ວິທີການຈັດວາງຄໍາສັ່ງ Limit Order ແລະ ຄຳສັ່ງ Stop Limit Order ສໍາລັບ Alpha ໃນ Binance App?

ເຜີຍແຜ່ເມື່ອ 2025-04-28 06:07

ການປະຕິເສດຄວາມຮັບຜິດຊອບ: ໃນການປະຕິບັດຕາມຂໍ້ກໍານົດຂອງ MiCA, ຫຼຽນຄົງທີ່ທີ່ບໍ່ໄດ້ຮັບອະນຸຍາດແມ່ນຈະມີຂໍ້ຈໍາກັດບາງຢ່າງສໍາລັບຜູ້ໃຊ້ EEA. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຄລິກ ທີ່ນີ້

ຄຳສັ່ງ Limit Order ແລະ Stop Limit Order ຂອງ Binance Alpha

ຄໍາສັ່ງຈໍາກັດແມ່ນປະເພດຄໍາສັ່ງທີ່ໃຊ້ໃນການຊື້ຂາຍທີ່ຊ່ວຍໃຫ້ທ່ານຊື້ ຫຼື ຂາຍຊັບສິນໃດໜຶ່ງຕາມລາຄາທີ່ລະບຸໄວ້ ຫຼື ໄດ້ລາຄາທີ່ດີກວ່າ. ເວລາວາງຄໍາສັ່ງຈໍາກັດໜຶ່ງ, ແມ່ນທ່ານສາມາດຕັ້ງລາຄາສູງສຸດທີ່ທ່ານຍິນດີຈ່າຍສໍາລັບຄໍາສັ່ງຊື້ ຫຼື ຕັ້ງລາຄາຕໍ່າສຸດທີ່ທ່ານຍອມຮັບໄດ້ສໍາລັບຄໍາສັ່ງຂາຍໃດໜຶ່ງ. ອັນນີ້ເຮັດໝັ້ນໃຈວ່າ ທ່ານສາມາດຄວບຄຸມໄດ້ວ່າຈະດໍາເນີນການຊື້ຂາຍຢູ່ໃນລາຄາທໍ່ໃດ. ຄໍາສັ່ງຈໍາກັດແມ່ນມີປະໂຫຍດຢ່າງຍິ່ງ ໂດຍສະເພາະໃນຕະຫຼາດທີ່ມີຄວາມຜັນຜວນ, ເພາະມັນຈະຊ່ວຍໃຫ້ຜູ້ຊື້ຂາຍໂດຍຫຼີກລ້ຽງທິດທາງລາຄາທີ່ບໍ່ປາດຖະໜາ ແລະ ຮັບປະກັນການຊື້ຂາຍໃຫ້ດໍາເນີນໄປຕາມລະດັບລາຄາທີ່ຕ້ອງການ. 

ຄໍາສັ່ງຢຸດການຈໍາກັດ ແມ່ນຄໍາສັ່ງຈໍາກັດທີ່ມີລາຄາຈໍາກັດ ແລະ ລາຄາຢຸດການສູນເສຍ. ເມື່ອມາຮອດລາຄາ Stop, ຄໍາສັ່ງ limit ຈະຖືກວາງໃນປຶ້ມຄໍາສັ່ງ. ເມື່ອມາຮອດລາຄາ limit, ຄໍາສັ່ງຈໍາກັດຈະຖືກດໍາເນີນການ. 

ທ່ານສາມາດກໍານົດລາຄາ Stop ແລະ ລາຄາ limit ຄືກັນໄດ້. ຢ່າງໃດກໍ່ຕາມ, ຂໍແນະນໍາວ່າລາຄາ Stop ສໍາລັບຄໍາສັ່ງຂາຍຄວນຈະສູງກວ່າລາຄາ limit ເລັກນ້ອຍ. ຄວາມແຕກຕ່າງຂອງລາຄານີ້ຈະຊ່ວຍໃຫ້ມີຊ່ອງຫວ່າງດ້ານຄວາມປອດໄພໃນລາຄາ ລະຫວ່າງເວລາທີ່ຄໍາສັ່ງດັ່ງກ່າວຖືກກະຕຸ້ນ ແລະ ເມື່ອມັນສໍາເລັດ. ທ່ານສາມາດຕັ້ງລາຄາ Stop ຕໍ່າກວ່າລາຄາ Limit ສໍາລັບຄໍາສັ່ງຊື້ເລັກໜ້ອຍ. ສິ່ງນີ້ຍັງຈະຫຼຸດຜ່ອນຄວາມສ່ຽງຂອງຄໍາສັ່ງຂອງທ່ານຈາກການດໍາເນີນການບໍ່ສໍາເລັດນໍາອີກ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບຟັງຊັ່ນການຊື້ຂາຍ Binance Alpha, ກະລຸນາເຂົ້າເບິ່ງໄດ້ທີ່ Binance Alpha 2.0.

ວິທີການຈັດວາງຄໍາສັ່ງ Limit Order ແລະ Stop Limit Order ສໍາລັບໂທເຄັນ Alpha

1. ເລືອກໂທເຄັນ Alpha ຈາກແຖບ [ຕະຫຼາດ] ຫຼື ເລືອກໂດຍກົງຈາກຜົນການຄົ້ນຫາກໍ່ໄດ້. 

2. ແຕະທີ່ປຸ່ມ [Alpha] ແລະ ເລືອກໂທເຄັນທີ່ທ່ານຕ້ອງການທີ່ຈະຊື້ຂາຍ, ມັນຈະນໍາທ່ານໄປສູ່ໜ້າການຊື້ຂາຍ. 

image

3. ແຕະ [ການຊື້ຂາຍ]. ໃນໜ້າຕໍ່ໄປ, ເລືອກ [Limit] ເພື່ອເຂົ້າໄປໃນອິນເຕີເຟສການວາງຄໍາສັ່ງ Limit Order ຫຼື ເລືອກ [Stop Limit] ເພື່ອເຂົ້າໄປໃນອິນເຕີເຟສການວາງຄຳສັ່ງ Stop Limit Order.

image
image

 

4. ເລືອກທິດທາງ [ຊື້] ຫຼື [ຂາຍ] .

5. ສຳລັບ Limit Order, ປ້ອນລາຄາຈຳກັດ ແລະ ຈຳນວນໂທເຄັນທີ່ທ່ານຕ້ອງການຊື້ ຫຼື ຂາຍ. ລະບົບຈະຄິດໄລແບບປະມານການ ສໍາລັບຈຳນວນ USDC ທີ່ທ່ານຈະຕ້ອງຈ່າຍໂດຍອັດຕະໂນມັດ. 

image

ສຳລັບຄຳສັ່ງ Stop Limit, ໃຫ້ປ້ອນລາຄາ Stop, ລາຄາຈຳກັດ ແລະ ຈຳນວນໂທເຄັນ ທີ່ທ່ານຕ້ອງການຊື້ ຫຼື ຂາຍ. ລະບົບຈະຄິດໄລ່ແບບປະມານການ ສໍາລັບຈຳນວນ USDC ທີ່ທ່ານຈະຕ້ອງຈ່າຍໂດຍອັດຕະໂນມັດ.

  • ລາຄາດັດຊະນີແມ່ນມີການອັບເດດຕາມການເຄື່ອນໄຫວຂອງລາຄາໃນລະບົບຕ່ອງໂສ້.
  • ກະລຸນາໃຫ້ໝັ້ນໃຈວ່າ ທ່ານມີຍອດຄົງເຫຼືອພໍເພື່ອທີ່ຈະດໍາເນີນທຸລະກໍາດັ່ງກ່າວ. ຂະໜາດທຸລະກຳນ້ອຍສຸດສໍາລັບບລັອກເຊນ BASE/BSC/SOL ແມ່ນທຽບເທົ່າ 10 USD. ຂະໜາດທຸລະກຳນ້ອຍສຸດສໍາລັບບລັອກເຊນ ETH ແມ່ນທຽບເທົ່າ 20 USD.
    • ຂະໜາດຂອງທຸລະກຳຕໍ່າສຸດອາດຈະມີການປ່ຽນແປງ, ກະລຸນາກວດເບິ່ງໜ້າຜະລິດຕະພັນສໍາລັບຂໍ້ມູນທີ່ມີການອັບເດດຫຼ້າສຸດ.
    • Binance ຈະຮອງຮັບຊັບສິນໃຫ້ດໍາເນີນການຊື້ຂາຍຫຼາຍຂຶ້ນ (ເຊັ່ນ: BNB) ໃນອະນາຄົດ.
image

6. ກ່ອນການຊື້ຂາຍຈະດໍາເນີນສໍາເລັດ, ທ່ານຈະໄດ້ຮັບການແຈ້ງໃຫ້ທົບທວນ ແລະ ຍອມຮັບ 'ການປະຕິເສດຄວາມຮັບຜິດຊອບສໍາລັບການຊື້ຂາຍ Binance Alpha.' ການປະຕິເສດຄວາຮັບຜິດຊອບນີ້ ຈະປະກົດໃຫ້ເຫັນສະເພາະຜູ້ທີ່ຊື້ຂາຍໃນ Binance Alpha ຄັ້ງທໍາອິດເທົ່ານັ້ນ.

ຮູບພາບ

7. ເມື່ອຢືນຢັນແລ້ວ, ໃຫ້ໄປດໍາເນີນການຢູ່ວິນໂດການຊໍາລະເພື່ອດໍາເນີນການທຸລະກຳໃຫ້ສໍາເລັດ. ແຕະ [ຢືນຢັນ]. ທ່ານຈະເຫັນຂໍ້ຄວາມປັອບອັບຂຶ້ນມາວ່າ "ສ້າງຄໍາສັ່ງແລ້ວ". 

image
image

ວິທີເບິ່ງຄຳສັ່ງແບບເປີດ ແລະ ປະຫວັດຄຳສັ່ງ ເຮັດແນວໃດ? 

1. ເມື່ອຄໍາສັ່ງຖືກສົ່ງໄປແລ້ວ, ທ່ານສາມາດກວດເບິ່ງບັນດາຄໍາສັ່ງຂອງທ່ານພາຍໃຕ້ແຖບ [ຄໍາສັ່ງເປີດ] ໄດ້. 

2. ເມື່ອລາຄາຈຳກັດບັນລຸຕາມເງື່ອນໄຂ ແລະ ຕະຫຼາດມີສະພາບຄ່ອງທີ່ດີ, ຄໍາສັ່ງດັ່ງກ່າວຈະຖືກດຳເນີນການ. ເມື່ອມີການດຳເນີນການແລ້ວ, ທ່ານສາມາດກວດເຫັນການຖືຄອງຊັບສິນຂອງທ່ານຢູ່ພາຍໃຕ້ແຖບ [ການຖືຄອງ]

  • ເນື່ອງຈາກຄວາມຜັນຜວນຂອງຕະຫຼາດ ແລະ ສະພາບຄ່ອງ, ຄຳສັ່ງຈຳກັດຈຳນວນໜຶ່ງອາດຈະຍັງບໍ່ຖືກຕື່ມເຂົ້າໃສ່.
image

3. ອີກທາງເລືອກໜຶ່ງ, ທ່ານສາມາດຕິດຕາມຄໍາສັ່ງເປີດ, ປະຫວັດຄໍາສັ່ງ ແລະ ປະຫວັດການຊື້ຂາຍພາຍໃຕ້ພາກສ່ວນ [ການຊື້ຂາຍຂອງຂ້ອຍ] ໄດ້. 

4. [ປະຫວັດຄໍາສັ່ງ] ສະແດງຄໍາສັ່ງທີ່ວາງໄວ້ກ່ອນໜ້ານີ້ທັງໝົດ, ລວມທັງທີ່ດໍາເນີນການແລ້ວ ແລະ ຍັງບໍ່ຖືກດໍາເນີນການ.

image

 

ວິທີການຍົກເລີກຄໍາສັ່ງ? 

ເພື່ອຍົກເລີກການສັ່ງໃດໜຶ່ງ, ໃຫ້ແຕະ [ຍົກເລີກ] ທີ່ຢູ່ຖັດຈາກມັນ. ເພື່ອຍົກເລີກຄຳສັ່ງທັງໝົດ, ໃຫ້ແຕະທີ່ [ຍົກເລີກທັງໝົດ].

image

ວິທີການຊື້ ແລະ/ຫຼື ຂາຍໂທເຄັນ Alpha

ເພື່ອຊື້ ຫຼື ຂາຍໂທເຄັນ Alpha, ກະລຸນາເຂົ້າໄປທີ່ [ຊັບສິນ] - [ຕະຫຼາດແລກປ່ຽນ] - [Alpha].

ຮູບພາບ

ກະລຸນາຮັບຮູ້:

  • ບໍ່ແມ່ນທັງໝົດໂທເຄັນ Alpha ຈະຖືກຮອງຮັບສຳລັບຟັງຊັ່ນຄຳສັ່ງ Limit Order ແລະ Stop Limit Order. ສິ່ງນີ້ອາດເນື່ອງມາຈາກຫຼາຍເຫດຜົນ, ຕົວຢ່າງເຊັ່ນ: ສະພາບຄ່ອງ, ຂໍ້ຈຳກັດດ້ານລາຄາ, ສິດທິຂອງພາກພື້ນ, ເຫດຜົນດ້ານລະບຽບກົດໝາຍ ຫຼື ອື່ນໆ. ກະລຸນາເບິ່ງໜ້າຜະລິດຕະພັນເພື່ອຢືນຢັນວ່າໂທເຄັນ Alpha ທີ່ກ່ຽວຂ້ອງຮອງຮັບຟັງຊັ່ນຄໍາສັ່ງ Limit Order ແລະ ຄໍາສັ່ງ Stop Limit Order ບໍ່.
  • ມັນເປັນໄປໄດ້ວ່າ ໂທເຄັນ Alpha ຈໍານວນໜຶ່ງອາດຈະມີໃຫ້ບໍລິການເບື້ອງຕົ້ນສະເພາະແຕ່ຄໍາສັ່ງແບບທັນທີ ກ່ອນຄຳສັ່ງ Limit Order ແລະ ຄຳສັ່ງ Stop Limit Order. ຢ່າງໃດກໍຕາມ, ໂທເຄັນ Alpha ບາງລາຍການອາດຈະຮອງຮັບສະເພາະຄໍາສັ່ງທັນທີ (Instant Orders) ເທົ່ານັ້ນ, ໂດຍບໍ່ຮອງຮັບຄໍາສັ່ງ Limit Order ແລະ ຄຳສັ່ງ Stop Limit Order.

ຄໍາຖາມທີ່ເຫັນເລື້ອຍໆ

1. ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຊອກຫາຟັງຊັ່ນຄໍາສັ່ງ Limit Order ຫຼື ຄໍາສັ່ງ Stop Limit ໃນ Binance Alpha?

ຜູ້ໃຊ້ຈໍາເປັນຕ້ອງອັບເດດແອັບ Binance ເປັນເວີຊັ່ນ 2.99.2 ແລະ ສູງກວ່າ ເພື່ອເຂົ້າເຖິງຟັງຊັ່ນຄໍາສັ່ງ Limit; ເວີຊັ່ນ 3.6.0 ແລະ ຂ້າງເທິງເພື່ອເຂົ້າເຖິງຟັງຊັ່ນ Stop Limit Order.

2. ເປັນຫຍັງໂທເຄັນ Binance Alpha ຈໍານວນໜຶ່ງຈິ່ງຮອງຮັບສະເພາະຟັງຊັ່ນຄໍາສັ່ງແບບທັນທີເທົ່ານັ້ນ?

ເນື່ອງຈາກຫຼາຍສາເຫດເຊັ່ນ: ສະພາບຄ່ອງ, ຂໍ້ຈຳກັດດ້ານລາຄາ, ການປະຕິບັດຕາມລະບຽບກົດໝາຍຂອງບາງພາກພື້ນ, ເຮັດໃຫ້ໂທເຄັນ Alpha ຈໍານວນໜຶ່ງອາດຈະບໍ່ສາມາດຮອງຮັບຟັງຊັ່ນຄໍາສັ່ງ Limit Order ແລະ ຄຳສັ່ງ Stop Limit Order ໄດ້, ກະລຸນາເບິ່ງທີ່ໜ້າເພດຈ໌ສິນຄ້າສໍາລັບຂໍ້ມູນເພີ່ມເຕີມ.

3. ລາຄາຄໍາສັ່ງຂອງຂ້ອຍມາຮອດລາຄາດັດຊະນີແລ້ວ, ແຕ່ເປັນຫຍັງມັນຈຶ່ງບໍ່ຖືກຕື່ມ ຫຼື ດໍາເນີນການ? 

ອາດຍ້ອນເຫດຜົນທົ່ວໄປສອງສາມປະການ ວ່າເປັນຫຍັງຄໍາສັ່ງຈໍາກັດຈຶ່ງບໍ່ຖືກດໍາເນີນການ:

  • ກໍານົດເວລາໃນການຢືນຢັນບລັອກ: ຟັງຊັ່ນຄໍາສັ່ງຈໍາກັດ Alpha ແມ່ນຂຶ້ນກັບຄວາມໄວໃນການຢືນຢັນຂອງບລັອກເຊນພື້ນຖານ. ຕົວຢ່າງ: ຖ້າທ່ານວາງຄໍາສັ່ງເວລາ 13:45:35 UTC ແລະ ການຢືນຢັນບລັອກຕໍ່ໄປແມ່ນເວລາ 13:45:40 UTC, ລະບົບຈະພະຍາຍາມຈັບຄູ່ຄໍາສັ່ງໃນເວລາ 13:45:40 UTC ເທົ່ານັ້ນ.
  • ສະພາບຄ່ອງຂອງໂທເຄັນຕໍ່າ: ຖ້າໂທເຄັນທີ່ເລືອກມີສະພາບຄ່ອງບໍ່ດີ, ກໍ່ອາດຈະບໍ່ມີຄູ່ຮ່ວມພຽງພໍທີ່ຈະຈັບຄູ່ກັບຄໍາສັ່ງຂອງທ່ານ.
  • ລາຄາຄໍາສັ່ງບໍ່ມີການແຂ່ງຂັນ: ຖ້າລາຄາຈຳກັດຂອງທ່ານຕ່າງກັນຫຼາຍກັບລາຄາຕະຫຼາດປັດຈຸບັນ, ອາດຈະໃຊ້ເວລາດົນກວ່າ (ຫຼື ລົ້ມເຫຼວ) ໃນການຊອກຫາຄູ່.
  • ຄວາມແອອັດຂອງເຄືອຂ່າຍ: ການຈະລາຈອນຂອງຂໍ້ມູນໃນລະບົບຕ່ອງໂສ້ທີ່ສູງອາດເຮັດໃຫ້ການປະດໍາເນີນການຄໍາສັ່ງ ແລະ ຈັບຄູ່ຊັກຊ້າ.

ຜູ້ໃຊ້ສາມາດວາງລາຄາຄໍາສັ່ງຈໍາກັດທີ່ມີການແຂ່ງຂັນກັນຫຼາຍກວ່າລາຄາດັດຊະນີເພື່ອໃຫ້ມີການຈັບຄູ່ໄວຂຶ້ນ. ອີກທາງເລືອກໜຶ່ງ, ທ່ານສາມາດເລືອກຟັງຊັ່ນຄໍາສັ່ງຊື້ຂາຍທັນທີໄດ້ 

4. ຄ່າທໍານຽມການຊື້ຂາຍຖືກຄິດຄ່າທໍານຽມແນວໃດສໍາລັບຄໍາສັ່ງ Limit Order ແລະ ຄຳສັ່ງ Stop Limit Order?

ຜູ້ໃຊ້ສາມາດເຂົ້າເບິ່ງທີ່ໜ້າເພດຈ໌ການວາງຄໍາສັ່ງ ເພື່ອໃຫ້ເຂົ້າໃຈຄ່າທຳນຽມການຊື້ຂາຍຄໍາສັ່ງໂດຍປະມານ. ຄໍາສັ່ງ Limit Order ແລະ ຄຳສັ່ງ Stop Limit Order ຈະບໍ່ຖືກຄິດຄ່າທໍານຽມເພີ່ມເຕີມໃນລະບົບຕ່ອງໂສ້. 

5. ຈະເກີດຫຍັງຂຶ້ນຖ້າໂທເຄັນໜຶ່ງຖືກລຶບອອກຈາກການຊື້ຂາຍ Alpha ຫຼື ຢຸດຮອງຮັບຟັງຊັ່ນ Limit Order ແລະ ຄຳສັ່ງ Stop Limit Order?

 ໃນກໍລະນີທີ່ໂທເຄັນຖືກລຶບອອກຈາກການຊື້ຂາຍ Alpha:

  • ຄຳສັ່ງຈຳກັດທີ່ເປີດທັງໝົດ ແລະ ຄຳສັ່ງຈຳກັດສຳລັບໂທເຄັນນັ້ນຈະຖືກຍົກເລີກໂດຍອັດຕະໂນມັດ, ແລະ ເງິນທີ່ກ່ຽວຂ້ອງຈະຖືກສົ່ງຄືນໃຫ້ກັບບັນຊີ Alpha ຂອງຜູ້ໃຊ້.
  • ຟັງຊັ່ນ Limit Order ແລະ ຄຳສັ່ງ Stop Limit Order ຂອງ Alpha ອາດຈະຢຸດການຮອງຮັບໄວກວ່າຟັງຊັ່ນຄໍາສັ່ງແບບທັນທີຂອງ Alpha.

ໃນກໍລະນີທີ່ Alpha Token ຢຸດການຮອງຮັບຟັງຊັ່ນຄໍາສັ່ງ Limit Order ແລະ ຄຳສັ່ງ Stop Limit Order:

  • ຄໍາສັ່ງແບບເປີດທັງໝົດຈະຖືກຍົກເລີກໂດຍອັດຕະໂນມັດ ແລະ ເງິນທຶນທີ່ກ່ຽວຂ້ອງຈະຖືກສົ່ງກັບໄປຍັງບັນຊີ Alpha ຂອງຜູ້ໃຊ້.
  • ຜູ້ໃຊ້ສາມາດດຳເນີນການຊື້ຂາຍໂທເຄັນ Alpha ຜ່ານຟັງຊັ່ນ [ທັນທີ] ໄດ້.

6. ເປັນຫຍັງລາຄາຕື່ມຂອງຂ້ອຍ ຈຶ່ງບໍ່ສອດຄ່ອງກັບລາຄາໃນເສັ້ນ Kline?

ຂໍ້ມູນ K-line ຂອງ Alpha ມາຈາກຂໍ້ມູນຂອງພາກສ່ວນທີສາມສໍາລັບການອ້າງອີງ ແລະ ລາຄາດັດຊະນີໃນປັດຈຸບັນລວມສະເພາະແຕ່ລາຄາໃນລະບົບຕ່ອງໂສ້ເທົ່ານັ້ນ. ຂໍ້ມູນທຸລະກຳຂອງ Alpha ບໍ່ໄດ້ສະທ້ອນໃຫ້ເຫັນຢ່າງເຕັມທີ່ໃນຜະລິດຕະພັນປັດຈຸບັນທີ່ເປັນຢູ່ ແລະ Binance ຈະດໍາເນີນໂລຈິກ Alpha K-line ໃນລໍາດັບຖັດໄປຊໍ້າໆ.

7. ເປັນຫຍັງອັດຕາຄ່າທຳນຽມຂອງຄຳສັ່ງຊື້ຂາຍ ຈຶ່ງແຕກຕ່າງກັນສຳລັບຄູ່ຊື້ຂາຍ Alpha ທີ່ແຕກຕ່າງກັນ?

ຄ່າທຳນຽມສຳລັບຄູ່ຊື້ຂາຍແຕ່ລະຄູ່ອາດຖືກປັບປຸງເປັນບາງໄລຍະໂດຍຂຶ້ນກັບສະພາບຕະຫຼາດ.

8. ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຊອກຫາປະຫວັດທຸລະກຳຄໍາສັ່ງ Limit Order ແລະ ຄຳສັ່ງ Stop Limit Order ຂອງ Alpha ໃນບລັອກເຊນ?

ຟັງຊັ່ນຄໍາສັ່ງຈໍາກັດ Alpha ແມ່ນຂຶ້ນກັບລະບົບການຊື້ຂາຍ Binance Alpha, ເຊິ່ງເປັນລະບົບການສະເໜີລາຄາ ແລະ ການຊື້ຂາຍເຂດນອກບລັອກເຊນ. ນີ້ໝາຍຄວາມວ່າ: ເຖິງແມ່ນວ່າທຸລະກໍາມີການຕັ້ງລາຄາໂດຍໃຊ້ຂໍ້ມູນການອ້າງອີງໃນເຄືອບລັອກເຊນ, ແຕ່ການດໍາເນີນການຕົວຈິງອາດຈະເກີດຂຶ້ນເຂດນອກບລັອກເຊນ ຈຶ່ງອາດຈະບໍ່ປາກົດໃຫ້ເຫັນໂດຍກົງໃນບລັອກເຊນ.

ມັນເຮັດວຽກແນວໃດ 

  • ເມື່ອຜູ້ໃຊ້ສົ່ງ Limit Order ແລະ ຄຳສັ່ງ Stop Limit Order, ຄໍາສັ່ງນີ້ຈະຖືກໂພສລົງໃນລະບົບການຊື້ຂາຍ Binance Alpha.
  • ເມື່ອຄໍາສັ່ງນີ້ຖືກໂພສ, ລະບົບການຊື້ຂາຍ Binance Alpha ຈະພະຍາຍາມກະກຽມການດໍາເນີນທຸລະກໍາດັ່ງກ່າວທີ່ສອດຄ່ອງກັບຕົວກໍານົດການຂອງຄໍາສັ່ງຈໍາກັດດັ່ງກ່າວ. ເມື່ອເງື່ອນໄຂບາງຢ່າງຖືກດໍາເນີນການ, ເຊິ່ງອາດຈະລວມເຖິງການຈັບຄູ່ (i) ເຂດນອກບລັອກເຊນ, ກັບຜູ້ໃຊ້ Alpha ອື່ນໆ ຫຼື ຜູ້ໃຫ້ບໍລິການສະພາບຄ່ອງຂອງພາກສ່ວນທີສາມ, ຫຼື (ii) ໃນບລັອກເຊນກັບແຫຼ່ງສະພາບຄ່ອງພາຍນອກອື່ນໆ, ເຊັ່ນ: ຕະຫຼາດແລກປ່ຽນທີ່ບໍ່ມີສູນກາງຄຸ້ມຄອງຂອງພາກສ່ວນທີສາມ.
  • ເມື່ອລະບົບການຊື້ຂາຍ Binance Alpha ບໍ່ສາມາດລະບຸຂໍ້ສະເໜີໃຫ້ເພື່ອດໍາເນີນການຄໍາສັ່ງຈໍາກັດ, ຄໍາສັ່ງຈໍາກັດດັ່ງກ່າວຈະຍັງຄົງລໍຖ້າຈົນກວ່າຈະຖືກພົບ ຫຼື ຈົນກວ່າຜູ້ໃຊ້ຍົກເລີກມັນໄປ.

9. ໃຜຈະສະໜອງສະພາບຄ່ອງສໍາລັບຄໍາສັ່ງຈໍາກັດ Alpha?

ລະບົບການຊື້ຂາຍ Binance Alpha ພິຈາລະນາສະພາບຄ່ອງຈາກແຫຼ່ງຕ່າງໆ, ດັ່ງທີ່ໄດ້ອະທິບາຍໄວ້ໃນຄໍາຕອບຂອງຄໍາຖາມ 8.

ໝາຍເຫດ:ອາດຈະມີຄວາມຄາດເຄື່ອນໃນສະບັບທີ່ມີການແປຈາກບົດຄວາມຕົ້ນສະບັບທີ່ເປັນພາສາອັງກິດ. ກະລຸນາອີງຕາມເວີຊັ່ນສະບັບຕົ້ນ ສໍາລັບຂໍ້ມູນຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ ສໍາລັບກໍລະນີທີ່ອາດຈະມີການຄາດເຄື່ອນເກີດຂຶ້ນ. 

ການປະຕິເສດຄວາມຮັບຜິດຊອບ: Binance Alpha ນຳສະເໜີຊັບສິນດິຈິຕອນທີ່ເກີດໃໝ່ ເຊິ່ງຍັງບໍ່ໄດ້ມີການຈົດທະບຽນໃນຕະຫຼາດແລກປ່ຽນ Binance ແລະ ໂດຍທົ່ວໄປແລ້ວຄາດວ່າຈະມີມູນຄ່າຕະຫຼາດຕ່ຳ ແລະ ມີເອກະລັກສະເພາະ ຫຼື ໂດດເດັ່ນ. ການລວມເອົາຊັບສິນດິຈິຕອນເປັນຊັບສິນ Binance Alpha ບໍ່ໄດ້ສື່ຄວາມໝາຍໂດຍກົງ ຫຼື ທາງອ້ອມວ່າ ຊັບສິນດິຈິຕອນດັ່ງກ່າວ ຈະໄດ້ຮັບການຈົດທະບຽນໃນຕະຫຼາດແລກປ່ຽນ Binance ໃນອະນາຄົດແຕ່ຢ່າງໃດ.  ເນື່ອງຈາກລາຄາຊັບສິນດິຈິຕອນມີຄວາມຜັນຜວນ, ມູນຄ່າຂອງການລົງທຶນທີ່ທ່ານລົງໄປໃນຊັບສິນ Alpha ອາດຈະຫຼຸດລົງ ຫຼື ເພີ່ມຂຶ້ນ ແລະ ທ່ານອາດຈະສູນເສຍມູນຄ່າທັງໝົດຂອງຈໍານວນເງິນທີ່ທ່ານລົງທຶນກໍ່ເປັນໄດ້. ກະລຸນາຮັບຊາບວ່າກ່ຽວກັບ Binance Alpha (i) ຄວາມສ່ຽງຂອງການສູນເສຍທັງໝົດ ຫຼື ບາງສ່ວນຂອງການລົງທຶນຂອງທ່ານຈະເພີ່ມຂຶ້ນເມື່ອໃຊ້ຊັບສິນ Binance Alpha ເນື່ອງຈາກວ່າລາຄາຂອງມັນມີຄວາມຜັນຜວນເພີ່ມຂຶ້ນ (ii) ເມື່ອທ່ານຊື້ຊັບສິນ Alpha, ທ່ານຈະສ່ຽງຕໍ່ຄ່າຜິດດ່ຽງຂອງລາຄາ ແລະ ຄ່າທໍານຽມບລັອກເຊນ ເຊິ່ງອາດມີຜົນກະທົບທາງລົບຕໍ່ລາຄາຂອງຊັບສິນ Alpha, (iii) ຊັບສິນ Alpha ແມ່ນບໍ່ສາມາດຖອນອອກຈາກຕະຫຼາດແລກປ່ຽນ Binance ໄດ້ ແລະ ທ່ານສາມາດເຂົ້າເຖິງຊັບສິນ Alpha ໄດ້ຈາກບັນຊີ Alpha ຂອງທ່ານເທົ່ານັ້ນ. ທ່ານຕ້ອງຮັບຜິດຊອບຕໍ່ການຕັດສິນໃຈລົງທຶນຂອງທ່ານດ້ວຍຕົວເອງ. Binance ຈະບໍ່ຮັບຜິດຊອບຕໍ່ການສູນເສຍທີ່ອາດຈະເກີດຂຶ້ນກັບທ່ານ ແບບທາງກົງ ຫຼື ທາງອ້ອມຈາກການລົງທຶນໃນຊັບສິນ Binance Alpha.

 

ລົງທະບຽນດຽວນີ້ - ໄດ້ຮັບສູງເຖິງ 100 USDT ໃນເງິນຄືນຄ່າທໍານຽມການຊື້ຂາຍ (ສໍາລັບຜູ້ໃຊ້ທີ່ກວດສອບ)