ການປະຕິເສດຄວາມຮັບຜິດຊອບ: ໃນການປະຕິບັດຕາມຂໍ້ກໍານົດຂອງ MiCA, ຫຼຽນຄົງທີ່ທີ່ບໍ່ໄດ້ຮັບອະນຸຍາດແມ່ນຈະມີຂໍ້ຈໍາກັດບາງຢ່າງສໍາລັບຜູ້ໃຊ້ EEA. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຄລິກ ທີ່ນີ້.
Binance Alpha, ເປັນແພລັດຟອມ ທີ່ອອກແບບມາເພື່ອເນັ້ນໃສ່ໂຄງການໄລຍະຕົ້ນທີ່ມີສັກຍະພາບສູງທີ່ຈະເຕີບໂຕພາຍໃນລະບົບນິເວດ Web3. ບາງໂທເຄັນທີ່ເນັ້ນໃສ່ Binance Alpha ອາດຈະຖືກພິຈາລະນາສໍາລັບມີຊື່ໃນກະດານເທຣດໃນຕະຫຼາດແລກປ່ຽນ Binance ໃນອະນາຄົດ, ໃນຂະນະທີ່ບໍ່ມີການຮັບປະກັນ.
ໂທເຄັນທີ່ສະແດງຢູ່ໃນ Binance Alpha ຈະໄດ້ຮັບການຄັດເລືອກໂດຍໃຊ້ຄວາມຊ່ຽວຊານດ້ານອຸດສາຫະກໍາ ແລະ ຄວາມເຂົ້າໃຈຂັ້ນສູງຂອງ Binance ໂດຍເນັ້ນໄປທີ່ໂທເຄັນທີ່ສະແດງໃຫ້ເຫັນຄວາມສົນໃຈຈາກຊຸມຊົນທີ່ເຂັ້ມແຂງ, ການຂະຫຍາຍຕົວ ແລະ ການສອດຄ້ອງກັບແນວໂນ້ມທີ່ສໍາຄັນທີ່ກຳລັງສ້າງລະບົບນິເວດສະກຸນເງິນຄຣິບໂຕ.
ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າໄປທີ່ Binance Alpha ຢູ່ໃນ Binance Wallet ແມ່ນຫຍັງ?
Binance Alpha 2.0 ຂະຫຍາຍ Binance Alpha ໂດຍການລວມເອົາສິ່ງນີ້ເຂົ້າພາຍໃນຕະຫຼາດແລກປ່ຽນ Binance ໂດຍກົງ, ໃນຂະນະທີ່ຍັງມີຢູ່ໃນ Binance Wallet. ວິທີການແກ້ໄຂແບບນະວັດຕະກໍານີ້ຊ່ວຍເຊື່ອມຕໍ່ຊ່ອງຫວ່າງລະຫວ່າງການຊື້ຂາຍແບບລວມສູນ (CEX) ແລະ ແບບການແລກປ່ຽນກະຈາຍສູນ (DEX), ປັບປຸງສະພາບຄ່ອງ, ປະສິດທິພາບຂອງທຶນ ແລະ ຄວາມສາມາດໃນການເຂົ້າເຖິງຜູ້ໃຊ້.
ດ້ວຍ Binance Alpha 2.0, ຜູ້ໃຊ້ສາມາດຄົ້ນຫາ ແລະ ຊື້ໂທເຄັນແບບໃນລະບົບຕ່ອງໂສ້ ໂດຍກົງໃນ ຕະຫຼາດແລກປ່ຽນ Binance, ໂດຍບໍ່ຈໍາເປັນຕ້ອງຖອນຊັບສິນໄປຫາ Wallet ພາຍນອກ ຫຼື ສ້າງ Wallet ໃນລະບົບຕ່ອງໂສ້. ຜະລິດຕະພັນນີ້ເຮັດໃຫ້ຜູ້ໃຊ້ຕະຫຼາດແລກປ່ຽນ Binance ສາມາດນຳໃຊ້ເງິນຈາກ Spot, Funding, ແລະ ບັນຊີອື່ນໆທີ່ຖືກຮອງຮັບໂດຍ Binance Pay ເພື່ອຊື້ໂທເຄັນ Alpha.
ໂດຍການໃຊ້ເງິນທຶນ CEX ສໍາລັບການຊື້ຂາຍ DEX, Binance Alpha 2.0 ກໍາຈັດຂັ້ນຕອນທີ່ບໍ່ຈໍາເປັນ, ຫຼຸດຄ່າໃຊ້ຈ່າຍໃນການເຮັດທຸລະກໍາ, ແລະ ປັບປຸງປະສົບການການຊື້ຂາຍ, ເຮັດໃຫ້ການຊື້ຂາຍແບບບບໍ່ມີຕົວກາງ ສາມາດເຂົ້າເຖິງຜູ້ໃຊ້ Binance ຫຼາຍຂຶ້ນ.
ຄວາມແຕກຕ່າງຕົ້ນຕໍລະຫວ່າງ Binance Alpha ແລະ Binance Alpha 2.0 ແມ່ນແພລັດຟອມທີ່ພວກເຂົາມີຢູ່:
ໂທເຄັນທີ່ສະແດງຢູ່ໃນທັງສອງແພລັດຟອມແມ່ນຄືກັນ; ຄວາມແຕກຕ່າງແມ່ນຢູ່ໃນວິທີທີ່ຜູ້ໃຊ້ເຂົ້າເຖິງ ແລະ ຊື້ຂາຍພວກເຂົາ.
ການເຊື່ອມໂຍງຂອງ Binance Alpha ເຂົ້າໄປໃນຕະຫຼາດແລກປ່ຽນ Binance ດ້ວຍການເປີດຕົວ Binance Alpha 2.0 ແມ່ນໄດ້ຂະຫຍາຍແພລັດຟອມທີ່ມີຢູ່ປັດຈຸບັນ, ສະໜອງການເຂົ້າເຖິງເພີ່ມເຕີມໃນຂະນະທີ່ຮັກສາ Binance Alpha ທີ່ມີຢູ່ໃນ Binance Wallet.
ການດໍາເນີນການນີ້ສອດຄ່ອງກັບພາລະກິດຂອງພວກເຮົາທີ່ຈະເພີ່ມເສລີພາບດ້ານເງິນຕາທົ່ວໂລກໂດຍການເຮັດໃຫ້ Web3 ງ່າຍຂຶ້ນສໍາລັບຜູ້ໃຊ້. Binance Alpha 2.0 ສະໜອງປະສົບການທີ່ລຽບງ່າຍ ແລະ ເຂົ້າໃຈງ່າຍກວ່າສຳລັບການຄົ້ນພົບ, ການຊື້, ແລະ ການຈັດການໂທເຄັນຂັ້ນຕົ້ນໂດຍກົງພາຍໃນຕະຫຼາດແລກປ່ຽນ Binance.
ໂດຍການປະສົມປະສານໂທເຄັນ Alpha ເຂົ້າໄປໃນຕະຫຼາດແລກປ່ຽນ Binance, ພວກເຮົາເສີມຂະຫຍາຍການເຂົ້າເຖິງ, ຫຼຸດຜ່ອນຄວາມຂັດແຍ້ງ, ແລະ ເຮັດໃຫ້ຜູ້ໃຊ້ສາມາດນໍາໃຊ້ປະໂຫຍດໂຄງສ້າງພື້ນຖານທີ່ເຊື່ອຖືໄດ້ຂອງ Binance ໂດຍບໍ່ຈໍາເປັນຕ້ອງມີ Wallet ພາຍນອກ.
ການຂະຫຍາຍຕົວນີ້ຍັງປັບປຸງຄວາມໂປ່ງໃສໃນຂະບວນການພິຈາລະນາໂທເຄັນ ໃນຂະນະທີ່ໃຫ້ໂອກາດຜູ້ໃຊ້ຄົ້ນຫາໂຄງການ Web3 ທີ່ມີນະວັດຕະກໍາ.

ການແຕະທີ່ພວກເຂົາຈະນໍາທ່ານໄປຫາໜ້າລາຍລະອຽດຂອງພວກເຂົາ, ເຊິ່ງມີຕາຕະລາງລາຄາ ແລະ ຂໍ້ມູນພື້ນຖານໃຫ້ຕາມຄວາມເໝາະສົມ.

1. ເລືອກໂທເຄັນ Alpha ຈາກແຖບ [ຕະຫຼາດ] ຫຼື ຜົນການຄົ້ນຫາ.
2. ແຕະ [ຊື້ຂາຍ].
3. ກະລຸນາໃສ່ຈໍານວນທີ່ທ່ານຕ້ອງການໃຊ້, ແລ້ວລະບົບຈະຄິດໄລ່ຈໍານວນໂທເຄັນທີ່ທ່ານໄດ້ຮັບໂດຍອັດຕະໂນມັດ.
ກະລຸນາຮັບຊາບວ່າ: ລາຄາປັບປຸງທຸກໆ 15 ວິນາທີ, ຮັບປະກັນການເຮັດທຸລະກໍາທີ່ຍຸດຕິທໍາແລະໂປ່ງໃສ.

4. ກ່ອນທີ່ຈະສໍາເລັດການຊື້ຂາຍ, ທ່ານຕ້ອງທົບທວນຄືນ ແລະ ຍອມຮັບການປະຕິເສດຄວາມຮັບຜິດຊອບສໍາລັບ ‘ການຊື້ຂາຍ Alpha.’

5. ເມື່ອຢືນຢັນແລ້ວ, ໃຫ້ໄປທີ່ປ່ອງຢ້ຽມຈ່າຍເງິນເພື່ອເຮັດການຊື້ໃຫ້ສໍາເລັດ. ແຕະ [ຢືນຢັນ].

6. ເມື່ອການຈ່າຍຊໍາລະຖືກສົ່ງ, ສະຖານະການສັ່ງຊື້ຈະຖືກປ່ຽນເປັນ "ກໍາລັງປະມວນຜົນ." ການເຮັດທຸລະກໍາສ່ວນໃຫຍ່ຖືກປະຕິບັດຢ່າງໄວວາ, ແຕ່ບາງທຸລະກໍາອາດຈະລົ້ມເຫຼວເນື່ອງຈາກການປ່ຽນແປງລາຄາຕະຫຼາດຢ່າງໄວວາ. ເມື່ອປະມວນຜົນແລ້ວ, ທ່ານຈະສາມາດເຫັນໂທເຄັນທີ່ຊື້ຂອງທ່ານພາຍໃຕ້ສ່ວນ [ການຖືຄອງ] .

7. ເພື່ອຕິດຕາມຄຳສັ່ງທີ່ຜ່ານມາ ແລະ ຄຳສັ່ງທີ່ລໍຖ້າໄດ້ທີ່ສ່ວນ [ປະຫວັດ Alpha].

8. ໄປທີ່ [ຊັບສິນ] - [ຕະຫຼາດແລກປ່ຽນ] - [Alpha] ເພື່ອຊື້ໂທເຄັນ Alpha ຫຼື ຂາຍໂທເຄັນ Alpha ທີ່ທ່ານຖືຄອງໄວ້.

ໃນປັດຈຸບັນ, ມີພຽງແຕ່ USDT ແລະ USDC ເທົ່ານັ້ນທີ່ຖືກຮອງຮັບ. ການຮອງຮັບຊັບສິນເພີ່ມເຕີມຈະຖືກເພີ່ມເທື່ອລະກ້າວ.
ຄໍາສັ່ງໃນ Binance Alpha 2.0 ແມ່ນມີການດຳເນີນການຜ່ານຕະຫຼາດໃນລະບົບຕ່ອງໂສ້ ເຊິ່ງລາຄາອາດຈະມີຄວາມຜັນຜວນໄວກວ່າໃນຕະຫຼາດແລກປ່ຽນ Binance.
ນອກຈາກນັ້ນ, ຖ້າລະບົບກວດພົບວ່າຈໍານວນເງິນທີ່ໄດ້ຮັບຕໍ່າສຸດທີ່ຫຼຸດລົງຕໍ່າກວ່າຈໍານວນທີ່ສະແດງຢູ່ໃນໜ້າການຊື້ຂາຍກ່ອນການດໍາເນີນການ, ຄໍາສັ່ງດັ່ງກ່າວຈະລົ້ມເຫຼວໂດຍອັດຕະໂນມັດ.
ເມື່ອຄຳສັ່ງສຳເລັດ ຫຼື ລົ້ມເຫຼວ, ອາດຈະໃຊ້ເວລາຈັກໜ້ອຍເພື່ອໃຫ້ໂທເຄັນກັບຄືນມາ ເນື່ອງຈາກການຢືນຢັນເຄືອຂ່າຍ ບລັອກເຊນ ແລະ ການຊິ້ງໂຄໄນຂອງລະບົບ. ຖ້າໂທເຄັນຂອງທ່ານຍັງບໍ່ທັນກັບຄືນມາທັນທີ, ກະລຸນາລໍຖ້າຈັກໜ້ອຍ ແລ້ວໂຫຼດໜ້າໃໝ່ ຫຼື ກວດເບິ່ງຍອດເງິນຂອງທ່ານອີກຄັ້ງ. ການຊັກຊ້າສັ້ນໆນີ້ແມ່ນເປັນສ່ວນປົກກະຕິຂອງຂະບວນການ.
Binance Alpha 2.0 ປັດຈຸບັນຢູ່ໃນ BETA ແລະ ມີໃຫ້ບໍລິການແກ່ຜູ້ໃຊ້ຈາກບາງປະເທດທີ່ເລືອກເທົ່ານັ້ນ.
Binance Alpha 2.0 ປັດຈຸບັນຢູ່ໃນ BETA ແລະ ມີໃຫ້ບໍລິການແກ່ຜູ້ໃຊ້ຈາກບາງປະເທດທີ່ເລືອກເທົ່ານັ້ນ. ເພື່ອໃຫ້ເຂົ້າເຖິງໄດ້, ຜູ້ໃຊ້ຕ້ອງອັບເດດແອັບ Binance ເປັນເວີຊັ່ນ 2.97.2 ຫຼື ໃໝ່ກວ່ານັ້ນ. ຈາກນັ້ນແຖບ Alpha ຈະປາກົດຂຶ້ນຢູ່ໃນສ່ວນ[ຕະຫຼາດ].
ຜູ້ໃຊ້ບໍ່ສາມາດດໍາເນີນການຖອນ ຫຼື ໂອນໂທເຄັນໄປຍັງ wallets/platforms ອື່ນໄດ້ເວັ້ນເສຍແຕ່ວ່າເປັນໂທເຄັນທີ່ມີການຈົດທະບຽນໄວ້ໃນ Binance Spot.
ຂໍແນະນໍາໃຫ້ກວດເບິ່ງລາຍລະອຽດການຊື້ຂາຍ ແລະ ປະຫວັດການດໍາເນີນທຸລະກໍາເພື່ອເບິ່ງລາຍລະອຽດລາຄາທີ່ມີການດໍາເນີນການ, ຄ່າທໍານຽມ ແລະ ຈໍານວນທີ່ໄດ້ຮັບ.
ບາງຄັ້ງຄ່າບໍລິການເຄືອຂ່າຍອາດຈະສູງຂຶ້ນເນື່ອງຈາກປັດໄຈຕ່າງໆທີ່ມີຜົນຕໍ່ການດໍາເນີນທຸລະກໍາໃນບລັອກເຊນ:
1. ຄວາມແອອັດຂອງ ບລັອກເຊນ: ເມື່ອກິດຈະກໍາເຄືອຂ່າຍສູງ, ຄ່າທໍານຽມທຸລະກໍາຈະເພີ່ມຂຶ້ນຍ້ອນວ່າຜູ້ໃຊ້ແຂ່ງຂັນກັນເພື່ອໃຫ້ເວລາການປະວນຜົນໄວຂຶ້ນ.
2. ຄວາມຜັນຜວນຂອງລາຄາຄ່າໃຊ້ຈ່າຍການເຮັດທຸລະກຳ: ລາຄາຄ່າໃຊ້ຈ່າຍການເຮັດທຸລະກຳ ເຊັ່ນ: Ethereum ແລະ BNB Chain ອາດປ່ຽນແປງຢ່າງໄວວາໄປຕາມຄວາມຕ້ອງການ.
3. ທຸລະກໍາທີ່ຊັບຊ້ອນ: ການຊື້ຂາຍບາງຄັ້ງ, ເຊັ່ນ: ການແລກປ່ຽນໂທເຄນທີ່ມີສະພາບຄ່ອງຕໍ່າ ຫຼື ປະຕິສໍາພັນກັບສະມາດຄັອນແທຣັກຫຼາຍລາຍການທີ່ຕ້ອງການໃຊ້ຊັບພະຍາກອນໃນການຄໍານວນຫຼາຍຂຶ້ນ ເຊິ່ງເຮັດໃຫ້ຄ່າທໍານຽມສູງຂຶ້ນ.
4. ກົນໄກໃນການປ້ອງກັນຄ່າຜິດດ່ຽງ: ບາງທຸລະກຳອາດໃຊ້ຄ່າທໍານຽມເພີ່ມເຕີມ ເພື່ອຮັບປະກັນໃຫ້ການດໍາເນີນການສຳເລັດພາຍໃຕ້ເງື່ອນໄຂທີ່ມີການປ່ຽນແປງຕະຫຼອດ.
5. ການມີປະຕິສໍາພັນຫຼາຍ: ຖ້າການຊື້ຂາຍກ່ຽວຂ້ອງກັບຫຼາຍຂັ້ນຕອນ (ເຊັ່ນ: ການອະນຸມັດໂທເຄັນ, ການໂຕ້ຕອບກັບ Pool ສະພາບຄ່ອງ) ເຊິ່ງແຕ່ລະຂັ້ນຕອນແມ່ນມີຄ່າທໍານຽມເພີ່ມເຕີມ.
6. ຄວາມແຕກຕ່າງລະຫວ່າງ DEX ແລະ CEX: ແຕກຕ່າງຈາກຕະຫຼາດແລກປ່ຽນແບບລວມສູນຄຸ້ມຄອງ, ຕະຫຼາດແລກປ່ຽນແບບບໍ່ມີສູນກາງຄຸ້ມຄອງ (DEXs) ດຳເນີນການຊື້ຂາຍໃນລະບົບຕ່ອງໂສ້ ເຊິ່ງຕ້ອງມີຄ່າທຳນຽມການເຮັດທຸລະກຳສໍາລັບທຸກໆທຸລະກຳ.
ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ, ໃຫ້ພິຈາລະນາ ການຊື້ຂາຍໃນຊ່ວງທີ່ມີກິດຈະກໍາເຄືອຂ່າຍຕໍ່າ ຫຼື ປັບການຕັ້ງຄ່າກ່ຽວກັບຄ່າທໍານຽມ ຖ້າ Wallet ຂອງທ່ານອະນຸຍາດ.
ການປະຕິເສດຄວາມຮັບຜິດຊອບ: ລາຄາຊັບສິນດິຈິຕອນແມ່ນມີຄວາມສ່ຽງຕະຫຼາດ ແລະ ຄວາມຜັນຜວນຂອງລາຄາສູງ. ມູນຄ່າການລົງທຶນຂອງທ່ານອາດຈະຫຼຸດລົງ ຫຼື ເພີ່ມຂຶ້ນ ແລະ ທ່ານອາດຈະບໍ່ໄດ້ຈໍານວນເງິນທີ່ລົງທຶນໄປກັບມາ. ທ່ານມີຄວາມຮັບຜິດຊອບຕໍ່ການຕັດສິນໃຈລົງທຶນຂອງທ່ານເອງ ແລະ Binance ບໍ່ຮັບຜິດຊອບຕໍ່ການສູນເສຍໃດໆ. ການປະຕິບັດທີ່ຜ່ານມາບໍ່ແມ່ນຕົວທີ່ທຳນາຍການປະຕິບັດໃນອະນາຄົດທີ່ເຊື່ອຖືໄດ້. ທ່ານຄວນລົງທຶນສະເພາະແຕ່ໃນຜະລິດຕະພັນທີ່ທ່ານຄຸ້ນເຄີຍ ແລະ ເຂົ້າໃຈຄວາມສ່ຽງດີເທົ່ານັ້ນ. ທ່ານຄວນພິຈາລະນາລະມັດລະວັງໃນປະສົບການການລົງທຶນຂອງທ່ານ, ສະຖານະການທາງດ້ານການເງິນ, ຈຸດປະສົງການລົງທຶນ ແລະ ຄວາມອົດທົນຕໍ່ຄວາມສ່ຽງ ແລະ ທີ່ປຶກສາອິດສະຫຼະທາງດ້ານການເງິນກ່ອນທີ່ຈະລົງທຶນໃດໆ. ເນື້ອຫານີ້ບໍ່ຄວນຕີຄວາມວ່າເປັນຄໍາແນະນໍາທາງການເງິນ. ສໍາລັບຂໍ້ມູນເພີ່ມເຕີມ, ເບິ່ງເງື່ອນໄຂການນໍາໃຊ້ ຂອງພວກເຮົາ.