Wallet Signal (ສັນຍານ Wallet) ຂອງ Binance ແມ່ນຄຸນສົມບັດໃໝ່ທີ່ມີບໍລິການຢູ່ໃນ Binance Wallet ທີ່ໃຫ້ຂໍ້ມູນທີ່ເລິກເຊິ່ງແກ່ຜູ້ໃຊ້ ໂດຍອີງໃສ່ປັດໄຈລວມຂອງກິດຈະກຳເຂດນອກ ແລະ ໃນບລັອກເຊນ. ມັນຖືກອອກແບບເພື່ອຊ່ວຍຜູ້ໃຊ້ໃຫ້ຄົ້ນພົບໂອກາດການທີ່ເປັນທ່າແຮງໃນການຊື້ຂາຍ ຕາມການລະບຸຮູບແບບການຊື້ຂາຍແບບອັນກໍຣິຕຶມຂອງຮູບແບບການຊື້ຂາຍ ແລະ ການວິເຄາະຄວາມຮູ້ສຶກຈາກສື່ສັງຄົມອອນໄລນ໌.
ໃນປັດຈຸບັນ, ຜູ້ໃຊ້ສາມາດເຂົ້າເຖິງ Signal ສອງປະເພດໄດ້ໂດຍກົງພາຍໃນ Binance Wallet. ຄລິກເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບແຕ່ລະປະເພດຂອງ Signal ລຸ່ມນີ້:
ການ Leverage ຂໍ້ມູນໃນລະບົບຕ່ອງໂສ້, ຄຸນນະສົມບັດ Smart Money Signals ກໍານົດບັນດາທີ່ຢູ່ບລັອກເຊນທີ່ມີປະສິດຕິພາບສູງສຸດ, ທີ່ເອີ້ນວ່າ "Smart Money", ໂດຍອີງຕາມຕົວວັດແທກປະຫວັດການເຄື່ອນໄຫວຂອງປະສິດທິພາບການລົງທຶນທີ່ແຂງແຮງ. ສັນຍານຖືກກະຕຸ້ນເມື່ອທີ່ຢູ່ Smart Money ເຫຼົ່ານີ້ຈຳນວນໜຶ່ງຊື້ໂທເຄັນດຽວກັນພາຍໃນໄລຍະເວລາທີ່ມີການຈຳກັດໄວ້.
ຄຸນສົມບັດຫຼັກປະກອບປະກອບມີ:
ຂັບເຄື່ອນໂດຍການວິເຄາະຄວາມຮູ້ສຶກທີ່ຂັບເຄື່ອນດ້ວຍ AI, ສັນຍານຄວາມຮູ້ສຶກ (Sentiment Signal) ແມ່ນຖືກສ້າງຂຶ້ນຈາກການຕິດຕາມ ແລະ ວິເຄາະໂພສທີ່ເປັນສາທາລະນະຕາມເວລາຈິງຢູ່ໃນ X (ຊື່ເກົ່າ Twitter). ຂໍ້ມູນທີ່ເລິກເຊິ່ງເຫຼົ່ານີ້ສະທ້ອນເຖິງການປ່ຽນແປງໃນລະດັບ ແລະ ສຽງຮຽກຮ້ອງຈາກການມີສ່ວນຮ່ວມຂອງຊຸມຊົນ ທີ່ລວມມີຂໍ້ມູນເຊັ່ນ: ປະລິມານການກ່າວເຖິງ, ການຈັດປະເພດຄວາມຮູ້ສຶກ (ດ້ານບວກ, ດ້ານລົບ ຫຼື ເປັນກາງ), ຕົວວັດແທກການເຕີບໂຕຂອງກະແສ, ຫົວຂໍ້ທີ່ກໍາລັງມາແຮງ ແລະ ບັນຊີສໍາຄັນທີ່ສົນທະນາກ່ຽວກັບໂທເຄັນ.
ຄຸນສົມບັດຫຼັກປະກອບປະກອບມີ:
ຂໍ້ມູນເລິກເຊິ່ງນີ້ຖືກສ້າງຂຶ້ນໂດຍນຳໃຊ້ອາກໍຣິຕຶມທີ່ມີເຈົ້າຂອງທີ່ລວບລວມຂໍ້ມູນບລັອກເຊນສາທາລະນະ ແລະ ຖືກຄັດເລືອກຈາກສັນຍານເຂດນອກບລັອກເຊນ.
1. ອັບເດດ ແອັບ Binance ຂອງທ່ານເປັນເວີຊັ່ນຫຼ້າສຸດ ແລະ ໃຫ້ແນ່ໃຈວ່າທ່ານໄດ້ສ້າງ Wallet Binance ແລະ ສຳຮອງຂໍ້ມູນແລ້ວ.
2. ເຂົ້າສູ່ລະບົບແອັບ Binance ຂອງທ່ານ ແລະ ແຕະທີ່ [ຊັບສິນ]. ເຂົ້າໄປທີ່ [Wallet].
3. ໄປທີ່ [ຕະຫຼາດ] ແລະ [Signals].
4. ສໍາຫຼວດສັນຍານທີ່ໃຊ້ໂທເຄັນ.

Smart Money ໝາຍເຖິງທີ່ຢູ່ບລັອກເຊນທີ່ໄດ້ສະແດງໃຫ້ເຫັນຜົນງານການລົງທຶນທີ່ແຂງແຮງທີ່ສະແດງໃຫ້ເຫັນມາຍາວນານຕາມຕົວຊີ້ວັດຕ່າງໆ ເຊັ່ນ: ອັດຕາຜົນຕອບແທນຈາກການລົງທຶນ (ROI) ແລະ ຄວາມສຳເລັດໃນການຊື້ຂາຍ. ທີ່ຢູ່ເຫຼົ່ານີ້ມີການລະບຸຜ່ານອາກໍຣິຕຶມທີ່ເປັນກໍາມະສິດຂອງພວກເຮົາ ທີ່ປະເມີນການປະສົມປະສານກັນຂອງຕົວວັດແທກພຶດຕິກໍາໃນບລັອກເຊນ ໃນຂະນະທີ່ແຍກສິ່ງທີ່ບໍ່ກ່ຽວຂ້ອງຕ່າງໆເຊັ່ນ: ທີ່ຢູ່ທີ່ກ່ຽວຂ້ອງກັບກິດຈະກໍາທີ່ບໍ່ປົກກະຕິ ຫຼື ຄ້າຍຄື bot.
ບໍ່. Smart Money Signals ແມ່ນຄຸນສົມບັດດ້ານຂໍ້ມູນທີ່ມຸ່ງຫວັງທີ່ຈະເນັ້ນຮູບແບບກິດຈະກຳໃນລະຫວ່າງບັນດາທີ່ຢູ່ບລັອກເຊນທີ່ມີຜົນງານສູງໃນອະດີດ. ສັນຍານເຫຼົ່ານີ້ບໍ່ສາມາດທຳນາຍໄດ້. ຂໍ້ມູນທີ່ສະໜອງໃຫ້ຜູ້ໃຊ້ຜ່ານການເປີດໃຊ້ງານຟັງຊັ່ນ Signal ບໍ່ຄວນຕີຄວາມໝາຍວ່າເປັນຄຳແນະນຳດ້ານການເງິນ ແລະ ບໍ່ໄດ້ມີຈຸດປະສົງໃນການແນະນຳໃນການຊື້ຜະລິດຕະພັນ ຫຼື ການບໍລິການໃດໆ. ເຖິງແມ່ນວ່າສັນຍານເຫຼົ່ານີ້ສາມາດໃຫ້ຂໍ້ມູນທີ່ເລິກເຊິ່ງອັນມີຄຸນຄ່າກໍ່ຕາມ ແຕ່ຕະຫຼາດສະກຸນເງິນຄຣິບໂຕກໍ່ຍັງຄົງມີຄວາມຜັນຜວນສູງ ແລະ ຄາດເດົາບໍ່ໄດ້. ການຕັດສິນໃຈຊື້ຂາຍທຸກຄັ້ງຄວນມີການຄົ້ນຄວ້າດ້ວຍຕົນເອງ ແລະ ພິຈາລະນາຄວາມສາມາດໃນການຮັບຄວາມສ່ຽງຂອງທ່ານເສຍກ່ອນ.
"ການເກີດກະແສ (Hype)" ແມ່ນການວັດແທກປະລິມານລະດັບການສົນທະນາທີ່ຮອບດ້ານກ່ຽວກັບໂທເຄັນໃນສື່ສັງຄົມອອນໄລນ໌ໂດຍອີງຕາມກິດຈະກໍາທີ່ມີການສັງເກດຈາກອາກໍຣິຕຶມຂອງພວກເຮົາ. ຖ້າໂທເຄັນໄດ້ຮັບການກ່າວເຖິງກັນຢ່າງກວ້າງຂວາງ, ດ້ວຍຈໍານວນວິວການເຂົ້າຊົມ ແລະ ການແຊທີ່ກ່ຽວຂ້ອງກັບການສົນທະນາເຫຼົ່ານັ້ນຫາກມີສູງ, ຄະແນນ "ກະແສສັງຄົມ (social hype)" ຂອງໂທເຄັນດັ່ງກ່າວອາດຈະເພີ່ມຂຶ້ນຕາມລໍາດັບ. ເພື່ອປະເມີນຄວາມຮູ້ສຶກ, ພວກເຮົາໃຊ້ອາກໍຣິຕຶມທີ່ຂັບເຄື່ອນດ້ວຍ AI ເພື່ອເກັບກໍາຊຸດການໂພສຕ່າງໆຂອງ X ທີ່ມີສ່ວນສໍາຄັນຕໍ່ຄວາມນິຍົມຂອງໂທເຄັນດັ່ງກ່າວ. ອີງໃສ່ຂໍ້ຄວາມເຫຼົ່ານີ້, ພວກເຮົາໃຊ້ AI ເພື່ອວິເຄາະຄວາມຮູ້ສຶກໂດຍລວມຕາມຮູບແບບການສົນທະນາທີ່ແພ່ຫຼາຍຕາມທີ່ໄດ້ກໍານົດໄວ້.
ສັນຍານຄວາມຮູ້ສຶກ ຖືກຂັບເຄື່ອນໂດຍອາກໍຣິຕຶມທີ່ມີກໍາມະສິດທີ່ຕິດຕາມບັນດາບັນຊີສາທາລະນະທີ່ກ່ຽວຂ້ອງກັບຄຣິບໂຕທີ່ຖືກເລືອກຢູ່ໃນ X ຢ່າງຕໍ່ເນື່ອງ. ມັນລະບຸໂທເຄັນທີ່ກໍາລັງເພີ່ມຂຶ້ນຢ່າງວ່ອງໄວໃນການເບິ່ງເຫັນ ແລະ ການມີສ່ວນຮ່ວມໂດຍການປະເມີນລະດັບກິດຈະກຳ, ການເພີ່ມຂຶ້ນໃນດ້ານຄວາມປະທັບໃຈ ແລະ ຕົວກະຕຸ້ນສັນຍານອື່ນໆທີ່ມີການກໍານົດລ່ວງໜ້າ. ອາກໍຣິຕຶມດັ່ງກ່າວຈະປະມວນຜົນຂໍ້ມູນຂະໜາດໃຫຍ່ຂອງເນື້ອຫາທີ່ສາທາລະນະສາມາດເຂົ້າເຖິງໄດ້ ເພື່ອກວດເບິ່ງການເພີ່ມຂຶ້ນຂອງຄວາມເຂັ້ມຂຸ້ນໃນການສົນທະນາ. ຈາກນັ້ນເຄື່ອງມື AI ຕ່າງໆຖືກນໍາມາໃຊ້ເພື່ອສະຫຼຸບຫາຫົວຂໍ້ຫຼັກ ແລະ ປັດໄຈກະຕຸ້ນທີ່ຢູ່ເບື້ອງຫຼັງທີ່ເຮັດໃຫ້ເກີດການປ່ຽນແປງຄວາມນິຍົມດັ່ງກ່າວ. ໂທເຄັນຕ່າງໆທີ່ຖືກໝາຍໂດຍອາກໍຣິຕຶມ ອາດຈະແຕກຕ່າງກັນໄປຕາມປະເພດ ແລະ ມູນຄ່າຕະຫຼາດ, ແຕ່ທັງໝົດສະແດງໃຫ້ເຫັນການເພີ່ມຂຶ້ນທາງສະຖິຕິຢ່າງຈະແຈ້ງໃນກິດຈະກຳທາງສັງຄົມທີ່ສັງເກດເຫັນໄດ້ໃນເວລາການສ້າງສັນຍານ.
ການປະຕິເສດຄວາມຮັບຜິດຊອບ: ຜະລິດຕະພັນ ແລະ ການບໍລິການທີ່ອ້າງເຖິງນີ້ອາດຈະບໍ່ມີຢູ່ໃນພາກພື້ນຂອງທ່ານ.
Wallet Signal (ສັນຍານ Wallet) ຂອງ Binance ແມ່ນເຄື່ອງມືໃຫ້ຂໍ້ມູນເທົ່ານັ້ນ. Binance Wallet Signal ແລະ ຜົນໄດ້ຮັບຂອງມັນແມ່ນສະໜອງໃຫ້ທ່ານແມ່ນ 'ຕາມທີ່ເປັນ' ແລະ 'ຕາມທີ່ມີ', ໂດຍບໍ່ມີການຮັບຮອງ ຫຼື ຮັບປະກັນໃດໆທັງນັ້ນ. ມັນບໍ່ໄດ້ເປັນຄຳແນະນຳດ້ານການລົງທຶນ, ການເງິນ, ການຊື້ຂາຍ ຫຼື ຄຳແນະນຳໃນຮູບແບບອື່ນໃດ; ບໍ່ໄດ້ເປັນຄຳແນະນຳໃຫ້ຊື້, ຂາຍ ຫຼື ຖືໂທເຄັນ; ບໍ່ໄດ້ຮັບປະກັນຄວາມຖືກຕ້ອງແມ່ນຢໍາ, ຄວາມທັນເວລາ ຫຼື ຄວາມຄົບຖ້ວນຂອງຂໍ້ມູນ ຫຼື ການວິເຄາະທີ່ຖືກນຳສະເໜີ. ການນຳໃຊ້ Wallet Signal (ສັນຍານ Wallet) ຂອງ Binance ແລະ ຂໍ້ມູນທີ່ໂດຍກ່ຽວຂ້ອງກັບຄຸນສົມບັດນີ້ ຖືວ່າເປັນຄວາມສ່ຽງຂອງທ່ານເອງ ແລະ ທ່ານຕ້ອງຮັບຜິດຊອບໃນການປະເມີນຂໍ້ມູນທີ່ໄດ້ຮັບ ແລະ ການຕັດສິນໃຈຄ້າຂາຍທັງໝົດທີ່ທ່ານດໍາເນີນການແຕ່ພຽງຜູ້ດຽວ. Binance ບໍ່ໄດ້ຮັບຮອງ ຫຼື ຮັບປະກັນຂໍ້ມູນໃດໆທີ່ສ້າງໂດຍ AI. ຂໍ້ມູນ ຫຼື ບົດສະຫຼຸບໃດໆກໍ່ຕາມທີ່ສ້າງຂຶ້ນໂດຍ AI ບໍ່ຄວນເປັນພື້ນຖານພຽງຢ່າງດຽວໃນການຕັດສິນໃຈ. ເນື້ອຫາທີ່ສ້າງຂຶ້ນໂດຍ AI ອາດລວມມີ ຫຼື ສະທ້ອນຂໍ້ມູນ, ມຸມມອງ ແລະ ຄວາມຄິດເຫັນຂອງບຸກຄົນທີສາມ ແລະ ອາດມີຂໍ້ຜິດພາດ, ອະຄະຕິ ຫຼື ຂໍ້ມູນທີ່ເກົ່າຫຼ້າສະໄໝ. Binance ຈະບໍ່ຮັບຜິດຊອບຕໍ່ການສູນເສຍ ຫຼື ຄວາມເສຍຫາຍໃດໆທີ່ເກີດຂຶ້ນຈາກການນຳໃຊ້ ຫຼື ການອີງໃສ່ຄຸນສົມບັດ Binance Wallet Signal. ສັນຍານຕ່າງໆຖືກສ້າງຂຶ້ນຈາກຂໍ້ມູນໃນອະດີດ ແລະ ຂໍ້ມູນແບບຕາມເວລາຈິງ ແລະ ບໍ່ໄດ້ຮັບປະກັນປະສິດທິພາບໃນອະນາຄົດ. ການຈໍາແນກປະເພດຄວາມຮູ້ສຶກ ແລະ Smart Money ແມ່ນອີງໃສ່ອາກໍຣິຕຶມ ແລະ ແຫຼ່ງຂໍ້ມູນຈາກບຸກຄົນທີສາມ ເຊິ່ງອາດບໍ່ຄົບຖ້ວນ ຫຼື ມີຂໍ້ບົກພ່ອງ. Binance ອາດຈະແກ້ໄຂ ຫຼື ຍົກເລີກຄຸນສົມບັດ Wallet Signal (ສັນຍານ Wallet) ຂອງ Binance ຕາມການພິຈາລະນາ ແລະ ຟັງຊັ່ນການໃຊ້ງານອາດແຕກຕ່າງກັນໄປຕາມພາກພື້ນ ຫຼື ໂປຣໄຟລ໌ຂອງຜູ້ໃຊ້. ລາຄາຊັບສິນດິຈິຕອນມີຄວາມສ່ຽງທາງການຕະຫຼາດ ແລະ ມີຄວາມຜັນຜວນຂອງລາຄາສູງ. ມູນຄ່າການລົງທຶນຂອງທ່ານອາດຫຼຸດລົງ ຫຼື ເພີ່ມຂຶ້ນ ແລະ ທ່ານອາດບໍ່ໄດ້ຮັບຊັບສິນຈຳນວນທີ່ລົງທຶນໄປຄືນມາ. ທ່ານຈະຕ້ອງຮັບຜິດຊອບຕໍ່ການຕັດສິນໃຈລົງທຶນຂອງທ່ານແຕ່ພຽງຜູ້ດຽວ ແລະ Binance ຈະບໍ່ຮັບຜິດຊອບຕໍ່ການສູນເສຍໃດໆທີ່ອາດຈະເກີດຂຶ້ນກັບທ່ານ. ຜົນງານໃນອະດີດບໍ່ສາມາດເປັນສິ່ງທໍານາຍທີ່ເຊື່ອຖືໄດ້ສຳລັບຜົນງານໃນອະນາຄົດ. ທ່ານຄວນລົງທຶນສະເພາະໃນຜະລິດຕະພັນທີ່ທ່ານຄຸ້ນເຄີຍ ແລະ ເຂົ້າໃຈເຖິງຄວາມສ່ຽງຂອງມັນເທົ່ານັ້ນ. ທ່ານຄວນພິຈາລະນາປະສົບການການລົງທຶນ, ສະຖານະການດ້ານການເງິນ, ຈຸດປະສົງການລົງທຶນ ແລະ ຄວາມສາມາດຮັບຄວາມສ່ຽງຂອງທ່ານຢ່າງຮອບຄອບ ແລະ ປຶກສາທີ່ປຶກສາທາງການເງິນອິດສະຫຼະກ່ອນທີ່ຈະລົງທຶນ. ເນື້ອຫານີ້ບໍ່ຄວນຕີຄວາມໝາຍເປັນຄຳແນະນຳ. ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງເງື່ອນໄຂການນຳໃຊ້,ຄຳເຕືອນຄວາມສ່ຽງ ແລະ ເງື່ອນໄຂ AIຂອງພວກເຮົາ.
Binance Wallet ເປັນຜະລິດຕະພັນທາງເລືອກ. ມັນເປັນຄວາມຮັບຜິດຊອບຂອງທ່ານທີ່ຈະກໍານົດວ່າຜະລິດຕະພັນນີ້ເໝາະສົມກັບທ່ານ ຫຼື ບໍ່. Binance ບໍ່ຮັບຜິດຊອບຕໍ່ການເຂົ້າເຖິງ ຫຼື ການໃຊ້ແອັບພລິເຄຊັ່ນຂອງພາກສ່ວນທີສາມຂອງທ່ານ (ລວມທັງການເຮັດວຽກທີ່ຝັງຢູ່ໃນ Binance Wallet) ແລະ ຈະບໍ່ມີຄວາມຮັບຜິດຊອບໃດໆທີ່ກ່ຽວຂ້ອງກັບການໃຊ້ແອັບພລິເຄຊັ່ນພາກສ່ວນທີສາມດັ່ງກ່າວ, ລວມທັງ, ໂດຍບໍ່ຈໍາກັດສະເພາະ, ການເຮັດທຸລະກໍາຕ່າງໆທີ່ທ່ານມີຂໍ້ຂັດແຍ່ງ. ກະລຸນາກວດເບິ່ງເງື່ອນໄຂການໃຊ້ງານຂອງ Binance Wallet ຢ່າງລະມັດລະວັງ ແລະ ຄົ້ນຄວ້າດ້ວຍຕົວທ່ານເອງສະເໝີ.