ການປະຕິເສດຄວາມຮັບຜິດຊອບ: ໃນການປະຕິບັດຕາມຂໍ້ກໍານົດຂອງ MiCA, ຫຼຽນຄົງທີ່ທີ່ບໍ່ໄດ້ຮັບອະນຸຍາດແມ່ນຂຶ້ນກັບຂໍ້ຈໍາກັດບາງຢ່າງສໍາລັບຜູ້ໃຊ້ EEA. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຄລິກ ທີ່ນີ້.
ເພື່ອປົກປ້ອງຜູ້ໃຊ້ຂອງພວກເຮົາ ແລະ ຮັບປະກັນວ່າໂທເຄັນທີ່ຈົດທະບຽນ ແລະ ຄູ່ການຊື້ຂາຍສືບຕໍ່ປະຕິບັດຕາມມາດຕະຖານທີ່ມີລະດັບສູງທີ່ພວກເຮົາຄາດຫວັງ, Binance ຈຶ່ງດໍາເນີນການທົບທວນໂທເຄັນແຕ່ລະລາຍການທີ່ຈົດທະບຽນຢູ່ເປັນແຕ່ລະໄລຍະໃນແພລັດຟອມ Margin ຂອງພວກເຮົາ ໂດຍອີງໃສ່ ຄໍາແນະນໍາການປົດອອກຈາກກະດານເທຣດ.
ໂຕເຄັນ ຫຼື ຄູ່ການຊື້ຂາຍອາດຈະຖືກປົດອອກຈາກກະດານເທຣດຈາກ Binance Margin ເນື່ອງຈາກປັດໄຈຕ່າງໆ ເຊັ່ນ: ຄວາມເປັນຫ່ວງທາງດ້ານກົດໝາຍ ແລະ ລະບຽບການ, ການປະຕິບັດທີ່ບໍ່ມີຈັນຍາບັນ ຫຼື ສະພາບຄ່ອງ ແລະ ປະລິມານການຊື້ຂາຍທີ່ຕ່ຳ. ໂທເຄັນ ຫຼື ຄູ່ການຊື້ຂາຍອາດຈະຖືກປົດອອກຈາກກະດານເທຣດຈາກ Isolated Margin ແລະ Cross Margin ແຍກກັນ ຫຼື ພ້ອມກັນ.
ຜູ້ໃຊ້ສາມາດກວດສອບຂໍ້ມູນເພີ່ມເຕີມກ່ຽວກັບການປົດອອກຈາກກະດານເທຣດຂອງໂທເຄັນ Margin ຫຼື ຄູ່ຊື້ຂາຍທີ່ກຳນົດໄວ້ລ່ວງໜ້າໄດ້ທາງ:
ຜູ້ໃຊ້ຄວນໂອນໂທເຄັນທີ່ຈະຖືກປົດອອກຈາກກະດານເທຣດຈາກ ບັນຊີ Margin ໄປຍັງ Spot Wallet ກ່ອນເວລາການປົດອອກຈາກກະດານເທຣດທີ່ກຳນົດໄວ້ ຫຼື ຊໍາລະຄືນໜີ້ສິນໂທເຄັນດັ່ງກ່າວໃຫ້ຄົບຖ້ວນ ເພື່ອຫຼີກເວັ້ນການສູນເສຍທີ່ອາດຈະເກີດຂຶ້ນ.
ເມື່ອໂທເຄັນໃດໜຶ່ງຖືກກຳນົດສຳລັບປົດອອກຈາກກະດານເທຣດ, ຜູ້ໃຊ້ຈະບໍ່ສາມາດໂອນໂທເຄັນນັ້ນຜ່ານ ການໂອນດ້ວຍມື ແລະ ການໂອນອັດໂນມັດ ເຂົ້າສູ່ບັນຊີ Margin. ຢ່າງໃດກໍຕາມ, ຖ້າຜູ້ໃຊ້ຖືໜີ້ສິນທີ່ຍັງຄ້າງຄາຂອງໂທເຄັນນັ້ນ, ເຂົາເຈົ້າພຽງແຕ່ສາມາດໂອນເງິນເຖິງຈໍານວນໜີ້ສິນຂອງໂທເຄັນດ້ວຍຕົນເອງເຂົ້າໄປໃນບັນຊີ Margin ຂອງເຂົາເຈົ້າ, ລົບກັບຫຼັກປະກັນທີ່ມີຢູ່ແລ້ວ.
ເມື່ອໂທເຄັນ Margin ຫຼື ຄູ່ການຊື້ຂາຍຖືກປົດອອກຈາກກະດານເທຣດ, ການຊື້ຂາຍສຳລັບໂທເຄັນ ຫຼື ຄູ່ການຊື້ຂາຍນັ້ນ ຈະຢຸດລົງ. ຄໍາສັ່ງທັງໝົດທີ່ເປີດຢູ່ໃນຄູ່ການຊື້ຂາຍທີ່ໄດ້ຮັບຜົນກະທົບຈະຖືກຍົກເລີກ. Binance Margin ຈະຊໍາຄືນລະໜີ້ສິນໃດໆຂອງໂທເຄັນທີ່ຈະຖືກປົດອອກຈາກກະດານເທຣດບັນຊີ Cross Margin ຂອງຜູ້ໃຊ້ກ່ອນ ໂດຍໃຊ້ຫຼັກປະກັນທີ່ມີຢູ່ຂອງໂທເຄັນດຽວກັນໃນບັນຊີດຽວກັນ.
ເມື່ອການຊໍາລະຄືນສໍາເລັດແລ້ວ, ຖ້າບັນຊີເຫຼົ່ານີ້ບໍ່ມີ Position ຂອງໂທເຄັນນັ້ນອີກຕໍ່ໄປ, ຂະບວນການປົດອອກຈາກກະດານເທຣດຈະສິ້ນສຸດ. ໃນກໍລະນີອື່ນ, ຜູ້ໃຊ້ຈະຖືໂທເຄັນນັ້ນໄວ້ໃນຮູບແບບຂອງຫຼັກປະກັນ ຫຼື ໜີ້ສິນເທົ່ານັ້ນ:
1. ບັນຊີ Cross Margin ຖືສະເພາະໂທເຄັນທີ່ຖືກປົດອອກຈາກກະດານເທຣດໃນຮູບແບບຂອງຫຼັກປະກັນ
ຖ້າ ລະດັບຫຼັກປະກັນ Margin (CML) ຂອງບັນຊີນັ້ນຢູ່ທີ່ 2 ຫຼື ສູງກວ່າ, ໂທເຄັນເຫຼົ່ານີ້ຈະຖືກໂອນໄປຫາ Spot Wallet ຂອງຜູ້ໃຊ້ເຖິງຈຸດທີ່ CML ຮອດ 2. ຫຼັງຈາກການໂອນແລ້ວ ຫຼື ຖ້າ CML ຕ່ຳກວ່າ 2 ຕັ້ງແຕ່ທຳອິດ, ຄໍາສັ່ງຂາຍໃນຕະຫຼາດຈະຖືກວາງໃນໂທເຄັນທີ່ຖືກປົດອອກຈາກກະດານເທຣດຈົນກວ່າ Position ເຫຼົ່ານັ້ນຈະຖືກປິດທັງໝົດ. ສໍາລັບຈຳນວນຫຼັກປະກັນທີ່ມີຄ່າໃນລະດັບ 0.0012 BTC ຫຼື ຕໍ່າກວ່ານັ້ນ, BNB Convert ຈະຖືກໃຊ້ແທນເພື່ອແປງຈຳນວນທີ່ຍັງເຫຼືອເຂົ້າເປັນ BNB.
ຂໍ້ຍົກເວັ້ນຕໍ່ກັບກົດລະບຽບນີ້ແມ່ນເມື່ອຜູ້ໃຊ້ຖື ຫຼັກຊັບຄໍ້າປະກັນ ແລະ ໜີ້ສິນຂອງໂທເຄັນດຽວກັນ (ນອກເໜືອໄປຈາກໂທເຄັນທີ່ຈະຖືກປົດອອກຈາກກະດານເທຣດ) ແລະ ຈຳນວນຫຼັກປະກັນສຳລັບແຕ່ລະໂທເຄັນເຫຼົ່ານີ້ແມ່ນໃຫຍ່ກວ່າໜີ້ສິນຂອງໂທເຄັນທີ່ກ່ຽວຂ້ອງກັນ. ໃນກໍລະນີນີ້, ໜີ້ສິນທັງໝົດຈະຖືກຊໍາລະຄືນກ່ອນດ້ວຍຫຼັກປະກັນທີ່ມີຢູ່, ແລ້ວໂທເຄັນທີ່ຈະຖືກປົດອອກຈາກກະດານເທຣດຈະຖືກໂອນອອກ.
ສົມມຸດວ່າ MATIC ເປັນໂທເຄັນທີ່ຈະຖືກປົດອອກຈາກກະດານເທຣດ:
ຄຳສັ່ງທີ່ເປີດໃສ່ຢູ່ໃນບັນຊີ Cross Margin ຂອງຜູ້ໃຊ້ທັງໝົດຈະຖືກຍົກເລີກໃນເວລາທີ່ຈະປົດອອກຈາກກະດານເທຣດ, ຍົກເວັ້ນຄ່າຫຼັກປະກັນຂອງສິນຄ້າທັງໝົດຈະຕໍ່ສູງກວ່າສອງຄັ້ງຄ່າບັນທຶກຂອງໂທເຄັນທີ່ຖືກປົດອອກຈາກກະດານເທຣດ, ໃນກໍລະນີນີ້ຄຳສັ່ງເປີດເຫຼົ່ານີ້ຈະບໍ່ຖືກຍົກເລີກ. ຫຼັງຈາກນັ້ນ, ຈະວາງຄໍາສັ່ງຂາຍໃນຕະຫຼາດ ເພື່ອຊຳລະໜີ້ສິນຂອງໂທເຄັນທີ່ຈະຖືກປົດອອກຈາກກະດານເທຣດ ໂດຍໃຊ້ຫຼັກປະກັນອື່ນໆໃນບັນຊີຂອງຜູ້ໃຊ້.
ສົມມຸດວ່າ CVP ເປັນໂທເຄັນທີ່ຈະຖືກປົດອອກຈາກກະດານເທຣດ:
ຂະບວນການການປົດອອກຈາກກະດານເທຣດຈະສິ້ນສຸດລົງ ເມື່ອບໍ່ມີຫຼັກປະກັນ ຫຼື ໜີ້ສິນຂອງໂທເຄັນທີ່ຖືກປົດອອກຈາກກະດານເທຣດເຫຼືອຢູ່ໃນບັນຊີ Margin ຂອງຜູ້ໃຊ້.
ເມື່ອຄູ່ການຊື້ຂາຍ Isolated Margin ຖືກປົດອອກຈາກກະດານເທຣດ, ການຊື້ຂາຍສໍາລັບຄູ່ການຊື້ຂາຍນັ້ນຈະຢຸດ. ຄຳສັ່ງທີ່ເປີດທັງໝົດໃນຄູ່ເຫຼົ່ານີ້ຈະຖືກຍົກເລີກ. Binance Margin ຈະຊໍາລະຄືນໜີ້ສິນໃດໆຂອງໂທເຄັນທີ່ຈະຖືກປົດອອກຈາກກະດານເທຣດບັນຊີ Isolated Margin ຂອງຜູ້ໃຊ້ກ່ອນ ໂດຍໃຊ້ຫຼັກປະກັນທີ່ມີຢູ່ຂອງໂທເຄັນດຽວກັນໃນບັນຊີດຽວກັນ.
ເມື່ອການຊໍາລະຄືນສໍາເລັດແລ້ວ, ໜີ້ສິນທີ່ເຫຼືອທັງໝົດຈະຖືກຊຳລະຄືນທັງໝົດ ໂດຍໃຊ້ຫຼັກປະກັນໃນບັນຊີ. ສຸດທ້າຍ, ຊັບສິນຄ້ຳປະກັນທີ່ຍັງເຫຼືອຈະຖືກໂອນເຂົ້າໃສ່ Spot Wallet ຂອງຜູ້ໃຊ້. ຂະບວນການການປົດອອກຈາກກະດານເທຣດຈະສິ້ນສຸດລົງ ເມື່ອບໍ່ມີຫຼັກປະກັນ ຫຼື ໜີ້ສິນຂອງໂທເຄັນທີ່ຖືກປົດອອກຈາກກະດານເທຣດເຫຼືອຢູ່ໃນບັນຊີ Margin ຂອງຜູ້ໃຊ້.
ເພື່ອສະໜັບສະໜູນການ Swap ແລະ ປ່ຽນຊື່ໃໝ່ຂອງໂທເຄັນ, Binance Margin ຈະຖອນໂທເຄັນຕົ້ນສະບັບກ່ອນ ແລະ ເປີດການຊື້ຂາຍພາຍໃຕ້ຊື່ໂທເຄັນໃໝ່. ກະລຸນາເບິ່ງການ Swap ໂທເຄັນຢ່າງເປັນທາງການ ແລະ ປະກາດການປ່ຽນຊື່ໃໝ່ສຳລັບໄລຍະເວລາລະອຽດ.
ທ່ານຖືກແນະນຳໃຫ້ໂອນໂທເຄັນ Swap ແລະ ປ່ຽນຊື່ໃໝ່ຈາກບັນຊີ Margin ຂອງທ່ານເຂົ້າໄປສູ່ Spot Wallet ຂອງທ່ານ ກ່ອນ ເວລາທີ່ກຳນົດສໍາລັບການຖອນອອກ ແລະ/ຫຼື ຊໍາລະຄືນໜີ້ສິນຂອງໂທເຄັນດັ່ງກ່າວໃນຮູບແບບເຕັມເພື່ອຫຼີກເວັ້ນການສູນເສຍໃດໆທີ່ເປັນໄປໄດ້.
ເມື່ອໂທເຄັນແມ່ນຖືກກຳນົດໃຫ້ Swap ແລະ ປ່ຽນຊື່ໃໝ່, ທ່ານຈະບໍ່ສາມາດໂອນໂທເຄັນນັ້ນຜ່ານ ການໂອນດ້ວຍມື ຫຼື ການໂອນອັດໂນມັດ ໄປສູ່ບັນຊີ Margin ຂອງທ່ານ. ຢ່າງໃດກໍຕາມ, ຖ້າທ່ານຖືຄອງໜີ້ສິນທີ່ຍັງຄ້າງຄາຂອງໂທເຄັນນັ້ນ, ທ່ານອາດພຽງແຕ່ສາມາດໂອນເຖິງຈໍານວນໜີ້ສິນຂອງໂທເຄັນດ້ວຍຕົນເອງເຂົ້າໄປໃນບັນຊີ Margin ຂອງທ່ານ, ລົບກັບຫຼັກປະກັນທີ່ມີຢູ່ແລ້ວ.
ເມື່ອໂທເຄັນ Margin ຫຼື ຄູ່ຊື້ຂາຍຖືກຖອນອອກເນື່ອງຈາກການ Swap ຫຼື ການປ່ຽນຊື່ໃໝ່, ການຊື້ຂາຍສໍາລັບໂທເຄັນ ຫຼື ຄູ່ຊື້ຂາຍນັ້ນຈະສິ້ນສຸດ. ຄໍາສັ່ງທັງໝົດທີ່ເປີດຢູ່ໃນຄູ່ຊື້ຂາຍທີ່ໄດ້ຮັບຜົນກະທົບຈະຖືກຍົກເລີກ. Binance Margin ຈະຊໍາຄືນລະໜີ້ສິນໃດໆຂອງໂທເຄັນທີ່ຈະຖືກປົດອອກຈາກກະດານເທຣດບັນຊີ Cross Margin ຂອງຜູ້ໃຊ້ກ່ອນ ໂດຍໃຊ້ຫຼັກປະກັນທີ່ມີຢູ່ຂອງໂທເຄັນດຽວກັນໃນບັນຊີດຽວກັນ.
ເມື່ອການຊໍາລະຄືນສໍາເລັດແລ້ວ, ຖ້າບັນຊີເຫຼົ່ານີ້ບໍ່ມີການຖື Position ຂອງໂທເຄັນນັ້ນອີກຕໍ່ໄປ, ຂະບວນການການຖອນອອກຈະສິ້ນສຸດ. ໃນກໍລະນີອື່ນ, ສຸດທ້າຍທ່ານຈະຖືໂທເຄັນນັ້ນໄວ້ໃນຮູບແບບຂອງຫຼັກປະກັນ ຫຼື ໜີ້ສິນເທົ່ານັ້ນ:
1. ຖ້າບັນຊີ Cross Margin ຂອງທ່ານຖືຄອງໂທເຄັນທີ່ຈະຖືກຖອນອອກໃນຮູບແບບຫຼັກປະກັນເທົ່ານັ້ນ:
ຖ້າ ລະດັບຫຼັກປະກັນ Margin (CML) ຂອງບັນຊີນັ້ນຢູ່ທີ່ 2 ຫຼື ສູງກວ່າ, ໂທເຄັນເຫຼົ່ານີ້ຈະຖືກໂອນໄປຫາ Spot Wallet ຂອງທ່ານເຖິງຈຸດທີ່ CML ຮອດ 2. ຫຼັງຈາກການໂອນສຳເລັດແລ້ວ ຫຼື ຖ້າ CML ຕ່ຳກວ່າ 2 ຕັ້ງແຕ່ທຳອິດ, ຄໍາສັ່ງຂາຍໃນຕະຫຼາດຈະຖືກວາງໃນໂທເຄັນທີ່ຖືກຖອນອອກຈົນກວ່າ Position ເຫຼົ່ານັ້ນຈະຖືກປິດທັງໝົດ. ສໍາລັບຈຳນວນຫຼັກປະກັນທີ່ມີຄ່າໃນລະດັບ 0.0012 BTC ຫຼື ຕໍ່າກວ່ານັ້ນ, BNB Convert ຈະຖືກໃຊ້ແທນເພື່ອແປງຈຳນວນທີ່ຍັງເຫຼືອເຂົ້າເປັນ BNB.
ຂໍ້ຍົກເວັ້ນຕໍ່ກັບກົດລະບຽບນີ້ແມ່ນເມື່ອທ່ານຖື ຫຼັກປະກັນ ແລະ ໜີ້ສິນຂອງໂທເຄັນດຽວກັນ (ນອກເໜືອໄປຈາກໂທເຄັນທີ່ຈະຖືກຖອນອອກ) ແລະ ຈຳນວນຫຼັກປະກັນສຳລັບແຕ່ລະໂທເຄັນເຫຼົ່ານີ້ແມ່ນໃຫຍ່ກວ່າໜີ້ສິນຂອງໂທເຄັນທີ່ກ່ຽວຂ້ອງກັນ. ໃນກໍລະນີນີ້, ໜີ້ສິນທັງໝົດຈະຖືກຊໍາລະຄືນກ່ອນດ້ວຍຫຼັກປະກັນທີ່ມີຢູ່, ແລ້ວໂທເຄັນທີ່ຈະຖືກຖອນອອກຈະຖືກໂອນອອກ.
ສົມມຸດວ່າ MATIC ແມ່ນໂທເຄັນທີ່ຈະຖືກຖອນອອກເພາະໂທເຄັນ Swap ແລະ ການປ່ຽນຊື່ໃໝ່:
2. ຖ້າບັນຊີ Cross Margin ຂອງທ່ານຖືກຄອງໂທເຄັນທີ່ຈະຖືກຖອນອອກໃນຮູບແບບຂອງໜີ້ສິນເທົ່ານັ້ນ.
ຄຳສັ່ງທັງໝົດທີ່ເປີດຢູ່ໃນບັນຊີ Cross Margin ຂອງທ່ານຈະຖືກຍົກເລີກໃນເວລາການໂຍກຍ້າຍທີ່ກຳນົດ, ຍົກເວັ້ນຄ່າຫຼັກປະກັນຂອງຊັບສິນທີ່ມີໃຫ້ໃຊ້ງານທັງໝົດແມ່ນສູງກວ່າສອງຄັ້ງຄ່າບັນຊີຂອງໂທເຄັນທີ່ຖືກປົດອອກຈາກກະດານເທຣດ, ໃນກໍລະນີນີ້ຄຳສັ່ງເປີດຈະບໍ່ຖືກຍົກເລີກ. ຫຼັງຈາກນັ້ນ, ຈະວາງຄໍາສັ່ງຂາຍໃນຕະຫຼາດ ເພື່ອຊຳລະໜີ້ສິນຂອງໂທເຄັນທີ່ຈະຖືກຖອນອອກ ໂດຍໃຊ້ຫຼັກປະກັນອື່ນໆໃນບັນຊີຂອງທ່ານ.
ສົມມຸດວ່າ CVP ແມ່ນໂທເຄັນທີ່ຈະຖືກຖອນອອກເພາະໂທເຄັນ Swap ແລະ ການປ່ຽນຊື່ໃໝ່:
ຂະບວນການການຖອນອອກຈະສິ້ນສຸດລົງ ເມື່ອບໍ່ມີຫຼັກປະກັນ ຫຼື ໜີ້ສິນຂອງໂທເຄັນທີ່ຖືກຖອນອອກເຫຼືອຢູ່ໃນບັນຊີ Margin ຂອງຜູ້ໃຊ້.
ເມື່ອຄູ່ຊື້ຂາຍ Margin Isolated ຖືກຖອນອອກເນື່ອງຈາກການ Swap ໂທເຄັນ ແລະ ການປ່ຽນຊື່ໃໝ່, ການຊື້ຂາຍສໍາລັບຄູ່ຊື້ຂາຍນັ້ນຈະສິ້ນສຸດ. ຄຳສັ່ງທີ່ເປີດທັງໝົດໃນຄູ່ເຫຼົ່ານີ້ຈະຖືກຍົກເລີກ. Binance Margin ຈະຊໍາລະຄືນໜີ້ສິນໃດໆຂອງໂທເຄັນທີ່ຈະຖືກຖອນອອກໃນບັນຊີ Isolated Margin ຂອງຜູ້ໃຊ້ກ່ອນ ໂດຍໃຊ້ຫຼັກປະກັນທີ່ມີຢູ່ຂອງໂທເຄັນດຽວກັນໃນບັນຊີດຽວກັນ.
ເມື່ອການຊໍາລະຄືນສໍາເລັດແລ້ວ, ໜີ້ສິນທີ່ເຫຼືອທັງໝົດຈະຖືກຊຳລະຄືນທັງໝົດ ໂດຍໃຊ້ຫຼັກປະກັນໃນບັນຊີ. ສຸດທ້າຍ, ຊັບສິນຄ້ຳປະກັນທີ່ຍັງເຫຼືອຈະຖືກໂອນເຂົ້າໃສ່ Spot Wallet ຂອງຜູ້ໃຊ້. ຂະບວນການການຖອນອອກຈະສິ້ນສຸດລົງ ເມື່ອບໍ່ມີຫຼັກປະກັນ ຫຼື ໜີ້ສິນຂອງໂທເຄັນທີ່ຖືກຖອນອອກເຫຼືອຢູ່ໃນບັນຊີ Margin ຂອງຜູ້ໃຊ້.
Binance ພິຈາລະນາຫຼາຍປັດໄຈໃນເວລາດໍາເນີນການທົບທວນຄືນການປົດອອກຈາກກະດານເທຣດ. ນີ້ແມ່ນບາງຕົວຢ່າງ:
ເມື່ອຮອດເວລາກໍານົດການປົດອອກຈາກກະດານເທຣດ ສຳລັບໂທເຄັນ ຫຼື ຄູ່ການຊື້ຂາຍ, ຫຼັກຊັບຄໍ້າປະກັນ ຫຼື ໜີ້ສິນຂອງໂທເຄັນ ຫຼື ຄູ່ການຊື້ຂາຍທີ່ໄດ້ຮັບຜົນກະທົບໃນບັນຊີ margin ຂອງທ່ານຈະຖືກປິດທັງໝົດຕາມຂະບວນການທີ່ໄດ້ອະທິບາຍຂ້າງເທິງ. ຫຼັງຈາກການປົດອອກຈາກກະດານເທຣດແລ້ວ, ທ່ານອາດຍັງມີໂທເຄັນທີ່ຍັງເຫຼືອຢູ່ໃນ Spot Wallet ຂອງທ່ານທີ່ຖືກໂອນອອກຈາກ Margin Wallet ຂອງທ່ານ.
ໂທເຄັນອື່ນທີ່ທ່ານຖືຢູ່ໃນບັນຊີ Cross Margin ຂອງທ່ານອາດຈະຖືກໃຊ້ເພື່ອຊື້ໂທເຄັນທີ່ກຳລັງຈະຖືກປົດອອກຈາກກະດານເທຣດ ເພື່ອຊໍາລະໜີ້ທີ່ຍັງຄ້າງຢູ່ຂອງໂທເຄັນທີ່ຖືກປົດອອກຈາກກະດານເທຣດ.
ການປະຕິເສດຄວາມຮັບຜິດຊອບ ແລະ ຄຳເຕືອນຄວາມສ່ຽງ:ລາຄາຂອງໂທເຄັນດິຈິຕອນມີຄວາມສ່ຽງຈາກຄວາມຜັນຜວນຂອງຕະຫຼາດ ແລະ ລາຄາ. ຂໍ້ມູນທີ່ໃຫ້ບໍ່ໄດ້ມີລັກສະນະເປັນການຊັກຊວນ, ແນະນຳ ຫຼື ກະຕຸ້ນໃຫ້ຊື້ຂາຍຜະລິດຕະພັນດັ່ງກ່າວ. ມູນຄ່າການລົງທຶນຂອງທ່ານອາດຈະຫຼຸດລົງ ຫຼື ເພີ່ມຂຶ້ນ ແລະ ທ່ານອາດບໍ່ໄດ້ຮັບເງິນຄືນຕາມຈຳນວນທີ່ລົງທຶນໄປ. ການຊື້ຂາຍແບບ Cross Margin ຈະໃຫ້ໃຊ້ Leverage ທີ່ຫຼາຍກວ່າບັນຊີ Margin ປົກກະຕິ ແລະ ການໃຊ້ Leverage ຫຼາຍຂຶ້ນຈະເຮັດໃຫ້ເກີດການສູນເສຍທີ່ຫຼາຍຂຶ້ນໃນກໍລະນີທີ່ຕະຫຼາດມີສະພາບທີ່ບໍ່ດີ. ມີຄວາມສ່ຽງທີ່ Position Cross Margin ຂອງຜູ້ໃຊ້ອາດຖືກບັງຄັບໃຫ້ຊຳລະບັນຊີໂດຍບໍ່ສະໝັກໃຈ ເຊິ່ງອາດເຮັດໃຫ້ເກີດການຂາດທຶນ. ຂໍ້ຄິດເຫັນ ແລະ ການວິເຄາະບໍ່ຖືເປັນການຮັບປະກັນ ຫຼື ການຮັບຜິດຊອບຂອງ Binance. ທ່ານເປັນຜູ້ຮັບຜິດຊອບ ໃນການຕັດສິນໃຈລົງທຶນຂອງທ່ານເອງ ແລະ Binance ບໍ່ມີຄວາມຮັບຜິດຊອບຕໍ່ການຂາດທຶນທີ່ອາດຈະເກີດຂຶ້ນ. ປະສິດທິພາບໃນອະດີດຜ່ານມາບໍ່ສາມາດຄາດການປະສິດທິພາບໃນອະນາຄົດໄດ້ສະເໜີໄປ. ທ່ານຄວນລົງທຶນໃນຜະລິດຕະພັນທີ່ທ່ານເຄີຍ ແລະ ເຂົ້າໃຈຄວາມສ່ຽງ. ທ່ານຄວນພິຈາລະນາປະສົບການການລົງທຶນ, ສະຖານະການທາງການເງິນ, ເປົ້າໝາຍການລົງທຶນ ແລະ ຄວາມສ່ຽງຂອງທ່ານຢ່າງຮອບຄອບ ແລະ ປຶກສາຜູ້ໃຫ້ຄຳປຶກສາທາງການເງິນກ່ອນການລົງທຶນ. ຂໍ້ມູນນີ້ບໍ່ຄວນຕີຄວາມເປັນເປັນນຳແນະທາງການເງິນ. ຜະລິດຕະພັນນີ້ອາດບໍ່ສາມາດໃຊ້ໄດ້ໃນບາງປະເທດ ແລະ ກັບຜູ້ໃຊ້ບາງຄົນ. ເນື້ອໃນນີ້ບໍ່ໄດ້ມີໃຫ້ສຳລັບຜູ້ໃຊ້/ປະເທດທີ່ມີກົດໝາຍຫ້າມ ຫຼື ຂໍ້ຈຳກັດ. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເບິ່ງເງື່ອນໄຂການນຳໃຊ້ແລະຄຳເຕືອນຄວາມສ່ຽງ. ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບການປ້ອງກັນຕົວເອງ, ກະລຸນາໄປທີ່ໜ້າການຊື້ຂາຍທີ່ມີຄວາມຮັບຜິດຊອບ.