ທ່ານສາມາດກອບສອບຍອດຄົງເຫຼືອໃນບັນຊີ Binance ຂອງທ່ານ, ຊື້ຂາຍສະກຸນເງິນຄຣິບໂຕຕ່າງໆ ຫຼື ຄົ້ນຫາສິ່ງທີ່ Binance ມີໃຫ້ໂດຍກົງໃນແອັບ Binance.
ວິທີການເຂົ້າຟັງຊັ່ນຕ່າງໆໃນແອັບ Binance ໄດ້ແນວໃດ?
“ມີຫົກຈຸດເຂົ້າເຖິງຕົ້ນຕໍພາຍໃນແອັບ Binance.
1. ໂປຣໄຟລ໌, ແຖບຄົ້ນຫາ ແລະ ຟັງຊັ່ນການເຂົ້າເຖິງໄວ
ທ່ານສາມາດເຂົ້າເຖິງສູນບັນຊີ ແລະ ຟັງຊັ່ນອື່ນໆ ໄດ້ງ່າຍຈາກແຖບນຳທາງດ້ານເທິງຂອງໜ້າທຳອິດຂອງແອັບ.
ແຕະໃສ່ໄອຄອນສູນບັນຊີ ເພື່ອເບິ່ງໂປຣໄຟລ໌ຂອງທ່ານ, ປັບການຕັ້ງຄ່າແອັບຂອງທ່ານ, ທາງລັດ, ຟັງຊັ່ນແນະນຳ ແລະ ສະຫຼັບລະຫວ່າງອິນເຕີເຟສ Binance Lite ແລະ Pro.
1. ການຊ່ວຍເຫຼືອລູກຄ້າ & ການຕັ້ງຄ່າ: ແຕະໃສ່ໄອຄອນແຊັດເພື່ອຕິດຕໍ່ທີມງານຊ່ວຍເຫຼືອລູກຄ້າຂອງພວກເຮົາຕະຫຼອດເວລາ 24/7 ຫຼື ແຕະທີ່ໄອຄອນການຕັ້ງຄ່າເພື່ອປັບແຕ່ງແອັບ Binance ຂອງທ່ານ.
2. ໂປຣໄຟລ໌: ກວດເບິ່ງສະຖານະຢືນຢັນຕົວຕົນ, Binance User ID (BUID), ສະຖານະ VIP ແລະ ການຕັ້ງຄ່າຄວາມປອດໄພ.
3. ທາງລັດ: ທ່ານສາມາດຈັດການແອັບ mini ທີ່ທ່ານມັກ ແລະ ເພີ່ມພວກມັນໃສ່ໜ້າຫຼັກແອັບເພື່ອເຂົ້າເຖິງໄດ້ໄວ.
4. ຄຸນສົມບັດທີ່ແນະນຳ: ຄົ້ນຫາຄຸນສົມບັດ ແລະ ການບໍລິການທີ່ແນະນຳ.
5. ໂໝດແອັບ: ສະຫຼັບລະຫວ່າງໂໝດ Pro ແລະ Lite.
ແຖບຄົ້ນຫາ:
- ແຕະໃສ່ແຖບຄົ້ນຫາ ແລະ ໃສ່ຊື່ໂທເຄັນ, ຄູ່ການຊື້ຂາຍ ຫຼື ຄໍາສໍາຄັນເພື່ອເບິ່ງຜົນໄດ້ຮັບທີ່ກ່ຽວຂ້ອງ.
- ທ່ານອາດຈະກວດເບິ່ງຄູ່ການຊື້ຂາຍທີ່ມີການຊື້ຂາຍສູງສຸດ, ທ່າອ່ຽງໂທເຄັນ Binance Earn ແລະ ຟັງຊັ່ນແອັບທີ່ນິຍົມອື່ນໆຢູ່ທີ່ນີ້.
ເຂົ້າເຖິງດ່ວນ:
- ເຄື່ອງສະແກນ QR: ເຂົ້າສູ່ລະບົບ Binance ໂດຍໃຊ້ລະຫັດ QR, ສົ່ງ/ຮັບການຈ່າຍຊຳລະ ຫຼື ໃຊ້ຕົວເລືອກ “ໃບບິນແຍກ” ໃນ Binance Pay.
- ຝ່າຍຊ່ວຍເຫຼືອລູກຄ້າ: ຝ່າຍຊ່ວຍເຫຼືອລູກຄ້າຂອງພວກເຮົາໄດ້ທຸກເວລາ 24/7.
- ສູນການແຈ້ງເຕືອນ: ເບິ່ງການປະກາດ ແລະ ແຄມເປນຫຼ້າສຸດ, ຂໍ້ຄວາມລະບົບ, ການແຈ້ງເຕືອນສຳສັ່ງ P2P ຂອງທ່ານ ແລະ ບັນທຶກທຸລະກຳ.
- Binance Pay: ເຂົ້າເຖິງ Binance Pay ແລະ ການບໍລິການຂອງມັນ.
2. ຍອດຄົງເຫຼືອ ແລະ ເງິນທຶນ
ທ່ານສາມາດເບິ່ງ ຫຼື ເຊື່ອງຍອດຄົງເຫຼືອໃນບັນຊີຂອງທ່ານ ຫຼື ເພີ່ມເງິນທຶນໃນບັນຊີຂອງທ່ານໄດ້.
- ຍອດຄົງເຫຼືອທັງໝົດ: ເບິ່ງຍອດຄົງເຫຼືອໃນບັນຊີ Binance ຂອງທ່ານ.
- [ເພີ່ມເງິນທຶນ]:
- ຊື້ສະກຸນເງິນຄຣິບໂຕ: ທ່ານສາມາດຊື້ສະກຸນເງິນຄຣິບໂຕ ໂດຍໃຊ້ການຊື້ຂາຍ P2P ຫຼື ບັດເຄຣດິດ/ເດບິດ. ກະລຸນາຮັບຊາບວ່າທາງເລືອກທີ່ມີຢູ່ອາດຈະແຕກຕ່າງກັນ ສໍາລັບປະເທດຕ່າງໆ.
- ການຝາກ: ຝາກ Fiat ຫຼື ສະກຸນເງິນຄຣິບໂຕກັບບັນຊີຂອງທ່ານ.
3. ເມນູທາງລັດ
ທ່ານສາມາດປັບແຕ່ງຟັງຊັ່ນທີ່ຈະສະແດງຢູ່ບ່ອນນີ້ເພື່ອເຂົ້າເຖິງໄດ້ງ່າຍ. ແຕະ [ເພີ່ມເຕີມ] ເພື່ອເບິ່ງການບໍລິການ ແລະ ຟັງຊັ່ນທັງໝົດທີ່ມີຢູ່ໃນແອັບ Binance.
ເພື່ອແກ້ໄຂຟັງຊັ່ນທີ່ຈະສະແດງຢູ່ໃນໜ້າທໍາອິດຂອງແອັບ, ແຕະ [ແກ້ໄຂ] ເພື່ອປັບ, ຈາກນັ້ນລາກໄອຄອນເພື່ອຈັດລໍາດັບຄືນໃໝ່. ກະລຸນາຮັບຊາບວ່າທ່ານສາມາດເພີ່ມໄດ້ເຖິງ 7 ລາຍການ.
4. ຫຼຽນ ແລະ ຄູ່ການຊື້ຂາຍ
ທ່ານສາມາດເບິ່ງຄູ່ການຊື້ຂາຍທີ່ແຕກຕ່າງກັນ ແລະ ການປ່ຽນແປງ 24 ຊົ່ວໂມງໃນແຕ່ລະແຖບ.
- [ລາຍການທີ່ມັກ]: ລາຄາຄູ່ຊື້ຂາຍທີ່ທ່ານມັກ.
- [ລາຍການທີ່ນິຍົມຫຼາຍ] ຄູ່ການຊື້ຂາຍທີ່ມີແນວໂນ້ມການເຄື່ອນໄຫວສູງ.
- [ເພີ່ມຂຶ້ນຫຼາຍທີ່ສຸດ]: ຄູ່ການຊື້ຂາຍທີ່ມີລາຄາເພີ່ມຂຶ້ນຫຼາຍທີ່ສຸດໃນ 24 ຊົ່ວໂມງ.
- [ຫຼຸດລົງຫຼາຍທີ່ສຸດ]: ຄູ່ການຊື້ຂາຍທີ່ມີລາຄາຫຼຸດລົງຫຼາຍທີ່ສຸດໃນ 24 ຊົ່ວໂມງ.
- [ມີຊື່ໃນກະດານເທຣດໃໝ່]: ຄູ່ການຊື້ຂາຍທີ່ໄດ້ຈົດທະບຽນ ເມື່ອບໍ່ດົນມານີ້ໃນ Binance
- [ປະລິມານ 24 ຊມ]: ຄູ່ການຊື້ຂາຍຖືກຈັດອັນດັບໂດຍປະລິມານການຊື້ຂາຍສູງສຸດໃນ 24 ຊົ່ວໂມງ.
- [ມູນຄ່າຕະຫຼາດ]: ຄູ່ການຊື້ຂາຍຖືກຈັດອັນດັບໂດຍມູນຄ່າຕະຫຼາດສູງສຸດ.
5. ການນຳທາງໃນ Square, ການປະກາດ ແລະ Binance Live
ທ່ານສາມາດຕິດຕາມຂ່າວຫຼ້າສຸດຂອງ Binance ແລະ ສະກຸນເງິນຄຣິບໂຕໄດ້ທີ່ນີ້, ອ່ານບົດຄວາມການສຶກສາຈາກ Binance Academy ຫຼື ເບິ່ງການຖ່າຍທອດສົດ.
- [ຄົ້ນຫາ]: ຄົ້ນຫາຂ່າວສະກຸນເງິນຄຣິບໂຕຫຼັາສຸດທີ່ແບ່ງປັນໂດຍຊຸມຊົນຂອງພວກເຮົາ
- [ຕິດຕາມ]: ກວດເບິ່ງໂພສຂອງຜູ້ສ້າງ Square ທີ່ທ່ານມັກ
- [ການປະກາດ]: ການປະກາດ Binance ຫຼ້າສຸດ
- [ຂ່າວ]: ຂ່າວສະກຸນເງິນຄຣິບໂຕຫຼ້າສຸດ
- [Academy]: ຄົ້ນຫາ ແລະ ຮຽນຮູ້ເພີ່ມເຕີມກ່ຽວກັບສະກຸນເງິນຄຣິບໂຕດ້ວຍບລັອກກັບ Binance Academy
- [LIVE]: ອົງປະກອບການຖ່າຍທອດສົດຂອງ Binance Square. ຜູ້ໃຊ້ສາມາດເບິ່ງເຫດການສົດໆ ແລະ ມີສ່ວນຮ່ວມກັບຊຸມຊົນທັນທີໃນຂະນະທີ່ເບິ່ງ.
6. ແຖບນໍາທາງດ້ານລຸ່ມ
- [ຕະຫຼາດ]:
- [ລາຍການທີ່ມັກ]: ເບິ່ງລາຄາຄູ່ຊື້ຂາຍທີ່ທ່ານມັກ ແລະ ການປ່ຽນແປງ 24 ຊົ່ວໂມງໃນຕະຫຼາດຕ່າງໆ.
- [ຕະຫຼາດ]: ເບິ່ງລາຄາຂອງຄູ່ການຊື້ຂາຍ ແລະ ການປ່ຽນແປງ 24 ຊົ່ວໂມງໃນຕະຫຼາດຕ່າງໆ.
- [ຄົ້ນຫາ]: ຊອກຫາໂອກາດໃໝ່ໃນ Earn, Trading ແລະ Launchpool
- [Square]: ອ່ານບົດຄວາມ Binance Square, ບົດຄວາມ Academy ແລະ ເບິ່ງການຖ່າຍທອດສົດ.
- [ຂໍ້ມູນ]: ເຂົ້າເຖິງຂໍ້ມູນຕະຫຼາດ ແລະ ການວິເຄາະຕ່າງໆ.
- [ການຊື້ຂາຍ]: ການຊື້ຂາຍໃນຕະຫຼາດຕ່າງໆຢູ່ທີ່ນີ້ ແລະ ເບິ່ງຄໍາສັ່ງເປີດ, ການຖືຄອງ ແລະ ບັນທຶກຄໍາສັ່ງຂອງທ່ານ.
- [Futures]: ຊື້ຂາຍສັນຍາ Futures ຕ່າງໆທີ່ນີ້ ແລະ ເບິ່ງ Position ທີ່ເປີດຢູ່ ແລະ ການບັນທຶກຄຳສັ່ງຂອງທ່ານ.
- [Wallets]: ເຂົ້າເຖິງ Binance Exchange Wallet ຕ່າງໆຂອງທ່ານ ແລະ Binance Web3 Wallet ທີ່ນີ້.