ການປະຕິເສດຄວາມຮັບຜິດຊອບ: ໃນການປະຕິບັດຕາມຂໍ້ກໍານົດຂອງ MiCA, ຫຼຽນຄົງທີ່ທີ່ບໍ່ໄດ້ຮັບອະນຸຍາດແມ່ນຈະມີຂໍ້ຈໍາກັດບາງຢ່າງສໍາລັບຜູ້ໃຊ້ EEA. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຄລິກ ທີ່ນີ້.
ໂທເຄັນບົດລາຍງານ AI ແມ່ນການສະຫຼຸບສັງລວມ ຂໍ້ມູນໂດຍຫຍໍ້ທີ່ອອກແບບມາເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ກັບຜູ້ຊື້ຂາຍໂດຍການຄັດຈ້ອນ ແລະ ສັງລວມຄວາມເຂົ້າໃຈທີ່ສໍາຄັນຈາກຫຼາຍໆແຫຼ່ງຂໍ້ມູນ. ໂດຍການສະໜອງຂໍ້ມູນທີ່ທັນເວລາ ແລະ ສາມາດປະຕິບັດໄດ້ ໃນລະດັບ ໂທເຄັນໃດໜຶ່ງສະເພາະ, ບົດລາຍງານດັ່ງກ່າວຊ່ວຍໃຫ້ຜູ້ໃຊ້ເຮັດການຕັດສິນໃຈກ່ຽວກັບການຊື້ຂາຍທີ່ມີຂໍ້ມູນດີ ແລະ ມີສ່ວນຮ່ວມຢ່າງຈິງຈັງໃນໂອກາດຕະຫຼາດ ດ້ວຍຄວາມໝັ້ນໃຈຫຼາຍຂຶ້ນ.
ຜູ້ໃຊ້ຄວນຮູ້ວ່າຂໍ້ມູນທີ່ສະໜອງໃຫ້ຢູ່ໃນໂທເຄັນບົດລາຍງານ AI ນີ້ບໍ່ໄດ້ແມ່ນຄໍາແນະນໍາທາງດ້ານການເງິນ, ກົດໝາຍ, ຫຼື ການລົງທຶນ (ສະເພາະເຈາະຈົງໃສ່ບຸກຄົນ ຫຼື ອື່ນໆ). ຂໍ້ມູນທີ່ມີຢູ່ໃນໂທເຄັນບົດລາຍງານ AI ນີ້ແມ່ນສ້າງຈາກແຫຼ່ງຂໍ້ມູນຫຼາຍປະເພດ, ເຊິ່ງອາດຈະບໍ່ຖືກຕ້ອງ ແລະ ບໍ່ໄດ້ຮັບການຮັບປະກັນວ່າຖືກຕ້ອງ - ດັ່ງນັ້ນທ່ານຄວນດໍາເນີນການກວດສອບດ້ວຍຕົນເອງໂດຍນໍາໃຊ້ແຫຼ່ງຂໍ້ມູນຈາກຫຼາຍແຫຼ່ງ. Binance ບໍ່ໄດ້ຮັບປະກັນຄວາມຖືກຕ້ອງ, ຄວາມໜ້າເຊື່ອຖື, ຫຼື ຄວາມສົມບູນຂອງຂໍ້ມູນ, ການຮັບປະກັນ ຫຼື ການຮັບຮອງ (ບໍ່ວ່າຈະສະແດງອອກ ຫຼື ໂດຍຄວາມໝາຍໄນໆ) ວ່າຂໍ້ມູນແມ່ນຖືກຕ້ອງ, ຄົບຖ້ວນສົມບູນ ຫຼື ທັນກັບສະພາບການ. ໃນຖານະເປັນຜູ້ໃຊ້, ທ່ານມີຄວາມຮັບຜິດຊອບສໍາລັບການຢືນຢືນຂໍ້ມູນທີ່ມີຢູ່ໃນໂທເຄັນບົດລາຍງານ AI ນີ້ ແລະ ບໍ່ຄວນອີງໃສ່ມັນເພື່ອຕັດສິນໃຈ. Binance ບໍ່ໄດ້ເຮັດໜ້າທີ່ເປັນຜູ້ເບິ່ງແຍງຊັບສິນ ຫຼື ທີ່ປຶກສາໃຫ້ແກ່ ທ່ານ, ແລະ ການວິເຄາະ ຫຼື ຂໍ້ມູນໃດໆທີ່ສະໜອງໃນໂທເຄັນບົດລາຍງານ AI ນີ້ແມ່ນສະໜອງໃຫ້ບົນພື້ນຖານທີ່ເປັນຢູ່, ແລະ ທ່ານບໍ່ຄວນເຮັດການຕັດສິນໃຈການລົງທຶນ ຫຼື ການຊື້ຂາຍໂດຍບໍ່ມີການດໍາເນີນການກວດສອບລະມັດລະວັງດ້ວຍຕົນເອງ ແລະ ຂໍຄໍາແນະນໍາຈາກຜູ້ຊ່ຽວຊານຕາມຄວາມເໝາະສົມ.
ບົດລາຍງານນີ້ມີສາມພາກ, ເຊິ່ງແຕ່ລະພາກເນັ້ນໃສ່ຂົງເຂດສະເພາະຂອງສະພາບຕະຫຼາດທີ່ມີການປ່ຽນແປງຄື:
ພາກ ໂອກາດ ແມ່ນສະແດງໃຫ້ເຫັນ ຮູບແບບການເທຣດ ທີ່ເປັນໄປໄດ້ ຊຶ່ງໄດ້ມາຈາກການວິເຄາະດ້ວຍ AI ຂັ້ນສູງ. ມັນຈະກວດຈັບສັນຍານຕ່າງໆ ເຊັ່ນ: ການປ່ຽນແປງຂອງ ທ່າອ່ຽງລາຄາ, ການເຄື່ອນໄຫວຂອງ ກະແສຄວາມເຊື່ອໝັ້ນ ໃນລະດັບມະຫາພາກ ທີ່ເກີດຂຶ້ນອ້ອມໂຄງການ, ຂ່າວດ່ວນ, ແລະ ຊ່ອງຫວ່າງລາຄາ ລະຫວ່າງແຕ່ລະ ແພລັດຟອມ ຊື້-ຂາຍ.

ພາກຄວາມສ່ຽງໃຫ້ຂໍ້ມູນພາບລວມທີ່ຮັດກຸມກ່ຽວກັບຄວາມຜິດປົກກະຕິໃນລະບົບຕ່ອງໂສ້ ແລະ ຄວາມອ່ອນໄຫວຂອງຕະຫຼາດ. ມັນຕິດຕາມກິດຈະກໍາທີ່ຜິດປົກກະຕິ ລວມທັງການເຮັດທຸລະກໍາປາວານຂະໜາດໃຫຍ່, ຕົວຊີ້ວັດທີ່ເນັ້ນໃສໂທເຄັນ, ແລະ ຄວາມຜັນຜວນທີ່ເພີ່ມຂຶ້ນ. ຄວາມເຂົ້າໃຈນີ້ເຮັດໃຫ້ຜູ້ໃຊ້ສາມາດຄາດຄະເນຄວາມສ່ຽງດ້ານການຫຼຸດລົງ ຫຼື ການຂັດຂວາງຕະຫຼາດ, ສົ່ງເສີມຍຸດທະສາດການຄຸ້ມຄອງຄວາມສ່ຽງທີ່ລະມັດລະວັງຫຼາຍຂຶ້ນ.

ຄວາມເຂົ້າໃຈກ່ຽວກັບຈິດຕະວິທະຍາຕະຫຼາດແມ່ນສໍາຄັນ, ເຊິ່ງພາກ ຄວາມຮູ້ສຶກຂອງຊຸມຊົນຈະເວົ້າກ່ຽວກັບເລື່ອງນີ້ ໂດຍການວິເຄາະແນວໂນ້ມ ແລະ ເລື່ອງລາວທີ່ແຜ່ກະຈາຍຢູ່ໃນສາທາລະນະ. ໂດຍການສະແກນແພລັດຟອມສື່ສັງຄົມ, ເວທີປາໄສ, ແລະ ຂ່າວທີ່ກ່ຽວຂ້ອງ, ບົດລາຍງານນີ້ ຈະວັດແທກຄວາມຮູ້ສຶກລວມ ແລະ ທັດສະນະຄະຕິທີ່ມີຕໍ່ບັນດາໂທເຄັນສະເພາະໃດໜຶ່ງ ເຊິ່ງຊ່ວຍສະໜອງທັດສະນະທີ່ຫຼາກຫຼາຍກ່ຽວກັບຕະຫຼາດທີ່ຂັບເຄື່ອນໂດຍພຶດຕິກໍາຂອງຊຸມຊົນ.

ບົດລາຍງານນີ້ ໄດ້ສະແກນ ແລະ ສະກັດເອົາຂໍ້ມູນແບບເຈາະເລີກທີ່ມີຄຸນຄ່າຈາກແຫຼ່ງທີ່ຫຼາກຫຼາຍ, ລວມທັງແຕ່ບໍ່ຈໍາກັດສະເພາະສິງຕໍ່ໄປນີ້:
ຢູ່ໃນແອັບ:
1. ເຂົ້າສູ່ລະບົບແອັບ Binance ຂອງທ່ານ ແລະ ແຕະ [ຕະຫຼາດ], ແລ້ວເລືອກໂທເຄັນ ແລະ ໃສ່ໜ້າ K-line.
ກະລຸນາຮັບຊາບວ່າ ບໍ່ແມ່ນທຸກໂທເຄັນທີ່ຈົດທະບຽນໃນ Binance ໄດ້ຖືກຄວບຄຸມຢູ່ໃນໂທເຄັນບົດລາຍງານ AI. ພວກເຮົາກໍາລັງຂະຫຍາຍຄວາມຄວບຄຸມຂອງພວກເຮົາຢ່າງຕໍ່ເນື່ອງ ແລະ ຈະປະກອບມີໂທເຄັນຫຼາຍຂຶ້ນໃນອະນາຄົດ.
2. ແຕະໄອຄອນ [AI] ຢູ່ເບື້ອງຂວາເທິງສຸດຂອງໜ້າຈໍ.

3. ເລື່ອນລົງ ແລ້ວທ່ານຈະເຫັນບົດລາຍງານທັງໝົດ.

*ເນື້ອໃນນີ້ບໍ່ສ້າງຂຶ້ນໂດຍ AI, ແລະ ອາດຈະລວມມີຂໍ້ຜິດພາດ, ຄວາມລໍາອຽງ ຫຼື ຂໍ້ມູນທີ່ຫຼ້າສະໄໝ. ບໍ່ແມ່ນຄໍາແນະນໍາ. ລາຄາຊັບສິນດິຈິຕອນສາມາດປ່ຽນແປງໄດ້. ທ່ານມີຄວາມຮັບຜິດຊອບພຽງຜູ້ດຽວສໍາລັບການຕັດສິນໃຈລົງທຶນຂອງທ່ານ ແລະ Binance ບໍ່ຮັບຜິດຊອບຕໍ່ການສູນເສຍໃດໆ. ເບິ່ງ ເງື່ອນໄຂການນໍາໃຊ້ ແລະ ຂໍ້ກໍານົດ AIຂອງພວກເຮົາ.
4. ແຕະໃສ່ປ້າຍກຳກັບຂໍ້ມູນເຊັ່ນ [ໂພສ] ແລະ [ແຜນວາດສະແດງ] ເພື່ອເບິ່ງແຫຼ່ງຂໍ້ມູນເປັນລາຍລະອຽດຫຼາຍກວ່ານີ້.


ແຕະແຫຼ່ງຂໍ້ມູນເພື່ອໄປຫາໜ້າເນື້ອຫາຂອງມັນ.
5. ທ່ານຍັງສາມາດກົດຄ້າງໄວ້ ແລະ ເລືອກເນື້ອຫາໃດໜຶ່ງເພື່ອສຳເນົາມັນໃສ່ຄລິບບອດໄດ້.

6. ຖ້າຫາກຕ້ອງການເບິ່ງຄຳຖາມສະເພາະ ພາຍໃຕ້ຫົວຂໍ້ “ທ່ານອາດຈະສົນໃຈ” ໃຫ້ກົດທີ່ຊ່ອງຄຳຖາມ ແລ້ວລະບົບ AI ຈະເລີ່ມສ້າງຄຳຕອບສະແດງຢູ່ດ້ານລຸ່ມ.


ຢູ່ໃນເວັບ:
1. ເຂົ້າສູ່ລະບົບເວັບໄຊ Binance ແລະ ຄລິກ [ຊື້ຂາຍ] - [Spot], ຈາກນັ້ນເລືອກໂທເຄັນ ແລະ ເຂົ້າໄປໃນໜ້າກຣາຟເສັ້ນ k.
ກະລຸນາຮັບຊາບວ່າ ບໍ່ແມ່ນທຸກໂທເຄັນທີ່ຈົດທະບຽນໃນ Binance ໄດ້ຖືກຄວບຄຸມຢູ່ໃນໂທເຄັນບົດລາຍງານ AI. ພວກເຮົາກໍາລັງຂະຫຍາຍຄວາມຄວບຄຸມຂອງພວກເຮົາຢ່າງຕໍ່ເນື່ອງ ແລະ ຈະປະກອບມີໂທເຄັນຫຼາຍຂຶ້ນໃນອະນາຄົດ.
2. ກົດໄອຄອນ [AI] ຢູ່ມຸມຂວາດ້ານເທິງຂອງໜ້າຈໍ, ທ່ານຈະເຫັນບົດລາຍງານແບບເຕັມ.


ຢູ່ໃນແອັບ
ໃນໜ້າຈໍໂທເຄັນລາຍງານ AI, ແຕະປຸ່ມ [ແຊຣ໌] ເພື່ອບັນທຶກຮູບຍາວໃສ່ໃນອາລະບໍ້າຂອງທ່ານ ຫຼື ສຳເນົາ URL ຂອງໜ້າດັ່ງກ່າວ.

ທີ່ Binance, ພວກເຮົາມຸ່ງໝັ້ນທີ່ຈະສະໜອງຜະລິດຕະພັນ ແລະ ການບໍລິການທີ່ດີທີ່ສຸດ. ຄໍາຕິຊົມຂອງທ່ານແມ່ນມີຄ່າຫຼາຍໃນການຊ່ວຍພວກເຮົາປັບປຸງຢ່າງຕໍ່ເນື່ອງ.
1. ເພື່ອໃຫ້ຄໍາຄິດເຫັນ, ທ່ານສາມາດ:
a) ກົດຄ້າງໄວ້ ແລ້ວເລືອກສ່ວນໜຶ່ງຂອງຂໍ້ຄວາມ, ຈາກນັ້ນເລືອກຈາກປຸ່ມລອຍເພື່ອໃຫ້ໄອຄອນ 'ຍົກໂປ້ມືຂຶ້ນ' ຫຼື 'ຍົກໂປ້ລົງ'; ຫຼື
b) ເລື່ອນໄປຫາລຸ່ມສຸດ ຂອງໂທເຄັນບົດລາຍງານ AI ແລ້ວແຕະທີ່ໄອຄອນ 'ຍົກໂປ້ມືຂຶ້ນ' ຫຼື 'ຍົກໂປ້ມືລົງ'.
2. ຫຼັງຈາກແຕະໄອຄອນດັ່ງກ່າວ, ຈະມີວິນໂດຂຶ້ນມາໃຫ້ທ່ານລະບຸພາກສະເພາະທີ່ທ່ານຕ້ອງການໃຫ້ຄໍາຄິດເຫັນ (ເຊັ່ນ: “ຄວາມສ່ຽງ”) ແລະ ໃສ່ຄໍາຕິຊົມຂອງທ່ານໃນກ່ອງຂໍ້ຄວາມທີ່ສະໜອງໃຫ້.
3. ສຸດທ້າຍ, ແຕະ [ສົ່ງ] ເພື່ອສົ່ງຂໍ້ມູນຂອງທ່ານໃຫ້ພວກເຮົາ.



ກະລຸນາໃຫ້ແນ່ໃຈວ່າ ເວີຊັ່ນຂອງແອັບ Binance ຂອງທ່ານຖືກອັບເດດເປັນ 3.1.0 ແລະ ຂ້າງເທິງ ເພື່ອເຂົ້າເຖິງຟັງຊັ່ນໂທເຄັນບົດລາຍງານ AI.
ໝາຍເຫດ: ບໍ່ແມ່ນທຸກໂທເຄັນທີ່ຈົດທະບຽນໃນ Binance ປັດຈຸບັນຖືກຄວບຄຸມຢູ່ໃນໂທເຄັນບົດລາຍງານ AI. ພວກເຮົາກໍາລັງຂະຫຍາຍຄວາມຄວບຄຸມຂອງພວກເຮົາຢ່າງຕໍ່ເນື່ອງ ແລະ ຈະປະກອບມີໂທເຄັນຫຼາຍຂຶ້ນໃນອະນາຄົດ.
ກະລຸນາໃຫ້ແນ່ໃຈວ່າ ເວີຊັ່ນຂອງແອັບ Binance ຂອງທ່ານຖືກອັບເດດເປັນ 3.5.0 ແລະ ເຂົ້າເຖິງແຫຼ່ງຂໍ້ມູນ Futures.
ໂທເຄັນບົດລາຍງານ AI ໄດ້ຖືກອັບເດດທຸກໆຊົ່ວໂມງ.
ຫຼາຍ LLMs ຖືກໃຊ້ ແລະ ໝຸນວຽນເປັນແຕ່ລະໄລຍະເພື່ອຮັບປະກັນການສ້າງເນື້ອຫາທີ່ດີທີ່ສຸດ.
ໃນຕອນທ້າຍຂອງແຕ່ລະວັກໃນໂທເຄັນບົດລາຍງານ AI, ແຕະໃສ່ປ້າຍກຳກັບຂໍ້ມູນ ເພື່ອເບິ່ງແຫຼ່ງຂໍ້ມູນໃນລາຍລະອຽດຫຼາຍຂຶ້ນ.
ການປະຕິເສດຄວາມຮັບຜິດຊອບ: ເນື້ອຫານີ້ແມ່ນສ້າງຂຶ້ນໂດຍ AI ແລະ ອາດຈະປະກອບມີຄວາມຜິດພາດ, ຄວາມລໍາອຽງ ຫຼື ຂໍ້ມູນລ້າສະໄໝ. Binance ບໍ່ໄດ້ຮັບຮອງ ຫຼື ຮັບປະກັນຂໍ້ມູນໃດໆທີ່ສ້າງໂດຍ AI. ບໍ່ຄວນອີງໃສ່ແຕ່ຂໍ້ມູນທີ່ສ້າງຂຶ້ນໂດຍ AI ພຽງຢ່າງດຽວ ຫຼື ໃຊ້ເປັນຄໍາແນະນໍາ. ລາຄາຊັບສິນດິຈິຕອນສາມາດປ່ຽນແປງໄດ້. ທ່ານຮັບຜິດຊອບພຽງຜູ້ດຽວຕໍ່ການຕັດສິນໃຈລົງທຶນຂອງທ່ານ ແລະ Binance ບໍ່ຮັບຜິດຊອບຕໍ່ການສູນເສຍໃດໆທີ່ອາດຈະເກີດຂຶ້ນກັບທ່ານ. ເບິ່ງ ເງື່ອນໄຂການນຳໃຊ້, ການເຕືອນຄວາມສ່ຽງ ແລະ ຂໍ້ກໍານົດ AIຂອງພວກເຮົາ.
FAQ ເຫຼົ່ານີ້ອາດຈະຖືກແປເປັນພາສາອື່ນທີ່ບໍ່ແມ່ນພາສາອັງກິດ. ການແປໃດໆທີ່ມີໃຫ້ ແມ່ນເພື່ອຄວາມສະດວກຂອງທ່ານເທົ່ານັ້ນ. ໃນກໍລະນີນີ້ບໍ່ມີຄວາມສອດຄ້ອງ ຫຼື ບໍ່ຈະແຈ້ງ, ຂໍ້ຄວາມພາສາອັງກິດຈະມີຜົນເໜືອກວ່າ.