ວິທີການສ້າງບັດຂອງຂວັນ Binance ໃນຈຳນວນຫຼາຍໃນຖານະເປັນຜູ້ຄ້າເຮັດແນວໃດ?

ເຜີຍແຜ່ເມື່ອ 2022-03-31 09:58

ການປະຕິເສດຄວາມຮັບຜິດຊອບ: ໃນການປະຕິບັດຕາມຂໍ້ກໍານົດຂອງ MiCA, ຫຼຽນຄົງທີ່ທີ່ບໍ່ໄດ້ຮັບອະນຸຍາດແມ່ນຂຶ້ນກັບຂໍ້ຈໍາກັດບາງຢ່າງສໍາລັບຜູ້ໃຊ້ EEA. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຄລິກ ທີ່ນີ້.

ອັບເດດຫຼ້າສຸດ: 2 ທັນວາ 2024

Bulk Create ເປັນຟັງຊັ່ນໃໝ່ໃນ ບັດຂອງຂວັນ Binance ທີ່ອະນຸຍາດໃຫ້ບັນຊີອົງກອນທີ່ຖືກຢືນຢັນແລ້ວທີ່ມີ ການຢືນຢັນອົງກອນສຳເລັດ ແລະ ເຊັນລົງນາມໃນຂໍ້ຕົກລົງການແຈກຢາຍບັດຂອງຂວັນ ແລ້ວສາມາດສ້າງຈໍານວນບັດຂອງຂວັນ Binance ທີ່ປັບແຕ່ງເອງໄດ້ເປັນຈໍານວນຫຼາຍ.

ປະໂຫຍດຫຼັກຂອງຟັງຊັ່ນ Bulk create:

  • ວິທີການທີ່ມີປະສິດທິພາບ ແລະ ງ່າຍດາຍຂອງການສ້າງບັດຂອງຂວັນ Binance ໃນປະລິມານທີ່ຕ້ອງການ;
  • ຈະມີແມ່ແບບທີ່ມີຫຼາກຫຼາຍຫົວຂໍ້ ແລະ ມີໂທເຄັນສໍາລັບການປັບແຕ່ງຂອງທ່ານ;
  • ຕິດຕາມຄໍາສັ່ງທັງໝົດຂອງທ່ານຢ່າງສະດວກສະບາຍຢູ່ໃນໜ້າຄໍາສັ່ງຈຳນວນຫຼາຍ.

ວິທີການສ້າງຄໍາສັ່ງບັດຂອງຂວັນ Binance ຈໍານວນຫຼາຍທໍາອິດຂອງທ່ານໄດ້ແນວໃດ?

1. ໃຫ້ແນ່ໃຈວ່າທ່ານໄດ້ລົງທະບຽນສໍາລັບບັນຊີອົງກອນ ແລະ ເຮັດກາຢືນຢັນອົງກອນສໍາເລັດ. ທ່ານຍັງຈະຕ້ອງໄດ້ເຊັນໃນຂໍ້ຕົກລົງການແຈກຢາຍບັດຂອງຂວັນ.

ໝາຍເຫດ: ກະລຸນາອອກຈາກລະບົບບັນຊີ Binance ທີ່ມີຢູ່ແລ້ວຂອງທ່ານກ່ອນທີ່ຈະພະຍາຍາມລົງທະບຽນບັນອົງກອນໃໝ່.

2. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານ ແລະ ໄປທີ່ ເວັບໄຊບັດຂອງຂວັນ Binance. ຄລິກ [ສ້າງດຽວນີ້] - [Bulk Create].

image

3. ເລືອກສະກຸນເງິນຄຣິບໂຕ ຫຼື ສະກຸນເງິນ Fiat ທີ່ຕ້ອງການຂອງທ່ານ ແລ້ວໃສ່ຈໍານວນທີ່ທ່ານຕ້ອງການທີ່ຈະຊື້. 

4. ໃສ່ປະລິມານບັດຂອງຂວັນທີ່ທ່ານຕ້ອງການໃນຊຸດດັ່ງກ່າວ ແລ້ວຄລິກ [ຊື້]

ສໍາລັບບັນຊີອົງກອນທັງໝົດ, ຈໍານວນການສ້າງລາຍເດືອນເລີ່ມຕົ້ນ ແລະ ຂອບເຂດຈໍາກັດທາງປະລິມານແມ່ນມີດັ່ງນີ້:

image

5. ໃສ່ລະຫັດການຢືນຢັນຄວາມຖືກຕ້ອງ 2FA ຂອງທ່ານ ເພື່ອຢືນຢັນການເຮັດທຸລະກໍາ. ຈຳນວນເງິນລວມຈະຖືກຫັກອອກຈາກ Spot/Funding Wallet ຂອງທ່ານຕາມຄວາມເໝາະສົມ.

6. ອີງຕາມປະລິມານ, ມັນອາດຈະໃຊ້ເວລາເຖິງ 30 ນາທີເພື່ອສ້າງບັດຂອງຂວັນ Binance ຂອງທ່ານ. ຫຼັກຈາກການດໍາເນີນງານສໍາເລັດ [ເບິ່ງໜ້າຄໍາສັ່ງຈໍານວນຫຼາຍ] ເພື່ອເບິ່ງ ແລະ ດາວໂຫຼດບັດຂອງຂວັນຂອງທ່ານ.

ອີກທາງເລືອກໜຶ່ງ, ທ່ານສາມາດເຂົ້າເຖິງໜ້າຄໍາສັ່ງຈໍານວນຫຼາຍໂດຍການຄລິກ [ປະຫວັດ] - [ປະຫວັດ Bulk create].

7. ໃນໜ້າຄໍາສັ່ງຈຳນວນຫຼາຍ, ທ່ານສາມາດເບິ່ງລາຍຊື່ຂອງບັດຂອງຂວັນທີ່ສ້າງຂຶ້ນຈຳນວນຫຼາຍທັງໝົດຂອງທ່ານ. ທ່ານສາມາດຄັດກອງລາຍຊື່ຂອງທ່ານໂດຍເວລາສ້າງ ຫຼື ສະຖານະການຄໍາສັ່ງ.

ຖ້າສະຖານະຄໍາສັ່ງ [ກໍາລັງລໍຖ້າ], ມັນໝາຍຄວາມວ່າການສ້າງຈໍານວນຫຼາຍຍັງພວມຄືບໜ້າຢູ່. ກະລຸນາລໍຖ້າດ້ວຍຄວາມອົດທົນ.

ເມື່ອສະຖານະຄໍາສັ່ງຂອງທ່ານປ່ຽນເປັນ [ສໍາເລັດ], ທ່ານສາມາດດາວໂຫຼດ ຫຼື ພິມລາຍຊື່ຂອງບັດຂອງຂວັນ Binance. ໂດຍຄ່າເລີ່ມຕົ້ນ, ບັດຂອງຂວັນຈະຖືກປົດລ໋ອກຫຼັງຈາກການສ້າງເປັນຈໍານວນຫຼາຍ. ທ່ານສາມາດລ໋ອກພວກມັນໄດ້ໂດຍການຄລິກ [···] - [ລ໋ອກຈໍານວນຫຼາຍ]. ເພື່ອດາວໂຫຼດລາຍຊື່ບັດຂອງຂວັນຂອງທ່ານ, ໃຫ້ຄລິກທີ່ໄອຄອນດາວໂຫຼດພາຍໃຕ້ [ການດໍາເນີນງານ].

8. ບັດຂອງຂວັນ Binance ສາມາດແຈກຢາຍ ແລະ ຊື້ຂາຍກັບທັງຜູ້ໃຊ້ Binance ແລະ ບໍ່ແມ່ນ Binance ຕາມການຕັດສິນໃຈຂອງທ່ານເອງ. 

ບັດຂອງຂວັນ Binance ສາມາດໃຊ້ເພື່ອ ແລກຄຣິບໂຕໃນ Binance. ໝາຍເລກບັດແມ່ນຕົວເລກອ້າງອີງທີ່ໃຊ້ໃນ ການກວດສອບມູນຄ່າຂອງບັດຂອງຂວັນ Binance.

image

ໝາຍເຫດ: ປັດຈຸບັນ, ພວກເຮົາພຽງແຕ່ຮອງຮັບການສົ່ງບັດຂອງຂວັນ Binance ແຕ່ລະຄັ້ງຜ່ານແອັບ Binance. ທ່ານອາດຈະແຈກຢາຍບັດຂອງຂວັນ Binance ທີ່ສ້າງເປັນຈໍານວນຫຼວງຫຼາຍຕາມການຕັດສິນໃຈຂອງທ່ານເອງຈາກໜ້າຫຼັກຂອງບັດຂອງຂວັນ. ເພື່ອລາຍລະອຽດເພີ່ມເຕີມ, ກະລຸນາເບິ່ງຄໍາຖາມທີ່ເຫັນເລື້ອຍໆນີ້ - 'ວິທີຊື້ ຫຼື ສົ່ງບັດຂອງຂວັນ Binance.'

ທ່ານອາດຈະສົ່ງຄໍາຖາມທີ່ເຫັນເລື້ອຍໆ 'ຂ້ອຍຈະແລກເອົາບັດຂອງຂວັນ Binance ແນວໃດ' ໃຫ້ແກ່ຜູ້ຮັບຂອງທ່ານເພື່ອເປັນຄໍາແນະນໍາການແລກເອົາບັດຂອງຂວັນ Binance.

ຄໍາຖາມທີ່ເຫັນເລື້ອຍໆ

1. ສະກຸນເງິນຄຣິບໂຕໃດແດ່ທີ່ຂ້ອຍສາມາດເລືອກສໍາລັບບັດຂອງຂວັນ Binance?

ບັດຂອງຂວັນ Binance ຮອງຮັບສະກຸນເງິນຄຣິບໂຕສ່ວນໃຫຍ່ທີ່ຈົດທະບຽນໃນ Wallet ເງິນທຶນ Binance. ທ່ານສາມາດສ້າງບັດຂອງຂວັນ Binance ໃນສະກຸນເງິນຄຣິບໂຕຕ່າງໆທີ່ພວກເຮົາຮອງຮັບ. 

2. ຂ້ອຍສາມາດໃຊ້ບັດຂອງຂວັນ Binance ໄດ້ແນວໃດ? 

ບັດຂອງຂວັນ Binance ແມ່ນບັດເຕີມເງິນຄຣິບໂຕທີ່ສາມາດໃຊ້ເພື່ອການໂອນ, ແລກປ່ຽນ, ເງິນຝາກ, ແລະ ການຖອນເງິນຄຣິບໂຕ. ພວກເຂົາສາມາດຖືກສົ່ງຕໍ່ຢູ່ນອກລະບົບນິເວດ Binance ແລະ ຖືກນໍາໃຊ້ໂດຍຜູ້ໃຊ້ຄຣິບໂຕ ແລະ ບໍ່ແມ່ນຄຣິບໂຕ.

ຫຼັງຈາກທີ່ທ່ານສ້າງບັດຂອງຂວັນ Binance ຈໍານວນຫຼາຍ, ທ່ານສາມາດຂາຍບັດດັ່ງກ່າວຄືນໃນລາຄາ ຫຼື ສະກຸນເງິນໃດກໍໄດ້ ຕາມທີ່ທ່ານຕ້ອງການໃນແພລັດຟອມຂອງທ່ານເອງ ຫຼື ແຈກຢາຍໃຫ້ເຂົາເຈົ້າເປັນລາງວັນຈູງໃຈ ຫຼື ເງິນເດືອນ. ຊອກຫາຂໍ້ມູນເພີ່ມເຕີມກ່ຽວກັບການເປັນຜູ້ຂາຍບັດຂອງຂວັນ Binance ທີ່ນີ້.

3. ຈະເພີ່ມ ວົງຈໍາກັດດ້ານຈໍານວນ ແລະ ປະລິມານໃນການສ້າງ/ການແລກເອົາ ບັດຂອງຂວັນ Binance ປະຈໍາເດືອນຂອງຂ້ອຍໄດ້ແນວໃດ?

ຂີດຈຳກັດລາຍເດືອນຈະໄດ້ຮັບການປັບຕາມກໍລະນີເປັນກໍລະນີໄປ. ກະລຸນາຕິດຕໍ່ຜູ້ຈັດການບັນຊີ/BD ເພື່ອຂໍແກ້ໄຂຂອບຈຳນວນ. ຫາກມີຄໍາຖາມ ຫຼື ຕ້ອງການຄວາມຊ່ວຍເຫຼືອ, ສາມາດສົ່ງອີເມວໄປທີ່ giftcard@binance.com ສໍາລັບການຊ່ວຍເຫຼືອ.

4. ຂ້ອຍສາມາດສ້າງບັດຂອງຂວັນ Binance ທີ່ມີມູນຄ່າຕ່າງກັນຢູ່ໃນຊຸດດຽວກັນໄດ້ບໍ່?

ໃນປັດຈຸບັນ, ພວກເຮົາພຽງແຕ່ຮອງຮັບການສ້າງບັດຂອງຂວັນ Binance ຈໍານວນຫຼາຍທີ່ມີຈໍານວນ ແລະ ໂທເຄັນດຽວກັນໃນຊຸດດຽວກັນ. ຢ່າງໃດກໍຕາມ, ທ່ານສາມາດສ້າງບັດຂອງຂວັນ Binance ຫຼາຍຊຸດທີ່ມີມູນແຕກຕ່າງກັນ.

6. ຂ້ອຍຈະສົ່ງບັດຂອງຂວັນ Binance ທີ່ສ້າງຈໍານວນຫຼາຍຂອງຂ້ອຍໄດ້ແນວໃດ?

ປັດຈຸບັນ, ພວກເຮົາພຽງແຕ່ຮອງຮັບການສົ່ງບັດຂອງຂວັນ Binance ຄັ້ງລະອັນຜ່ານແອັບ Binance ເທົ່ານັ້ນ. ທ່ານອາດຈະແຈກຢາຍບັດຂອງຂວັນ Binance ທີ່ສ້າງເປັນຈໍານວນຫຼວງຫຼາຍຕາມການຕັດສິນໃຈຂອງທ່ານເອງ ຫຼື ຈາກໜ້າບັດຂອງຂວັນໃນແອັບ Binance. ສໍາລັບລາຍລະອຽດເພີ່ມເຕີມ, ກະລຸນາເບິ່ງຄໍາຖາມທີ່ເຫັນເລື້ອຍໆນີ້ - ‘ວິທີຊື້ ຫຼື ສົ່ງບັດຂອງຂວັນ Binance.’

6. ທ່ານໃຫ້ໃບແຈ້ງໜີ້ໃນການຊື້ບໍ່? 

ປັດຈຸບັນນີ້ ພວກເຮົາບໍ່ໄດ້ໃຫ້ບໍລິການໃບເກັບເງິນສໍາລັບການຊື້ບັດຂອງຂວັນ.

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າໄປທີ່ ໜ້າຄຳຖາມທີ່ເຫັນເລື້ອຍໆກ່ຽວກັບບັດຂອງຂວັນ.