ໝາຍເຫດ: ຟັງຊັ່ນນີ້ມີໃຫ້ນຳໃຊ້ໃນແອັບ Binance ເທົ່ານັ້ນ.
ດຽວນີ້ ຜູ້ໃຊ້ສາມາດໄດ້ຮັບໂທເຄັນຍອດນິຍົມທີ່ມີຢູ່ຢ່າງບໍ່ຢຸດຢັ້ງຜ່ານຄຸນສົມບັດ P2P Hot Token Converter ໃນ P2P Express ໃນແອັບ Binance. ການປັບປຸງນີ້ ມີຈຸດປະສົງເພື່ອສະໜອງປະສົບການການຊື້ຂາຍທີ່ສະດວກ ແລະ ມີປະສິດທິພາບຫຼາຍສໍາລັບຜູ້ໃຊ້ຂອງພວກເຮົາ.
1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານ. ເຂົ້າເຖິງ 'P2P Express Zone' ແລະ ເລືອກໂທເຄັນຍອດນິຍົມທີ່ທ່ານຕ້ອງການຊື້ໂດຍການຄລິກໃສ່ເມນູເລື່ອນລົງ ແລະ ເລືອກຈາກ ‘Convert to Another Coin'.

2. ໃສ່ຈໍານວນທີ່ທ່ານຕ້ອງການຊື້. ທ່ານສາມາດເລືອກໃສ່ສະກຸນເງິນຄຣິບໂຕ ຫຼື ຈໍານວນເງິນ Fiat. ຫຼັງຈາກນັ້ນ, ແຕະ [ເລືອກ ວິທີການຈ່າຍຊຳລະ].

3. ຫຼັງຈາກທ່ານໃສ່ຈຳນວນຊື້, ລະບົບຈະຈັດຄູ່ຄໍາສັ່ງທີ່ເທົ່າທຽບ stablecoin ແລ້ວປ່ຽນມັນໄປເປັນໂທເຄັນທີ່ທ່ານເລືອກ. ກວດເບິ່ງລາຍລະອຽດການປ່ຽນກ່ອນທີ່ຈະດໍາເນີນການໂດຍການແຕະ [ຕໍ່ໄປ].

4. ເລືອກວິທີການຈ່າຍຊຳລະຂອງທ່ານ, ເບິ່ງຕົວຢ່າງລາຍລະອຽດຄໍາສັ່ງ, ຈາກນັ້ນແຕະ [ວາງຄໍາສັ່ງ].

5. ທ່ານຈະຖືກໂອນໄປຫາຂະບວນການຄໍາສັ່ງຊື້ P2P ມາດຕະຖານ:

6. ເມື່ອຜູ້ຂາຍປ່ອຍ Stablecoin, ທ່ານຈະເຫັນໂທເຄັນຂອງທ່ານຖືກປ່ຽນ.

7. ຫຼັງຈາກການປ່ຽນສຳເລັດ, ໂທເຄັນຂອງທ່ານຈະຖືກຝາກເຂົ້າໃນບັນຊີການຊື້ຂາຍຂອງທ່ານ.

ເພື່ອຮູ້ເພີ່ມເຕີມກ່ຽວກັບຄໍາສັ່ງ P2P ຂອງ Binance, ເຂົ້າໄປທີ່ ຈະຂາຍສະກຸນເງິນຄຣິບໂຕຜ່ານການຊື້ຂາຍ P2P ໃນແອັບ Binance ແນວໃດ?