເລັດໂດຍເຕີ່ມຂໍ້ມູນຂອງເຈົ້າຂອງໃຫ້ຕົງກັບເອກະສານທີເຮົາຈະໃຊ້ໃນການຍືນຍັນໂຕຕົນ. ສາມາດນຳໃຊ້ໄດ້ທັງ ພາສປອດ Passport , ບັດປະຈຳໂຕ ID card ແລະ ໃບຂັບຂີ່ Driver license.
ແນະນຳແບບຄິບວິດີໂອໃນຊ່ອງຕິດຕາມກັນໄດ້ເລີຍຈ້າ⬇️
2️⃣ Secure Your Account ຕັ້ງຄ່າຄວາມປອດໄພ
(1) Enable Two-Factor Authentication (2FA): ໄປທີໜ້າຕ່າງ setting ຈັດການຕັ້ງຄ່າຄວາມປອດໄພເປີດໃຊ້ງານທັງອີເມວ,ເບີມືຖື ແລະ Google authenticator ເພື່ອຄວາມປອດໄພທີ່ພຽງພໍໃຫ້ເປີດທັງສາມຢ່າງ.
(2) Security Tips: ລະຫັດຜ່ານເປັນສິ່ງສຳຄັນຄວນຕັ້ງໃຫ້ມີຕົວອັກສອນຫຼາຍກວ່າ12ຕົວພ້ອມນຳໃຊ້ຕົວເລກ, ອັກຄະລະ ແລະ ຕົວອັກສອນນ້ອຍຫຼືໃຫຍ່ລວມໆກັນ.ທີ່ສຳຄັນຫ້າມລືມລະຫັດຜ່ານ.
ແນະນຳແບບຄິບວິດີໂອໃນຊ່ອງຕິດຕາມກັນໄດ້ເລີຍຈ້າ⬇️
3️⃣ Deposit Funds
Doposit funds: ສຳລັບປະເທດລາວແມ່ນສາມາດຝາກເງິນເຂົ້າລະບົບໂດຍຜ່ານບັດທະນາຄານ Visa ຫຼື Mastercard ແລະອີກວິທີຄືແລກປ່ຽນຜ່ານ P2P trading ຫຼື ເອີ້ນວ່າຮູບແບບ Peer-to-Peer ກໍຄືແລກປ່ຽນຜ່ານບຸດຄົນໜຶ່ງຕໍ່ອີກບຸກຄົນໜຶ່ງ.
ອະທິບາຍວິທີການກັນກ່ອນ
(1) P2P trading : ເຂົ້າໄປທີ່ໜ້າຕ່າງ P2P.
(2) Select a Trading pair: ເລືອກສະກຸນໃນປະເທດເຮົາກໍຄື LAK ຈາກນັ້ນໃຫ້ເລືອກຄຳວ່າ Buy ເພື່ອທີ່ເຮົາຈະເຮັດການແລກປ່ຽນໂດຍຫຼຽນທີ່ແລກຈະມີທັງ BTC, BNB ,USDT etc.
(3) Place an Order: ເຮັດການສັ່ງຊື້ໂດຍເລືອກກ່ອນວ່າຈະປ່ຽນກັບບຸກຄົນໃດ ແລະ ເລືອກວິທີການຈ່າຍເງິນຈະດ້ວຍການໂອນຜ່ານບັນຊີທະນາຄານໃດໃດກໍຕາມ.
(4) Complete the Transaction: ສຳເລັດລາຍການສັ່ງຊື້ໂດຍການຈ່າຍເງິນຕາມເງື່ອນໄຂຂອງຝັ່ງນັ້ນ. ຫຼັງຈາກນັ້ນໃຫ້ເຮົາກົດຍືນຍັນທຸລະກຳສຳເລັດໃຊ້ເວລາລໍຖ້າປະມານໜຶ່ງລະບົບກາງຂອງ Binance ຈະເຮັດການປ່ອຍຫຼຽນມາຍັງກະເປົ່າຂອງເຮົາໂດຍອັດຕະໂນມັດ.
Notes:
🚫ຫ້າມເຮັດທຸລະກຳກັບບຸກຄົນທີ່ຊື່ບັນຊີບໍ່ຕົງກັບຊື່ທີ່ສະໝັກບັນຊີ Binance ເດັດຂາດ.
🚫ຫາກເກີດມີບັນຫາໃນການແລກປ່ຽນໃຫ້ຕິດຕໍ່ support ທັນທີ.
4️⃣ Start trading ເລີ່ມຕົ້ນການຊື້ຂາຍ
(1) Navigate to the trading page: ໄປທີ່ໜ້າຫຼັກຂອງ Binance ເລືອກການໃຊ້ງານລະຫວ່າງ "Classic" ແລະ "Advanced" ໃຫ້ເລືອກເປັນ advanced ໜ້າຕ່າງຕົວເລືອກຈະຫຼາຍກວ່າຈາກນັ້ນໄປທີ່ຕົວເລືອກ "Trade" ຈະພາເຮົາເຂົ້າໄປໃນໂໝດການຊື້ຂາຍ.
(2) Choose a Trading Pair: ເລືອກຄູ່ຫຼຽນທີຕ້ອງການຈະຊື້ເຊັ່ນ: BTC/USDT , BTC/BNB , ETH/BTC , etc..
(3) Place an Order: ສ້າງລາຍການຊື້ໂດຍເລືອກກຳນົດປະເພດການວາງລາຄາມີ3ແບບດ້ວຍກັນຄື:
>Market Order - ແບບກົດຊື້ໃນລາຄາດຽວນັ້ນທັນທີ (ຊື້ເລີຍ).
>Limit Order - ແບບກຳນົດລາຄາທີ່ຕ້ອງການຊື້ ແລ້ວເມື່ອລາຄາມາຮອດລາຄາທີ່ເຮົາກຳນົດ ລະບົບຈຶ່ງຈະເຂົ້າຊື້ໃຫ້.
>Stop-Limit Order - ແບບກຳນົດຈຸດເປີດລາຍການຊື້ ແລະ ກຳນົດລາຄາເຂົ້າຊື້ພ້ອມກັນເພື່ອປ້ອງກັນຄວາມສ່ຽງ. ຕົວຢ່າງ: ກຳນົດຈຸດເປີດລາຍການຊື້ເມື່ອລາຄາຫຼຽນມາຮອດ 300$ ແລ້ວກຳນົດໃຫ້ລາຄາເຂົ້າຊື້ທີ່ 400$ ຖ້າເຮົາວາງລາຍການແບບນີ້ສະແດງວ່າຫາກລາຄາຫຼຽນມາຮອດ 300$ ລະບົບຈຶ່ງຈະວາງລາຍການຊື້ທີ່ຈຸດ 400$ ໃຫ້ເຮົານັ້ນເອງ.
5️⃣ Withdraw Funds ຖອນເງິນອອກ
(1) P2P trading : ເຂົ້າໄປທີ່ໜ້າຕ່າງ P2P.
(2) Select a Trading pair: ເລືອກສະກຸນໃນປະເທດເຮົາກໍຄື LAK ຈາກນັ້ນໃຫ້ເລືອກຄຳວ່າ Buy ເພື່ອທີ່ເຮົາຈະເຮັດການແລກປ່ຽນໂດຍຫຼຽນທີ່ແລກຈະມີທັງ BTC, BNB ,USDT etc.
(3) Place an Order: ເຮັດການສັ່ງຂາຍ "Sell" ໂດຍເລືອກກ່ອນວ່າຈະປ່ຽນກັບບຸກຄົນໃດ ແລະ ເລືອກວິທີການຮັບເງິນຈະດ້ວຍການວາງເລກບັນຊີທະນາຄານ ຫຼື QR code ຂອງເຮົາລົງໄປເພື່ອຮັບເງິນ.
(4) Complete the Transaction: ຫຼັງຈາກເຮົາໄດ້ຮັບເງິນໂອນແລ້ວໃຫ້ກວດສອບວ່າຊື່ຕົງກັບບັນຊີທະນາຄານຫຼືບໍກ່ອນຈະກົດຍືນຍັນ. ຫາກຖືກຕ້ອງແລ້ວໃຫ້ກົດຍືນຍັນລະບົບກາງຂອງ Binance ຈະເຮັດການປ່ອຍຫຼຽນອອກໂດຍອັດຕະໂນມັດ.
Notes:
🚫ຄວນເຊັກຊື່ນາມສະກຸນບັນຊີທະນາຄານຕົງກັບບັນຊີBinance ຫຼືບໍ? ຫ້າມເຮັດທຸລະກຳກັບບຸກຄົນທີ່ຊື່ບັນຊີບໍ່ຕົງກັບຊື່ທີ່ສະໝັກບັນຊີ Binance ຢ່າງເດັດຂາດ.
🚫ຫາກເກີດມີບັນຫາໃນການແລກປ່ຽນຫຼືຕ້ອງການຍົກເລີກທຸລະກຳໃຫ້ຕິດຕໍ່ support ທັນທີ.
ແນະນຳແບບຄິບວິດີໂອໃນຊ່ອງຕິດຕາມກັນໄດ້ເລີຍຈ້າ⬇️
Research and Analysis ການສຶກສາ ແລະ ວິເຄາະ
。Research by Yourself : ສຶກສາດ້ວຍຕົນເອງຕ້ອງມີຄວາມເຂົ້າໃຈໃນການເງິນດິຈິຕອນ ຫຼື ຕົວຂອງສະກຸນເງິນດິຈິຕອນເອງກໍຕາມ ທັງການເທຮດ, ເທຮນຕະຫຼາດ , ການວິເຄາະເຊິງສະຖິຕິ ຊ່ອງທາງຄວາມຮູ້ມີຫຼາກຫຼາຍໃນເວັບໄຊ້ຕ່າງໆ ຫຼື ທາງຂອງ Binance ເອງກໍມີ Binance Academy ສຳລັບມືໃຫມ່, ສຳລັບປະເທດລາວເອງກໍຝາກກົດຕິດຕາມຊ່ອງຂອງເຮົາ Thats Amay ເປັນຊ່ອງທີ່ໃຫ້ມີວິທີການໃຊ້ງານອະທິບາຍການເທຮດໄວ້ກຳລັງພັດທະນາຊ່ອງທາງເລື້ອຍໆ .
。Analyze Price: ວິເຄາະລາຄາກ່ອນເຂົ້າລົງທຸນ ຈະດ້ວຍວິທີການວິເຄາະດ້ວຍສະຖິຕິເທັກນິກ ແລະ ພື້ນຖານຂອງຫຼຽນນັ້ນໆ Technical and Fundamental analysis.
#Dyor2024 Warning⚠️ຄວາມສ່ຽງຂອງຕະຫຼາດຄຮິບໂຕຄ່ອຍຂ້າງສູງເປັນຕະຫຼາດທີ່ມີການຜັນຜວນຂອງລາຄາໄວແລະແຮງສະນັ້ນທຸກການລົງທຶນຄວນໄດ້ຮັບການຈັດການຂອງເງິນທຸນທີ່ດີຈາກນ້ອຍໄປຫາຫຼາຍ,ຄວບຄຸມຄວາມສ່ຽງໂດຍມີຈຸດຍອມຮັບທີ່ຈະຂາດທຶນແລະກຳໄລ.ຫາກເປັນນັກລົງທຶນມືໃຫມ່ຄວນຜ່ານການສຶກສາທີ່ຮອບຄອບຫຼືທົດລອງຜ່ານການໃຊ້ບັນຊີDemoກ່ອນເພື່ອປ້ອງກຫນຄວາມເສຍຫາຍທາງຊັບສິນຫຼືເງິນທຸນຂອງເຈົ້າຂອງເອງ.ທຸກການລົງທຸນຕ້ອງຢູ່ໃນຄວາມສ່ຽງທີ່ສາມາດຍອມຮັບໄດ້.
#BTC #ETHETFsApproved #TopCoinsJune2024 #altcoins