ວິທີທີ່ຫຼຽນຂອງທ່ານຈະໄດ້ຮັບການຈົດທະບຽນໃນ Binance.com

ເຜີຍແຜ່ເມື່ອ 2021-06-18 07:12

Binance ຕັ້ງເປົ້າໝາຍໃຫ້ມີການເຂົ້າເຖິງສະກຸນເງິນຄຣິບໂຕຫຼາຍຂຶ້ນ ແລະ ພະຍາຍາມສຸດຄວາມສາມາດ ເພື່ອລົງຊື່ໂທເຄັນທີ່ມີຄຸນນະພາບສູງໃນກະດານເທຣດ. ດັ່ງນັ້ນ, ໂທເຄັນທີ່ມີຊື່ໃນກະດານເທຣດໃນ Binance ຕ້ອງຜ່ານການກວດສອບຢ່າງເຂັ້ມງວດ. 

ຈະສະໝັກເພື່ອຈົດທະບຽນໃນ Binance ໄດ້ແນວໃດ?

ທ່ານສາມາດຕື່ມແບບຟອມການສະໝັກອອນໄລນ໌ ສໍາລັບ ການຈົດທະບຽນໂດຍກົງໃນ Binance.com ແລະ ການສະໝັກແບບ Launchpad/Launchpool ເພື່ອຂໍໃຫ້ມີຊື່ໃນກະດານເທຣດໃນ Binance. 

ຄວາມແຕກຕ່າງມີຄື: ສໍາລັບການຈົດທະບຽນໂດຍກົງ ແລະ ແບບ Launchpool ແມ່ນເປີດໃຫ້ບັນດາໂຄງການທີ່ມີໂທເຄັນໝູນວຽນຢູ່ໃນຕະຫຼາດແລ້ວ ຫຼື ຍັງບໍ່ມີຫຼຽນອອກມາເທື່ອ; ໃສ່ວນແບບ Launchpad ແມ່ນຖືກຈໍາກັດໄວ້ສໍາລັບໂຄງການທີ່ຫາກໍ່ເລີ່ມຕົ້ນໃໝ່ ແລະ ຍັງບໍ່ທັນໄດ້ຈັດກິດຈະກໍາການສ້າງໂທເຄັນເທື່ອ. 

ຂໍໃຫ້ແນ່ໃຈວ່າທ່ານ ໄດ້ໃຫ້ຂໍ້ມູນທັງໝົດເພື່ອການຕິດຕໍ່ສື່ສານກັບພວກເຮົາຢູ່ໃນແບບຟອມແລ້ວ. ພ້ອມທັງໃຫ້ຮັບຊາບວ່າ ພວກເຮົາຕ້ອງການໃຫ້ຜູ້ກໍ່ຕັ້ງໂຄງການ ຫຼື CEO ໃສ່ຂໍ້ມູນໃນໃບສະໝັກ, ເນື່ອງຈາກວ່າພວກເຮົາຕ້ອງສື່ສານກັບບຸກຄົນສຳຄັນຂອງໂຄງການ ເມື່ອພວກເຮົາພົບບັນຫາຕ່າງໆໃນການຈົດທະບຽນ. 

ກະລຸນາອົດທົນລໍຖ້າ ຫຼັງຈາກສະໝັກແລ້ວ, ເນື່ອງຈາກວ່າຕ້ອງໄດ້ຜ່ານການກວດສອບຄວາມຖືກຕ້ອງ ທີ່ເຂັ້ມງວດ. ເພື່ອເລັ່ງຂະບວນການ, ກະລຸນາຕອບສະໜອງ ແລະ ເປັນມືອາຊີບໃນລະຫວ່າງການປະເມີນຜົນ.

ທ່ານຕ້ອງໄດ້ເຮັດຫຍັງແດ່ ເພື່ອໃຫ້ໂຄງການຂອງທ່ານໄດ້ຮັບການຈົດທະບຽນ?

  • ອັບເດດຄວາມຄືບໜ້າຂອງໂຄງການຂອງທ່ານຕໍ່ຊຸມຊົນ ແລະ ພວກເຮົາຢ່າງເປັນປົກກະຕິ (ເຊັ່ນ: ປະຈໍາອາທິດ ຫຼື ປະຈໍາເດືອນ). ນີ້ແມ່ນຈໍາເປັນ ເຖິງແມ່ນວ່າຫຼັງຈາກທີ່ໄດ້ຮັບການຈົດທະບຽນໃນ Binance ແລ້ວກໍ່ຕາມ;
  • ລວມ BNB ເຂົ້າກັບລະບົບນິເວດຂອງທ່ານ ແລະ/ຫຼື ເພີ່ມ BNB ໃນລະຫວ່າງການລະດົມທຶນຂອງທ່ານ;
  • ສະໜັບສະໜູນ Binance ໃນຊຸມຊົນຂອງທ່ານ.

ໝາຍເຫດສໍາຄັນ

  • ຫ້າມຂໍ CEO ຂອງພວກເຮົາອັບເດດສະຖານະ ໃນໃບສະໝັກຂອງທ່ານ;
  • ຫ້າມຖາມຂໍ້ມູນຜູ້ຕິດຕໍ່. ພວກເຮົາບໍ່ອະນຸຍາດໃຫ້ໂຄງການຕິດຕໍ່ກັບທີມກວດສອບຂອງພວກເຮົາ ເພື່ອຫຼີກເວັ້ນອິດທິພົນດ້ານຄວາມລໍາອຽງ ແລະ ຄວາມພະຍາຍາມໃຫ້ສິນບົນທີ່ອາດຈະເກີດຂຶ້ນ;
  • ຫ້າມ “ໂຄສະນາຫຼຽນ” ກັບ CEO ຂອງພວກເຮົາໃນ Twitter/ສື່ສັງຄົມອອນໄລນ໌/ແຊັດ. ແຕ່ທ່ານຄວນເປີດເຜີຍການອັບເດດສະຖານະກັບພວກເຮົາຜ່ານແບບຟອມສະໝັກການຈົດທະບຽນຂອງ Binance (ເຊັ່ນ: ປະຈໍາອາທິດ);
  • ຫ້າມສົ່ງ Whitepaper ຂອງທ່ານໄປຫາ CEO ຂອງພວກເຮົາ.

ກະລຸນາຮັບຊາບວ່າ ເຖິງແມ່ນວ່າໂຄງການຂອງທ່ານອາດຈະບໍ່ໄດ້ຮັບການຈົດທະບຽນໃນປັດຈຸບັນ, ແຕ່ພວກເຮົາອາດຈະພິຈາລະນາຄໍາຮ້ອງສະໝັກຂອງທ່ານຄືນໃໝ່ໃນອະນາຄົດ ເມື່ອພວກເຮົາເຫັນວ່າໂຄງການຂອງທ່ານມີການປັບປຸງ. 

ໃຜຈະຕິດຕໍ່ຫາທ່ານຫຼັງຈາກການຂໍສະໝັກ?

ຖ້າໂຄງການຂອງທ່ານຜ່ານການກວດສອບເບື້ອງຕົ້ນຂອງພວກເຮົາ, ສະມາຊິກໃນທີມງານຂອງພວກເຮົາຈະຕິດຕໍ່ກັບ. ພວກເຮົາຈະຕິດຕໍ່ຫາທ່ານຜ່ານທາງອີເມວເທົ່ານັ້ນ.

ກະລຸນາໃຫ້ແນ່ໃຈວ່າຕ້ອງສົ່ງສະເພາະແບບຟອມຕາມລິ້ງການສະໝັກຂໍຈົດທະບຽນທີ່ໄດ້ໃຫ້ໄວ້ ຢູ່ໃນໜ້າເວັບນີ້ເທົ່ານັ້ນ ສໍາລັບ ການມີຊື່ໃນກະດານເທຣດໂດຍກົງໃນ Binance.com ແລະ ການສະໝັກແບບ Launchpad/Launchpool , ພ້ອມທັງຮັບປະກັນວ່າທ່ານບໍ່ໄດ້ຢູ່ໃນເວັບໄຊ phishing. ຂໍໃຫ້ກວດເບິ່ງຊື່ໂດເມນຢ່າງຮອບຄອບຢູ່ສະເໝີ ເພື່ອປົກປ້ອງຕົວທ່ານເອງ.

ຖ້າທ່ານໄດ້ຮັບການສື່ສານທີ່ອ້າງວ່າມາຈາກ Binance, ຂັ້ນຕອນ ທໍາອິດ ທ່ານສາມາດກວດສອບວ່າ ຜູ້ຕິດຕໍ່ທີ່ທ່ານກໍາລັງສື່ສານນໍານັ້ນ ແມ່ນຕົວແທນຢ່າງເປັນທາງການຂອງ Binance ຫຼື ບໍ່ຢູ່ທີ່ນີ້.   

  • ຖ້າແຫຼ່ງທີ່ມາປະກົດຂຶ້ນໃນ Binance Verify ວ່າ “ບໍ່ໄດ້ຮັບການກວດສອບ”, ຂໍໃຫ້ສັນນິຖານວ່າມັນບໍ່ແມ່ນການສື່ສານທີ່ຖືກຕ້ອງທີ່ທາງ Binance ສົ່ງມາ.  ທ່ານບໍ່ຄວນສົນໃຈ ແລະ ຫຼີກເວັ້ນການຄລິກລິ້ງໃດໆໃນການສື່ສານນັ້ນ.
  • ຢ່າງໃດກໍຕາມ, ເຖິງແມ່ນວ່າທີ່ຢູ່ອີເມວຈະປະກົດຂຶ້ນມາວ່າ: “ກວດສອບແລ້ວ” ກໍ່ຕາມແຕ່ກໍ່ຍັງ ບໍ່ແມ່ນພຽງພໍ ທີ່ຈະສະຫຼຸບ ວ່າອີເມວຖືກສົ່ງໂດຍ Binance ຢ່າງຖືກຕ້ອງ, ຍ້ອນວ່າມັນອາດເປັນອີເມວທີ່ຫຼອກລວງກໍ່ເປັນໄດ້.

ການແຈ້ງເຕືອນກ່ຽວກັບການຫຼອກລວງ ຫຼື ອີເມວ Phishing!

ໃຫ້ລະວັງພວກຫຼອກລວງທີ່ອາດຈະສົ່ງອີເມວປອມ ຫຼື ອີເມວ phishing ທີ່ ເບິ່ງຄືວ່າ ຖືກຕ້ອງຕາມກົດໝາຍ (ແຕ່ບໍ່ຖືກຕ້ອງ).   ເຖິງແມ່ນວ່າທີ່ຢູ່ຂອງຜູ້ສົ່ງອີເມວຈະປາກົດເປັນ ‘ກວດສອບແລ້ວ’ ໃນ Binance Verify ຫຼື ເບິ່ງຄືວ່າມາຈາກແຫຼ່ງ/ໂດເມນຢ່າງເປັນທາງການຂອງ Binance ກໍ່ຕາມ,  ແຕ່ມັນກໍ່ອາດເປັນອີເມວປອມ ຫຼື ອີເມວ phishing.  ການປອມແປງອີເມວ ຫຼື ອີເມວ Phishing ນຳໃຊ້ເຕັກນິກຕ່າງໆ ເພື່ອປອມແປງທີ່ຢູ່ຂອງຜູ້ສົ່ງ.  ເບິ່ງເພີ່ມເຕີມກ່ຽວກັບ ຕົວຢ່າງຂອງອີເມວ phishing ທີ່ນີ້.   

Binance Verify ບໍ່ຄວນເປັນພຽງຂັ້ນຕອນດຽວທີ່ທ່ານໃຊ້ເພື່ອກວດສອບຄວາມຖືກຕ້ອງຂອງອີເມວທີ່ອ້າງວ່າມາຈາກ Binance.  ຄົ້ນຄວ້າກ່ຽວກັບຂັ້ນຕອນເພີ່ມເຕີມທີ່ທ່ານສາມາດປະຕິບັດໄດ້ ເພື່ອປ້ອງກັນຕົວທ່ານເອງຈາກການໂຈມຕີ ແບບ phishing, ລວມທັງແຕ່ບໍ່ຈໍາກັດສະເພາະ ການຕັ້ງລະຫັດປ້ອງກັນການ phishing.

ແຈ້ງເຕືອນໄປຍັງບັນດາໂຄງການໃຫ້ມີການກວດສອບຄວາມຖືກຕ້ອງຂອງການສື່ສານຈາກ Binance

ຈົ່ງເຝົ້າລະວັງຕໍ່ກັບການຫຼອກລວງຢູ່ສະເໝີ.  ການແຈ້ງເຕືອນ,  ມັນເປັນຄວາມຮັບຜິດຊອບຂອງທ່ານ ໃນການກວດສອບຄວາມຖືກຕ້ອງຂອງການສື່ສານທີ່ຄາດວ່າຈະຖືກສົ່ງຈາກ Binance.   Binance ຈະບໍ່ຮັບຜິດຊອບຕໍ່ການຫຼອກລວງ ຫຼື ການໂຈມຕີທີ່ຜິດກົດໝາຍທີ່ອ້າງວ່າດຳເນີນໃນນາມຂອງພວກເຮົາ ເຊິ່ງລວມທັງການຫຼອກລວງທີ່ແອບອ້າງເປັນບຸກຄົນອື່ນ ຫຼື ການໂຈມຕີແບບ phishing.  

ຖ້າທ່ານພົບຂໍ້ຄວາມທີ່ໜ້າສົງໄສ, ກະລຸນາຕິດຕໍ່ ຝ່າຍຊ່ວຍເຫຼືອ Binance.

 ໝາຍເຫດສໍາຄັນ

  • ຂະບວນການໃນຈົດທະບຽນຂອງ Binance ແມ່ນຢູ່ພາຍໃຕ້ຂະບວນການກວດສອບທີ່ເຂັ້ມງວດ ແລະ ລະອຽດຖີ່ຖ້ວນ.   ທີມງານກວດສອບຂອງພວກເຮົາຈະຖາມຄໍາຖາມເພີ່ມເຕີມ. ການຕິດຕໍ່ຫາທ່ານບໍ່ໄດ້ຮັບປະກັນວ່າ ໂຄງການຂອງທ່ານຈະໄດ້ຮັບການຈົດທະບຽນ;
  • Binance ກໍານົດລະບຽບການ NDA ທິດທາງດຽວທີ່ເຂັ້ມງວດຢູ່ຈຸດທໍາອິດຂອງການຕິດຕໍ່;
  • ທີມງານໂຄງການແມ່ນບໍ່ອະນຸຍາດໃຫ້ເປີດເຜີຍຂໍ້ມູນການຈົດທະບຽນຈົນກວ່າພວກເຮົາຈະອອກປະກາດການຈົດທະບຽນຂອງພວກເຮົາ. ຖ້າທ່ານຕ້ອງການບອກຊຸມຊົນຂອງທ່ານວ່າ ທ່ານໄດ້ສະໝັກກັບ Binance, ທ່ານສາມາດນໍາໃຊ້ຮູບພາບເທິງສຸດຂອງບົດຄວາມນີ້ ເພື່ອບອກວ່າທ່ານໄດ້ສະໝັກກັບ Binance;
  • ຖ້າມີຄົນມາອ້າງວ່າມີ "ຫຸ້ນສ່ວນ" ຫຼື "ຂໍ້ຕົກລົງການຈົດທະບຽນ" ກັບ Binance, ເຂົາເຈົ້າກໍາລັງຕົວະ ຫຼື ລະເມີດຂໍ້ຕົກລົງຂອງພວກເຂົາກັບພວກເຮົາ ເຊິ່ງຈະເຮັດໃຫ້ຂໍ້ຕົກລົງດັ່ງກ່າວເປັນໂມຄະ.

ພວກເຮົາຈະປະເມີນໂຄງການແນວໃດ?

ບໍ່ມີເງື່ອນໄຂທີ່ຕັ້ງໄວ້. ພວກເຮົາຕ້ອງການຫຼຽນທີ່ດີເພື່ອຈົດທະບຽນໃນ Binance ເຊັ່ນ: ຫຼຽນທີ່ໄດ້ຮັບການພິສູດຈາກທີມງານ, ຜະລິດຕະພັນທີ່ເປັນປະໂຫຍດ ແລະ ມີຖານຜູ້ໃຊ້ຂະໜາດໃຫຍ່. 

  • ໃຫ້ສະໝັກຂໍຈົດທະບຽນສະເພາະໃນເມື່ອທ່ານມີຢ່າງໜ້ອຍໜຶ່ງຜະລິດຕະພັນທີ່ໝູນວຽນ; ບໍ່ດັ່ງນັ້ນການສະໝັກຂອງທ່ານຈະບໍ່ຜ່ານການຄັດເລືອກເບື້ອງຕົ້ນຂອງພວກເຮົາ;
  • ທ່ານຄວນມຸ່ງເນັ້ນໄປທີ່ການຍອມຮັບຂອງຜູ້ໃຊ້. ທ່ານສາມາດລວມສະຖິຕິຜູ້ໃຊ້ຢູ່ໃນແບບຟອມການສະໝັກ ເພື່ອຊ່ວຍໃນການຄັດເລືອກຂອງພວກເຮົາ;
  • ພວກເຮົາປະເມີນວ່າທີມງານດັ່ງກ່າວຈັດການກັບສະຖານະການທີ່ຫຍຸ້ງຍາກແນວໃດ, ເຖິງແມ່ນວ່າມັນຢູ່ສະເພາະພາຍໃນຊຸມຊົນຂອງພວກເຂົາເອງກໍ່ຕາມ;
  • ຫ້າມໃຊ້ຄວາມພະຍາຍາມກົດດັນພວກເຮົາໃຫ້ຍອມຈົດທະບຽນຫຼຽນຂອງທ່ານດ້ວຍການເຜີຍແຜ່ FUD ຫຼື ຄໍາເຫັນທາງລົບກ່ຽວກັບ Binance; ບໍ່ດັ່ງນັ້ນ, ທ່ານຈະຖືກຂຶ້ນບັນຊີດໍາ;
  • ກະລຸນາຫຼີກລ້ຽງໃນການຂໍໃຫ້ຊຸມຊົນຂອງທ່ານ ໂຄສະນາຫຼຽນຂອງທ່ານຫຼາຍເກີນໄປ. ມັນສາມາດສົ່ງຜົນເສຍຕໍ່ທ່ານໃນຂະບວນການປະເມີນຂອງພວກເຮົາ.

ລົງທະບຽນດຽວນີ້ - ໄດ້ຮັບສູງເຖິງ 100 USDT ໃນເງິນຄືນຄ່າທໍານຽມການຊື້ຂາຍ (ສໍາລັບຜູ້ໃຊ້ທີ່ກວດສອບ)