ບົດແນະນໍາການປົດອອກຈາກກະດານເທຣດຂອງ Binance & ຄໍາຖາມທີ່ເຫັນເລື້ອຍໆ

ເຜີຍແຜ່ເມື່ອ 2022-12-19 09:44

ເພື່ອປົກປ້ອງຜູ້ໃຊ້ຂອງພວກເຮົາ ແລະ ຮັບປະກັນວ່າໂທເຄັນທີ່ຈົດທະບຽນ ແລະ ຄູ່ການຊື້ຂາຍສືບຕໍ່ປະຕິບັດຕາມມາດຕະຖານທີ່ມີລະດັບສູງທີ່ພວກເຮົາຄາດຫວັງ, Binance ຈຶງດໍາເນີນການທົບທວນແຕ່ລະໄລຍະຂອງໂທເຄັນ ແລະ ຄູ່ການຊື້ຂາຍ Spot/Margin ທີ່ຈົດທະບຽນໃນແພລັດຟອມຂອງພວກເຮົາໂດຍອີງໃສ່ຄໍາແນະນໍາທີ່ລະບຸໄວ້ຂ້າງລຸ່ມນີ້. 

ເມື່ອໂທເຄັນ ຫຼື ຄູ່ການຊື້ຂາຍ Spot/Margin ທີ່ຈົດທະບຽນບໍ່ສາມາດໄດ້ຕາມມາດຕະຖານເຫຼົ່ານີ້ອີກຕໍ່ໄປ, Binance ອາດຈະປົດໂທເຄັນ ຫຼື ຄູ່ຊື້ຂາຍ Spot/Margin ອອກຈາກກະດານເທຣດເພື່ອປົກປ້ອງຜົນປະໂຫຍດຂອງຜູ້ໃຊ້.

Binance ປະເມີນໂທເຄັນທີ່ຈົດທະບຽນແນວໃດ?

Binance ຕິດຕໍ່ສື່ສານກັບທີມງານໂຄງການເປັນປະຈໍາເພື່ອເຂົ້າໃຈການພັດທະນາຫຼ້າສຸດຂອງເຂົາເຈົ້າ ເຊັ່ນ: ແຜນງານຂອງຜະລິດຕະພັນ, ການປ່ຽນແປງທີມງານ ແລະອື່ນໆຂອງເຂົາເຈົ້າ. ສິ່ງນີ້ລວມມີທັງການປ່ຽນແປງທາງບວກ ແລະ ທາງລົບ (ຕົວຢ່າງ: ການບ່ຽງເບນທີ່ບໍ່ຄາດຄິດຈາກແຜນເດີມຂອງທີມງານໂຄງການ).

ໃນລະຫວ່າງເກີດເຫດການດ້ານຕະຫຼາດທີ່ສໍາຄັນ, Binance ຍັງຈະກວດສອບກັບທີມງານໂຄງການເຫຼົ່ານີ້ເພື່ອໃຫ້ເຂົ້າໃຈວ່າພວກເຂົາໄດ້ຮັບຜົນກະທົບແນວໃດ. ຖ້າທີມງານໂຄງການພົບເຫດການ (ຕົວຢ່າງ: ໂຄງການຖືກແຮັກ), ແລ້ວ Binance ກໍຈະຕິດຕໍ່ຫາເພື່ອເບິ່ງວ່າມີຄວາມຕ້ອງການການສະໜັບສະໜູນ ຫຼື ບໍ່. ຫຼັງຈາກເຫດການດັ່ງກ່າວ, Binance ຈະດໍາເນີນການທົບທວນຄືນວ່າທີມງານຂອງໂຄງການຈັດການກັບເຫດການດັ່ງກ່າວແນວໃດ, ແລະ ວ່າທີມງານໂຄງການໄດ້ແນະນໍາມາດຕະການທີ່ເໝາະສົມເພື່ອປ້ອງກັນບໍ່ໃຫ້ເຫດການທີ່ຄ້າຍຄືກັນເກີດຂຶ້ນອີກ ຫຼື ບໍ່.

ນອກຈາກນັ້ນ, ພວກເຮົາຍິນດີຕ້ອນຮັບ ແລະ ໃຫ້ຄຸນຄ່າຄໍາຕິຊົມ ແລະ ຄຳແນະນຳຂອງຜູ້ໃຊ້ຢູ່ Binance ສະເໝີ. ພວກເຮົາຈະດໍາເນີນການສືບສວນ ແລະ ປະເມີນວ່າໂທເຄັນທີ່ມີລາຍຊື່ກົງກັບມາດຕະຖານຂອງພວກເຮົາບໍ ຖ້າມີການຮ້ອງທຸກຈໍານວນຫຼາຍສໍາລັບໂທເຄັນທີ່ຈົດທະບຽນ. 

ກະລຸນາຮັບຮູ້: 

  • ເພື່ອຊ່ວຍໃຫ້ຜູ້ໃຊ້ສາມາດຈໍາແນກໂທເຄັນທີ່ສະແດງ ຄວາມຜັນຜວນ ແລະ ຄວາມສ່ຽງທີ່ສູງຂຶ້ນ ຢ່າງຫຼວງຫຼາຍເມື່ອປຽບທຽບກັບໂທເຄັນທີ່ຈົດທະບຽນອື່ນໆນັ້ນ, Binance ໄດ້ນໍາສະເໜີການ ປ້າຍຕິດຕາມ ໃນໜ້າການຊື້ຂາຍ Binance Spot ແລະ Binance Margin ແລະ ໃນໜ້າ ພາບລວມຂອງຕະຫຼາດ.
  • Binance ຈະດໍາເນີນການທົບທວນໂຄງການເປັນໄລຍະ ແລະ ຕັດສິນໃຈວ່າປ້າຍຕິດຕາມນັ້ນຄວນຖືກເພີ່ມໃສ່ ຫຼື ເອົາອອກຈາກໂທເຄັນທີ່ຈົດທະບຽນຕາມຜົນການຄົ້ນພົບຫຼ້າສຸດຂອງມັນ. ການເພີ່ມ ຫຼື ການເອົາອອກຂອງປ້າຍຕິດຕາມນັ້ນຈະສໍາເລັດພາຍໃນ ອາທິດທໍາອິດຂອງທຸກໆໄຕມາດເດືອນ. ໃຫ້ອ້າງອີງເຖິງ ການປະກາດນີ້ ສໍາລັບລາຍລະອຽດເພີ່ມເຕີມກ່ຽວກັບປ້າຍຕິດຕາມ.

Binance ປະເມີນຄູ່ການຊື້ຂາຍ Spot/Margin ທີ່ຈົດທະບຽນແນວໃດ?

ເພື່ອປົກປ້ອງຜູ້ໃຊ້ ແລະ ຮັກສາຕະຫຼາດການຊື້ຂາຍທີ່ມີຄຸນນະພາບສູງ, Binance ດໍາເນີນການທົບທວນແຕ່ລະໄລຍະຂອງຄູ່ການຊື້ຂາຍ Spot / Margin ທັງໝົດທີ່ຈົດທະບຽນ ແລະ ອາດຈະປົດອອກຈາກກະດານເທຣດ ສໍາລັບຄູ່ການຊື້ຂາຍ Spot / Margin ທີ່ເລືອກເນື່ອງຈາກປັດໄຈຫຼາຍຢ່າງ ເຊັ່ນ: ສະພາບຄ່ອງ ແລະ ປະລິມານການການຊື້ຂາຍທີ່ບໍ່ດີ. 

ກະລຸນາຮັບຊາບວ່າການປົດອອກຈາກກະດານເທຣດຂອງຄູ່ການຊື້ຂາຍ spot/margin ບໍ່ ກະທົບຕໍ່ບັນດາໂທເຄັນທີ່ມີໃນ Binance Spot/Margin ທີ່ກ່ຽວຂ້ອງ. ທ່ານຍັງສາມາດຊື້ຂາຍຖານຂອງຄູ່ການຊື້ຂາຍ spot/margin ແລະ ຊັບສິນອ້າງອີງໃນຄູ່ການຊື້ຂາຍອື່ນໆທີ່ມີຢູ່ໃນ Binance. 

ຄໍາຖາມທີ່ເຫັນເລື້ອຍໆ

1. Binance ພິຈາລະນາຫຍັງແດ່ກ່ອນທີ່ຈະຍົກເລີກໂທເຄັນ?

Binance ພິຈາລະນາຫຼາຍປັດໄຈໃນເວລາດໍາເນີນການທົບທວນຄືນການປົດອອກຈາກກະດານເທຣດ. ນີ້ແມ່ນບາງຕົວຢ່າງ:

  • ຄວາມສ່ຽງດ້ານກົດໝາຍ/ການປະຕິບັດຕາມ: ໂຄງການຄວາມເປັນສ່ວນຕົວ, ໂທເຄັນພາຍໃຕ້ບັນຫາກົດລະບຽບທົ່ວໂລກ/ພາກພື້ນ, ແລະອື່ນໆ.
  • ຄວາມສ່ຽງຕໍ່ການເປັນຫ່ວງຂອງໂຄງການ: ການຮັບຮອງຜູ້ໃຊ້ຕໍ່າ, ບັນຫາຕໍ່ເນື່ອງ (ຂາດການພັດທະນາ, ບໍ່ມີທີມງານ) ຫຼື ເຫດການ (ເຊັ່ນ: ສະມາຊິກທີມງານຖືກຈັບ, ການແຮັກ) ແລະອື່ນໆ.
  • ຄວາມສ່ຽງດ້ານການຕະຫຼາດ: ສະພາບຄ່ອງບໍ່ດີ, ທຶນຕະຫຼາດຕໍ່າ ແລະອື່ນໆ.
  • ຄວາມສ່ຽງດ້ານຈັນຍາບັນ: ຫຼັກຖານຂອງການສໍ້ໂກງ ຫຼື ການລ່ວງລະເມີດຂອງຕະຫຼາດ ແລະອື່ນໆ.

2. ຈະເກີດຫຍັງຂຶ້ນກັບຊັບສິນຂອງຂ້ອຍຫຼັງຈາກໂທເຄັນຖືກປົດອອກຈາກກະດານເທຣດ?

ເມື່ອໂທເຄັນຖືກປົດອອກຈາກກະດານເທຣດໃນ Binance, ທ່ານສາມາດຖອນໂທເຄັນທີ່ຖືກປົດອອກຈາກກະດານເທຣດໄປຫາ wallets ພາຍນອກຂອງທ່ານກ່ອນທີ່ຈະຢຸດເຊົາການຖອນ, ຕາມທີ່ລະບຸໄວ້ໃນການປະກາດການປົດອອກຈາກກະດານເທຣດ. ການຢຸດເຊົາການຖອນໂດຍທົ່ວໄປແມ່ນຈະໃຊ້ເວລາ ສາມເດືອນພາຍຫຼັງ ວັນທີ ແລະ ເວລາ ທີ່ຖືກປົດອອກຈາກກະດານເທຣດຂອງໂທເຄັນທີ່ກ່ຽວຂ້ອງ.

ກະລຸນາຮັບຊາບວ່າ: ໂທເຄັນທີ່ຖືກປົດອອກຈາກກະດານເທຣດອາດຈະຖືກປ່ຽນເປັນຫຼຽນຄົງທີ ໃນນາມຂອງຜູ້ໃຊ້ຫຼັງຈາກ Binance ໄດ້ຢຸດການຖອນສໍາລັບໂທເຄັນທີ່ຖືກປົດອອກຈາກກະດານເທຣດທີ່ກ່ຽວຂ້ອງ ແລະ ເງິນທີ່ດໍາເນີນການຈະຖືກໂອນເຂົ້າບັນຊີ Binance ຂອງຜູ້ໃຊ້. ກ່ອນທີ່ໂທເຄັນທີ່ຖືກປົດອອກຈາກກະດານເທຣດນັ້ນຈະຖືກປ່ຽນເປັນຫຼຽນຄົງທີ່ນັ້ນ, ຈະມີການແຈ້ງເຕືອນແຍກຕ່າງຫາກ.

3. ທ່ານແຈ້ງໃຫ້ທີມງານຂອງໂຄງການກ່ອນທີ່ໂທເຄັນຂອງເຂົາເຈົ້າຈະຖືກປົດອອກຈາກກະດານເທຣດບໍ່?

Binance ບໍ່ໄດ້ເປີດເຜີຍການຕັດສິນໃຈການປົດອອກຈາກກະດານເທຣດໃດໆຕໍ່ບຸກຄົນພາຍນອກ. ຢ່າງໃດກໍຕາມ, ພວກເຮົາຕິດຕໍ່ທີມງານໂຄງການຂອງໂທເຄັນທີ່ຈົດທະບຽນເປັນປະຈໍາ ເພື່ອເກັບກໍາຂໍ້ມູນກ່ຽວກັບການພັດທະນາຫຼ້າສຸດຂອງເຂົາເຈົ້າ. 

4. ທີມງານໂຄງການຈະສາມາດຫຼີກລ້ຽງບໍ່ໃຫ້ໂທເຄັນຂອງເຂົາເຈົ້າຖືກປົດອອກຈາກກະດານເທຣດແນວໃດ?

ທີມງານໂຄງການຄວນສ້າງຜະລິດຕະພັນຂອງເຂົາເຈົ້າຢ່າງຫ້າວຫັນ, ມີສ່ວນຮ່ວມກັບຊຸມຊົນຂອງເຂົາເຈົ້າເລື້ອຍໆ ແລະ ເຜີຍແຜ່ແຜນວຽກຂອງຜະລິດຕະພັນທີ່ຊັດເຈນ.

5. ຄວາມແຕກຕ່າງລະຫວ່າງການປົດອອກຈາກກະດານເທຣດຂອງໂທເຄັນ ແລະ ການປົດອອກຈາກກະດານເທຣດຂອງຄູ່ການຊື້ຂາຍ Spot/Margin ແມ່ນມີຫຍັງແດ່?

ການປົດອອກຈາກກະດານເທຣດຂອງໂທເຄັນຈະສົ່ງຜົນໃຫ້ມີການລຶບໂທເຄັນດັ່ງກ່າວອອກຈາກຜະລິດຕະພັນ ແລະ ການບໍລິການຂອງ Binance ທັງໝົດ, ເຊິ່ງຮວມເຖິງຄູ່ການຊື້ spot/margin ທັງໝົດ. 

ໃນທາງກົງກັນຂ້າມ, ການປົດອອກຈາກກະດານເທຣດຂອງຄູ່ການຊື້ຂາຍ spot/margin ແມ່ນ ບໍ່ ມີຜົນກະທົບຕໍ່ການມີຢູ່ຂອງໂທເຄັນໃນ Binance Spot/Margin. ທ່ານຍັງສາມາດຊື້ຂາຍຖານຂອງຄູ່ການຊື້ຂາຍ spot/margin ແລະ ຊັບສິນອ້າງອີງໃນຄູ່ການຊື້ຂາຍອື່ນໆທີ່ມີຢູ່ໃນ Binance. 

ການປະຕິເສດຄວາມຮັບຜິດຊອບ: ບັນຊີລາຍຊື່ຂອງຊັບສິນດິຈິຕອນທີ່ຖືກສະໜັບສະໜູນແມ່ນຖືກຈັດພິມມາຢູ່ໃນເວັບໄຊຂອງພວກເຮົາ. ອີງຕາມ ເງື່ອນໄຂການນໍາໃຊ້ຂອງ Binance, ພວກເຮົາອາດຈະລຶບອອກ ຫຼື ລະງັບຊັບສິນດິຈິຕອນໜຶ່ງ ຫຼື ຫຼາຍກວ່ານັ້ນອອກຈາກບັນຊີລາຍຊື່ຂອງຊັບສິນດິຈິຕອນທີ່ຖືກສະໜັບສະໜູນ ແລະ ພວກເຮົາຈະໃຊ້ຄວາມພະຍາຍາມທາງການຄ້າທີ່ສົມເຫດສົມຜົນເພື່ອແຈ້ງໃຫ້ທ່ານຮູ້ລ່ວງໜ້າ. ໝາຍຄວາມວ່າທ່ານຈະບໍ່ສາມາດເຂົ້າເຖິງຊັບສິນດິຈິຕອນດັ່ງກ່າວ ໃນນາມເປັນສ່ວນໜຶ່ງຂອງການບໍລິການ Binance ແລະ ພຽງແຕ່ຈະໄດ້ຮັບການອະນຸຍາດໃຫ້ຖອນຊັບສິນດິຈິຕອນຈາກບັນຊີ Binance ຂອງທ່ານເທົ່ານັ້ນ.

ຄໍາເຕືອນຄວາມສ່ຽງ: ລາຄາຊັບສິນດິຈິຕອນມີຄວາມສ່ຽງດ້ານຕະຫຼາດ ແລະ ຄວາມຜັນຜວນຂອງລາຄາສູງ. ມູນຄ່າການລົງທຶນຂອງທ່ານອາດຈະຫຼຸດລົງ ຫຼື ເພີ່ມຂຶ້ນ ແລະ ທ່ານອາດຈະບໍ່ໄດ້ຮັບຈໍານວນເງິນທີ່ລົງທຶນໄປນັ້ນຄືນກັບມາ. ທ່ານຮັບຜິດຊອບພຽງຜູ້ດຽວຕໍ່ການຕັດສິນໃຈລົງທຶນຂອງທ່ານ ແລະ Binance ບໍ່ຮັບຜິດຊອບຕໍ່ການສູນເສຍໃດໆທີ່ທ່ານອາດຈະໄດ້ຮັບ. ການປະຕິບັດງານທີ່ຜ່ານມາບໍ່ແມ່ນຕົວຊີ້ບອກທີ່ເຊື່ອຖືໄດ້ສໍາລັບການປະຕິບັດງານໃນອະນາຄົດ. ທ່ານຄວນລົງທຶນສະເພາະແຕ່ໃນຜະລິດຕະພັນທີ່ທ່ານຄຸ້ນເຄີຍ ແລະ ບ່ອນທີ່ທ່ານເຂົ້າໃຈຄວາມສ່ຽງເທົ່ານັ້ນ. ທ່ານຄວນພິຈາລະນາຢ່າງລະມັດລະວັງກ່ຽວກັບປະສົບການການລົງທຶນ, ສະຖານະການທາງດ້ານການເງິນ, ຈຸດປະສົງການລົງທຶນ ແລະ ຄວາມທົນທານຕໍ່ຄວາມສ່ຽງຂອງທ່ານ ແລະ ມີການປຶກສາທີ່ປຶກສາທາງດ້ານການເງິນເປັນເອກະລາດກ່ອນທີ່ຈະລົງທຶນໃດໆ. ເອກະສານນີ້ບໍ່ຄວນຖືກແປຄວາມໝາຍເປັນຄໍາແນະນໍາທາງດ້ານການເງິນ. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາເບິ່ງເງື່ອນໄຂການນໍາໃຊ້ ແລະ ຄໍາເຕືອນຄວາມສ່ຽງຂອງພວກເຮົາ.

ລົງທະບຽນດຽວນີ້ - ໄດ້ຮັບສູງເຖິງ 100 USDT ໃນເງິນຄືນຄ່າທໍານຽມການຊື້ຂາຍ (ສໍາລັບຜູ້ໃຊ້ທີ່ກວດສອບ)