ຫ້ອງແຊັດຜູ້ນຳພາການຊື້ຂາຍ Binance ແມ່ນຫຍັງ?

ເຜີຍແຜ່ເມື່ອ 2024-02-02 04:41

ການປະຕິເສດຄວາມຮັບຜິດຊອບ: ໃນການປະຕິບັດຕາມຂໍ້ກໍານົດຂອງ MiCA, ຫຼຽນຄົງທີ່ທີ່ບໍ່ໄດ້ຮັບອະນຸຍາດແມ່ນຂຶ້ນກັບຂໍ້ຈໍາກັດບາງຢ່າງສໍາລັບຜູ້ໃຊ້ EEA. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຄລິກ ທີ່ນີ້.


 

ຫ້ອງແຊັດຜູ້ນຳພາການຊື້ຂາຍ Binance ແມ່ນພື້ນທີ່ທີ່ຖືກອອກແບບເພື່ອຊຸກຍູ້ການສົນທະນາກ່ຽວກັບສະກຸນເງິນຄຣິບໂຕ. ຜູ້ຊື້ຂາຍທີ່ມີຄວາມສົນໃຈທີ່ຄ້າຍຄືກັນສາມາດຮຽນຮູ້ຈາກຜູ້ຊື້ຂາຍຊັ້ນນໍາ ແລະ ໄດ້ຮັບຂໍ້ມູນມືທໍາອິດ ແລະ ການອັບເດດໃນເວລາທີ່ແທ້ຈິງໂດຍກົງຈາກຜູ້ນຳພາການຊື້ຂາຍ.

ລັກສະນະພິເສດ

  • ເຊື່ອມຕໍ່ໂດຍກົງກັບຜູ້ຊື້ຂາຍຊັ້ນນໍາ: ເຊື່ອມຕໍ່ກັບຜູ້ນຳພາການຊື້ຂາຍໂດຍກົງສໍາລັບຄວາມເຂົ້າໃຈ ແລະ ກົນລະຍຸດການຊື້ຂາຍທີ່ມີຄຸນຄ່າ.
  • ພົວພັນກັບຜູ້ຊື້ຂາຍຊັ້ນນໍາໃນເວລາຈິງ: ມີສ່ວນຮ່ວມໃນການສົນທະນາ, ແລກປ່ຽນຄວາມຄິດເຫັນຂອງການຊື້ຂາຍ ແລະ ແກ້ໄຂຄໍາຖາມການຊື້ຂາຍຂອງທ່ານກັບຜູ້ຊື້ຂາຍຊັ້ນນໍາ.

ຜົນປະໂຫຍດທີ່ສໍາຄັນຂອງ ຫ້ອງແຊັດຜູ້ນຳພາການຊື້ຂາຍ Binance

  • ຜູ້ນຳພາການຊື້ຂາຍ: ພົວພັນກັບຜູ້ຕິດຕາມຂອງທ່ານເພື່ອລວບລວມຄໍາຄຶດຄໍາເຫັນ ແລະ ແກ້ໄຂການສອບຖາມຂອງພວກເຂົາ. ຍຶດເອົາໂອກາດທີ່ຈະເສີມຂະຫຍາຍຊື່ສຽງຂອງທ່ານໂດຍການດຶງດູດຜູ້ຕິດຕາມຫຼາຍຂຶ້ນ. ນອກນັ້ນທ່ານຍັງສາມາດເຊື້ອເຊີນຊຸມຊົນຂອງທ່ານເຂົ້າໄປໃນຫ້ອງແຊັດເພື່ອແບ່ງປັນຂໍ້ມູນທີ່ກ່ຽວຂ້ອງກັບການຊື້ຂາຍເພີ່ມເຕີມ.
  • ຜູ້ຊື້ຂາຍຮຽນແບບ: ຄັດລອກການຊື້ຂາຍ ແລະ ຮຽນຮູ້ຈາກຜູ້ນຳພາການຊື້ຂາຍຂອງທ່ານຢູ່ໃນສະຖານທີ່ດຽວ. ປັບປຸງຄວາມຮູ້ສະກຸນເງິນຄຣິບໂຕຂອງທ່ານ ໂດຍການເຂົ້າຮ່ວມການສົນທະນາກັບຜູ້ຊື່ຂາຍທີ່ມີປະສົບການອື່ນໆ.

ວິທີການເຂົ້າໄປໃນຫ້ອງແຊັດຜູ້ນຳພາການຊື້ຂາຍ Binance ເຮັດແນວໃດ?

ສໍາລັບຜູ້ນຳພາການຊື້ຂາຍ

ຖ້າຫາກວ່າທ່ານກໍາລັງໃຊ້ແອັບ:

  • ຂັ້ນຕອນທີ 1: ເລືອກ Portfolio ຊັ້ນນໍາຂອງທ່ານ ແລະ ແຕະ [ທີ່ໄອຄອນ]ຫ້ອງແຊັດ.
  • ຂັ້ນຕອນທີ 2: ສ້າງຊື່ສໍາລັບຫ້ອງແຊັດຂອງທ່ານ, ຫຼັງຈາກນັ້ນແຕະ [ຢືນຢັນ].
  • ຂັ້ນຕອນທີ 3: ແບ່ງປັນ ID ຫ້ອງຂອງທ່ານກັບຊຸມຊົນ ແລະ ຜູ້ຕິດຕາມຂອງທ່ານ.
image

ຖ້າທ່ານກໍາລັງໃຊ້ເວັບໄຊ:

  • ຂັ້ນຕອນທີ 1: ເລືອກ Portfolio ຊັ້ນນໍາ. ກົດ [ເລີ່ມຫ້ອງແຊັດສ່ວນຕົວຂອງຂ້ອຍ].
  • ຂັ້ນຕອນທີ 2: ສ້າງຊື່ສໍາລັບຫ້ອງແຊັດຂອງທ່ານ, ຫຼັງຈາກນັ້ນຄຣິກ [ຢືນຢັນ].
  • ຂັ້ນຕອນທີ 3: ແບ່ງປັນ ID ຫ້ອງຂອງທ່ານກັບຊຸມຊົນ ແລະ ຜູ້ຕິດຕາມຂອງທ່ານ.
image

ແບ່ງປັນສັນຍານການຊື້ຂາຍໃນຫ້ອງສົນທະນາ:

  • Portfolio: ໃຊ້ໄດ້ກັບທັງ Portfolio ສາທາລະນະ ແລະ ເອກະຊົນ.
  • ຂໍ້ຈຳກັດ: ແບ່ງປັນສັນຍານໄດ້ສູງສຸດ 25 ສັນຍານຕໍ່ມື້ ໂດຍອັດຕະໂນມັດໄປຫາຫ້ອງແຊັດຂອງທ່ານ.
  • ສັນຍານທີ່ແບ່ງປັນ: ເປີດ ແລະ ປິດ Position.
  • ການຕັ້ງຄ່າ: ໄປທີ່ໂປຼຟາຍຜູ້ນຳພາການຊື້ຂາຍຂອງທ່ານ ແລະ ຄຣິກໃສ່ໄອຄອນແຊັດ.
    • ຖ້າ ຫ້ອງແຊັດຍັງບໍ່ໄດ້ຕັ້ງຄ່າ: ເປີດຫ້ອງສົນທະນາ ແລະ ເປີດໃຊ້ງານ [ແບ່ງປັນສັນຍານການຊື້ຂາຍ].
    • ຖ້າຫາກວ່າຫ້ອງສົນທະນາໄດ້ຖືກຕັ້ງຂຶ້ນແລ້ວ: ເລືອກ [ການຕັ້ງຄ່າ] ແລະ ເປີດໃຊ້ງານ [ແບ່ງປັນສັນຍານການຊື້ຂາຍ].
image

ສໍາລັບຜູ້ຊື້ຂາຍຮຽນແບບ

ຖ້າຫາກວ່າທ່ານກໍາລັງໃຊ້ແອັບ:

  • ຂັ້ນຕອນທີ 1: ເລືອກ Portfolio ສຳເນົາຂອງທ່ານ ແລະ ແຕະທີ່ໄອຄອນ[ຫ້ອງແຊັດ].
  • ຂັ້ນຕອນທີ 2: ແຕະ [ຕົກລົງ] ເພື່ອເຂົ້າໄປໃນຫ້ອງສົນແຊັດສ່ວນຕົວ.
  • ຂັ້ນຕອນທີ 3: ເລີ່ມຕົ້ນການມີສ່ວນຮ່ວມກັບຜູ້ນຳພາການຊື້ຂາຍ ແລະ ຜູ້ຊື້ຂາຍຮຽນແບບອື່ນໆ.
image

ຖ້າທ່ານກໍາລັງໃຊ້ເວັບໄຊ:

  • ຂັ້ນຕອນທີ 1: ເລືອກເອົາ Portfolio ສໍາເນົາ ແລະ ຄລິກໃສ່ [ຫ້ອງແຊັດສ່ວນຕົວ].
  • ຂັ້ນຕອນທີ 2: ຄຣິກ [ຢືນຢັນ] ເພື່ອເຂົ້າໄປໃນຫ້ອງແຊັດສ່ວນຕົວ.
  • ຂັ້ນຕອນທີ 3: ເລີ່ມຕົ້ນການມີສ່ວນຮ່ວມກັບຜູ້ນຳພາການຊື້ຂາຍ ແລະ ຜູ້ຊື້ຂາຍຮຽນແບບອື່ນໆ.
image

ວິທີການເຂົ້າເຖິງຫ້ອງແຊັດ Binance Futures ເຮັດແນວໃດ?

ນອກນັ້ນທ່ານຍັງສາມາດສໍາຫຼວດຫ້ອງແຊັດອື່ນໆເພື່ອເຂົ້າຮ່ວມການສົນທະນາກັບຜູ້ຊື້ຂາຍທີ່ມີປະສົບການອື່ນໆ.

image
  • ຖ້າຫາກວ່າທ່ານກໍາລັງໃຊ້ ແອັບໄດ້: ໄປທີ່ [Futures], ແຕະ [... ] ແລະ ເລືອກ [ຫ້ອງແຊັດ].
image

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບ ຫ້ອງແຊັດຜູ້ນຳພາການຊື້ຂາຍ Binance, ກະລຸນາເບິ່ງບລັອກ ຫ້ອງສົນທະນາການຊື້ຂາຍ Binance Futures: ທຸກສິ່ງທຸກຢ່າງທີ່ທ່ານຕ້ອງການຢາກຮູ້.