ຢາກເປັນຜູ້ຄ້າບັດຂອງຂວັນ Binance ໄດ້ແນວໃດ?

ເຜີຍແຜ່ເມື່ອ 2022-01-12 08:19

ອັບເດດຫຼ້າສຸດ: 20 ມິຖຸນາ 2025

ການປະຕິເສດຄວາມຮັບຜິດຊອບ: ໃນການປະຕິບັດຕາມຂໍ້ກໍານົດຂອງ MiCA, ຫຼຽນຄົງທີ່ທີ່ບໍ່ໄດ້ຮັບອະນຸຍາດແມ່ນຂຶ້ນກັບຂໍ້ຈໍາກັດບາງຢ່າງສໍາລັບຜູ້ໃຊ້ EEA. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຄລິກ ທີ່ນີ້.

ມີຜົນຕັ້ງແຕ່ວັນທີ 20 ກໍລະກົດ 2023, ມີພຽງ ບັນຊີອົງກອນທີ່ໄດ້ຮັບການຢືນຢັນແລ້ວ ເທົ່ານັ້ນທີ່ສາມາດສ້າງ ແລະ ໂອນບັດຂອງຂວັນ Binance ໄດ້. ຖ້າທ່ານຕ້ອງການສ້າງ ແລະ ໂອນບັດຂອງຂວັນ, ກະລຸນາ ລົງທະບຽນ ບັນຊີອົງກອນ ແລະ ດໍາເນີນການຢືນຢັນຕົວຕົນຂອງອົງກອນໃຫ້ສໍາເລັດ. ນອກນັ້ນທ່ານຍັງຈະຕ້ອງໄດ້ເຊັນລົງນາມໃນຂໍ້ຕົກລົງການແຈກຢາຍບັດຂອງຂວັນ. ຫາກທ່ານຕ້ອງການຮັບສຳເນົາແບບຮ່າງຂໍ້ຕົກລົງ ແລະ ຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ທີ່ giftcard@binance.com.

ໝາຍເຫດ: 

  • ກະລຸນາອອກຈາກລະບົບບັນຊີ Binance ທີ່ມີຢູ່ແລ້ວຂອງທ່ານກ່ອນທີ່ຈະພະຍາຍາມລົງທະບຽນສໍາລັບບັນຊີອົງກອນໃໝ່.
  • ບັນຊີ Binance ສ່ວນຕົວຍັງຄົງສາມາດສົ່ງ ແລະ ແລກບັດຂອງຂວັນໄດ້. ຖ້າທ່ານຕ້ອງການຊື້ບັດຂອງຂວັນ, ກະລຸນາເຂົ້າເບິ່ງ ຜູ້ຄ້າບັດຂອງຂວັນຂອງພວກເຮົາ

ບັດຂອງຂວັນ Binance ແມ່ນຫຍັງ?

ບັດຂອງຂວັນ Binance ແມ່ນບັດສ່ວນຫຼຸດຄຣິບໂຕແບບເຕີມເງິນທີ່ອະນຸຍາດໃຫ້ໂອນ ແລະ ແລກປ່ຽນສະກຸນເງິນຄຣິບໂຕແບບງ່າຍໆ. ສາມາດຊື້ບັດຂອງຂວັນ Binance ຈາກ ຜູ້ຄ້າ ໄດ້ທັງຜູ້ໃຊ້ ແລະ ຜູ້ທີ່ບໍ່ໃຊ້ຄຣິບໂຕ. ທ່ານສາມາດນໍາໃຊ້ມັນເພື່ອຝາກເງິນທຶນ ເຂົ້າໄປໃນບັນຊີ Binance ຂອງທ່ານ.

ກໍລະນີການນໍາໃຊ້ ແລະ ຜົນປະໂຫຍດຂອງການຈໍາໜ່າຍບັດຂອງຂວັນ Binance ມີຫຍັງແດ່?

ໃນຖານະເປັນຜູ້ຈໍາໜ່າຍບັດຂອງຂວັນ Binance, ກໍລະນີການນໍາໃຊ້ ແລະ ຜົນປະໂຫຍດຕ່າງໆທີ່ເຫັນຫຼາຍທີ່ສຸດປະກອບມີ:

  • ຂະຫຍາຍການເຂົ້າເຖິງຂອງທ່ານໂດຍການແຈກຢາຍບັດຂອງຂວັນ Binance ໃຫ້ກັບຜູ້ຊົມໃນກວ້າງ
  • ມີສ່ວນຮ່ວມ ແລະ ໃຫ້ລາງວັນແກ່ລູກຄ້າທົ່ວໂລກດ້ວຍບັດຂອງຂວັນ Binance ເປັນລາງວັນສະມາຊິກ
  • ມາເປັນຜູ້ໃຫ້ບໍລິການບັດຂອງຂວັນ B2B ເພື່ອດຶງດູດ ແລະ ຮ່ວມມືກັບທຸລະກິດອື່ນໆ

ວິທີການນໍາໃຊ້ບັດຂອງຂວັນ Binance ຕາມແຕ່ລະຂັ້ນຕອນ

1. ຈະເລີ່ມຕົ້ນໃຊ້ງານບັດຂອງຂວັນ Binance ແນວໃດ?

ຂັ້ນຕອນທີ 1: ລົງທະບຽນ ບັນຊີອົງກອນ Binance ແລະ ດໍາເນີນການ ຢືນຢັນຕົວຕົນຂອງອົງກອນໃຫ້ສໍາເລັດ.

ໝາຍເຫດ: 

  • ກະລຸນາອອກຈາກລະບົບບັນຊີ Binance ທີ່ມີຢູ່ແລ້ວຂອງທ່ານກ່ອນທີ່ຈະພະຍາຍາມລົງທະບຽນສໍາລັບບັນຊີອົງກອນໃໝ່.
  • ໂດຍມີຜົນບັງຄັບຕັ້ງແຕ່ວັນທີ 21 ມີນາ 2023 ເປັນຕົນມາ, ບັນອົງກອນທີ່ໄດ້ຮັບການຢືນຢັນແລ້ວຈາກປະເທດ ສະເປນ, ອີຕາລີ, ຝຣັ່ງ, ໂປໂລຍ ແລະ ສວີເດນ ຕ້ອງໄດ້ຢືນຢັນຕົວຕົນເພີ່ມເຕີມ ເພື່ອທີ່ຈະສ້າງບັດຂອງຂວັນ Binance. ຖ້າທ່ານສົນໃຈໃນການສ້າງບັດຂອງຂວັນ Binance, ກະລຸນາຕິດຕໍ່ຫາ ຝ່າຍຊ່ວຍເຫຼືອລູກຄ້າ ເພື່ອຂໍຄວາມຊ່ວຍເຫຼືອ.

ຂັ້ນຕອນທີ 2: ຕິດຕໍ່ giftcard@binance.com ເພື່ອສະໜອງຂໍ້ມູນບາງຢ່າງຂອງທຸລະກິດບັດຂອງຂວັນຂອງທ່ານ ພ້ອມທັງຮັບສຳເນົາຂອງແມ່ແບບຂໍ້ຕົກລົງ ແລະ ເພື່ອຂໍ້ມູນເພີ່ມເຕີມ.

ຂັ້ນຕອນທີ 3: ເມື່ອຂໍ້ຕົກລົງໄດ້ຮັບການເຊັນລົງນາມແລ້ວ, ກະກຽມເງິນທຶນໃນ Wallet ເງິນທຶນ ຫຼື Spot Wallet ຂອງ Binance ຂອງທ່ານ.

ຂັ້ນຕອນທີ 4: ສ້າງບັດຂອງຂວັນ Binance ຜ່ານ API ຫຼື ສ້າງບັດຂອງຂວັນ Binance ຈໍານວນຫຼາຍ ໂດຍຜ່ານ ເວັບໄຊບັດຂອງຂວັນ.

ຂັ້ນຕອນທີ 5: ແຈກຢາຍບັດຂອງຂວັນ Binance ໃນແພລັດຟອມຂອງທ່ານ.

2. ວິທີການແຈກຢາຍບັດຂອງຂວັນ Binance ເຮັດແນວໃດ?

ຂັ້ນຕອນການສ້າງເປັນຈໍານວນຫຼາຍ:

ຂັ້ນຕອນທີ 1: ຝາກເງິນເຂົ້າ Binance Wallet ຂອງທ່ານ ແລະ ສ້າງບັດຂອງຂວັນ Binance ຈໍານວນຫຼາຍ.

ຂັ້ນຕອນທີ 2: ຮັບຄໍາສັ່ງບັດຂອງຂວັນ Binance ຈາກລູກຄ້າ ແລະ ໄດ້ຮັບເງິນສົດ.

ຂັ້ນຕອນທີ 3: ສົ່ງບັດຂອງຂວັນ Binance ທີ່ສ້າງໄວ້ກ່ອນແລ້ວໃຫ້ກັບລູກຄ້າ.

ຂັ້ນຕອນທີ 4: ລູກຄ້າ ແລກບັດຂອງຂວັນ Binance ເປັນສະກຸນເງິນຄຣິບໂຕໃນ Binance.

ຂັ້ນຕອນ API

ຂັ້ນຕອນທີ 1: ຕັ້ງ API ບັດຂອງຂວັນ Binance ແລ້ວຝາກເງິນທຶນເຂົ້າ Wallet ເງິນທຶນ Binance ຂອງທ່ານ.

ຂັ້ນຕອນທີ 2: ຮັບຄໍາສັ່ງບັດຂອງຂວັນ Binance ຈາກລູກຄ້າ ແລະ ໄດ້ຮັບເງິນສົດ.

ຂັ້ນຕອນທີ 3: ສ້າງບັດຂອງຂວັນ Binance ຜ່ານ API ແລະ ສົ່ງໃຫ້ລູກຄ້າ.

ຂັ້ນຕອນທີ 4: ລູກຄ້າ ແລກບັດຂອງຂວັນ Binance ເປັນສະກຸນເງິນຄຣິບໂຕໃນ Binance.

ຄໍາຖາມທີ່ເຫັນເລື້ອຍໆ

1. ຂ້ອຍສາມາດແຈກຢາຍບັດຂອງຂວັນ Binance ໄດ້ເທົ່າໃດ?

ເມື່ອທ່ານກາຍເປັນຕົວແທນຈໍາໜ່າຍບັດຂອງຂວັນ Binance, ທ່ານສາມາດກໍານົດລາຄາທີ່ທ່ານຕ້ອງການໄດ້.

2. ຂ້ອຍສາມາດໃຊ້ບັດຂອງຂວັນ Binance ເພື່ອເປັນຜົນຕອບແທນໃຫ້ແກ່ລູກຄ້າໄດ້ແນວໃດ?

ທ່ານສາມາດໃຊ້ບັດຂອງຂວັນ Binance ເປັນແຮງຈູງໃຈທີ່ຈະດຶງດູດເອົາລູກຄ້າປະຈໍາກໍ່ໄດ້. ຍົກຕົວຢ່າງ: ທ່ານສາມາດປ່ຽນແທນຄວາມສັດຊື່/ຄະແນນສະສົມຂອງລູກຄ້າດ້ວຍບັດຂອງຂວັນ Binance ເຊັ່ນ: ບໍລິສັດສາຍການບິນສາມາດປ່ຽນໄລຍະການເດີນທາງຂອງລູກຄ້າມາເປັນບັດຂອງຂວັນ Binance ໄດ້.

3. ຈະເພີ່ມວົງຈໍາກັດປະຈໍາເດືອນສໍາລັບຈໍານວນ ແລະ ປະລິມານການສ້າງບັດຂອງຂວັນ Binance ຂອງຂ້ອຍໄດ້ແນວໃດ?

ຂີດຈຳກັດລາຍເດືອນຈະໄດ້ຮັບການປັບຕາມກໍລະນີເປັນກໍລະນີໄປ. ກະລຸນາຕິດຕໍ່ຜູ້ຈັດການບັນຊີ/BD ເພື່ອຂໍແກ້ໄຂຂອບຈຳນວນ. ຫາກມີຄໍາຖາມ ຫຼື ຕ້ອງການຄວາມຊ່ວຍເຫຼືອ, ສາມາດສົ່ງອີເມວໄປທີ່ giftcard@binance.com ສໍາລັບການຊ່ວຍເຫຼືອ.

4. ຂ້ອຍສາມາດຂາຍສະກຸນເງິນຄຣິບໂຕໃດແດ່ດ້ວຍບັດຂອງຂວັນ Binance?

ທ່ານສາມາດສ້າງບັດຂອງຂວັນ Binance ດ້ວຍສະກຸນເງິນຄຣິບໂຕສ່ວນໃຫຍ່ທີ່ຈົດທະບຽນໃນ Wallet ເງິນທຶນ Binance, ຍົກເວັ້ນແຕ່ວ່າໄດ້ມີການກໍານົດເປັນຢ່າງອື່ນຈາກກົດລະບຽບຂອງທ້ອງຖິ່ນ.

5. ຂ້ອຍສາມາດຂາຍບັດຂອງຂວັນ Binance ໄດ້ຢູ່ໃສ?

ທ່ານສາມາດຂາຍບັດຂອງຂວັນ ໂດຍໃຊ້ແພລັດຟອມຜູ້ຈັດຈໍາໜ່າຍ ແລະ ຮ້ານຄ້າຂອງທ່ານໄດ້.

6. ທ່ານແຈກຢາຍໃບແຈ້ງໜີ້ໃນການຊື້ບໍ່?

ປັດຈຸບັນນີ້ ພວກເຮົາບໍ່ໄດ້ໃຫ້ບໍລິການໃບເກັບເງິນສໍາລັບການຊື້ບັດຂອງຂວັນ.

2. ຂ້ອຍສາມາດຄືນເງິນບັດຂອງຂວັນ Binance ໄດ້ແນວໃດ? 

ບັດຂອງຂວັນ Binance ມີວັນໝົດອາຍຸ 6 ເດືອນນັບຈາກວັນທີທີ່ບັດໄດ້ຖືກສ້າງຂຶ້ນ. ນີ້ໝາຍຄວາມວ່າ ຖ້າບັດຖືກສ້າງໃນວັນທີ 2024-05-01, ວັນທີໝົດອາຍຸຈະເປັນວັນທີ 2024-11-01. ບັດຈະຖືກແລກເອົາໃນພາຍຫຼັງວັນທີໝົດອາຍຸ 2024-11-01 ຫຼື ມັນຈະກາຍເປັນໃຊ້ງານບໍ່ໄດ້. 

  1. ໃນກໍລະນີທີ່ບັດໝົດອາຍຸ, ມູນຄ່າບັດຂອງຂວັນທີ່ຍັງເຫຼືອສາມາດຖືກສົ່ງຄືນໄດ້ ຖ້າຜູ້ສ້າງບັດສົ່ງຄໍາຮ້ອງຂໍດ້ວຍຕົວເອງໄປທີ່ giftcard@binance.com ພາຍໃນ 6 ເດືອນນັບຈາກມື້ໝົດອາຍຸ, ເຊິ່ງໃນຕົວຢ່າງຂ້າງເທິງນີ້ຈະບໍ່ເກີນວັນທີ 2025-05-01.
  2. ຜູ້ສ້າງບັດຕ້ອງໃຫ້ຄຳອະທິບາຍສໍາລັບການຮ້ອງຂໍຄືນເງິນດ້ວຍຕົນເອງ.
  3. ເມື່ອການທົບທວນ ແລະ ອະນຸມັດຂອງ Binance, Binance ຈະດຳເນີນການຄືນເງິນຂອງມູນຄ່າບັດຂອງຂວັນທີ່ຍັງເຫຼືອ (ບໍ່ລວມຄ່າທຳນຽມສ້າງ) ໄປໃສ່ບັນຊີ Binance ຂອງຜູ້ສ້າງບັດ.

ຕິດຕໍ່ໄດ້ທີ່ giftcard@binance.com ເພື່ອເລີ່ມຕົ້ນການເດີນທາງຂອງທ່ານ.