ຈະສ້າງລິ້ງການຈ່າຍຈໍາລະ Binance Pay ເພື່ອຮັບສະກຸນເງິນຄຣິບໂຕແນວໃດ?

ເຜີຍແຜ່ເມື່ອ 2023-01-20 02:51

ທ່ານສາມາດນໍາໃຊ້ Binance Pay ເພື່ອສ້າງຄໍາຮ້ອງຂໍການຈ່າຍຊໍາລະ ແລະ ຮັບສະກຸນເງິນຄຣິບໂຕຈາກໝູ່ເພື່ອນຂອງທ່ານໄດ້ຢ່າງງ່າຍດາຍ. ມາເບິ່ງວິທີສົ່ງ ແລະ ເຮັດການຮ້ອງຂໍການຈ່າຍຊໍາລະໃນ Binance Pay ໃຫ້ສໍາເລັດ.

ວິທີການຮ້ອງຂໍການຈ່າຍເງິນຜ່ານ Binance Pay?

1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານ ແລະ ໄປທີ່ [Pay]. ແຕະ [ຮັບ] - [ການເຊື່ອມຕໍ່ການຈ່າຍຊໍາລະ].

image

2. ເລືອກສະກຸນເງິນຄຣິບໂຕ ແລະ ໃສ່ຈໍານວນທີ່ທ່ານຕ້ອງການທີ່ຈະໄດ້ຮັບ. ນອກນັ້ນທ່ານຍັງສາມາດປ່ຽນຈໍານວນເປັນສະກຸນເງິນ fiat ທີ່ທ່ານຕ້ອງການ ສໍາລັບການຄິດໄລ່ງ່າຍຂຶ້ນ. ເພື່ອຊ່ວຍໃຫ້ຄູ່ຄ້າເຂົ້າໃຈຈຸດປະສົງຂອງຄໍາຮ້ອງຂໍຈ່າຍຊໍາລະ, ທ່ານຍັງສາມາດເພີ່ມຄໍາອະທິບາຍໄດ້.

image

3. ແຕະທີ່ [ແຊຣ໌ລິ້ງ] ເພື່ອແບ່ງແຊຣ໌ລິ້ງກັບຄູ່ຄ້າຜ່ານແພລັດຟອມສື່ສັງຄົມອອນໄລນ໌. ກະລຸນາຮັບຮູ້ວ່າບໍ່ແມ່ນທຸກແພລັດຟອມສື່ສັງຄົມອອນໄລນ໌ນັ້ນຮອງຮັບລິ້ງການຄໍາຮ້ອງຂໍ ແລະ ຄູ່ຮ່ວມງານອາດຈະຈໍາເປັນຕ້ອງຄັດລອກ ແລະ ວາງການລິ້ງໃສ່ຕົວທ່ອງເວັບເພື່ອເປີດ. 

ກະລຸນາຮັບຊາບວ່າລິ້ງການຈ່າຍຊໍາລະຈະໝົດອາຍຸຫຼັງຈາກ 30 ມື້. 

image

4. ທ່ານສາມາດກວດສອບຄວາມຄືບໜ້າຂອງການຈ່າຍຊໍາລະໂດຍການແຕະທີ່ໄອຄອນ [ປະຫວັດ] ໃນມຸມຂວາເທິງ. ເລືອກທຸລະກໍາທີ່ທ່ານຕ້ອງການເບິ່ງ ເພື່ອເບິ່ງຄວາມຄືບໜ້າຂອງການຈ່າຍຊໍາລະສໍາລັບລາຍລະອຽດ

image

ຈະຈ່າຍຊໍາລະໃຫ້ສໍາເລັດຫຼັງຈາກໄດ້ຮັບຄໍາຮ້ອງຂໍການຈ່າຍຊໍາລະແນວໃດ?

1. ແຕະທີ່ລິ້ງທີ່ທ່ານໄດ້ຮັບແລ້ວທ່ານຈະເຫັນຊື່ຂອງຜູ້ຮ້ອງຂໍ ແລະ ລາຍລະອຽດຂອງຄໍາຮ້ອງຂໍການຈ່າຍຊໍາລະ. ຖ້າທ່ານຮັບຮູ້ການຮ້ອງຂໍດັ່ງກ່າວ, ໃຫ້ແຕະ [ເປີດ Binance App]

ໃນກໍລະນີທີ່ການລິ້ງໄປຫາໃຊ້ການບໍ່ໄດ້, ກະລຸນາຂໍໃຫ້ຜູ້ຮ້ອງຂໍສົ່ງລະຫັດ QR Binance Pay ຂອງພວກເຂົາໃຫ້ທ່ານ. ຖ້າທ່ານບໍ່ມີແອັບ Binance, ໃຫ້ແຕະ [ດາວໂຫຼດແອັບ Binance]. 

image

2. ທ່ານຈະຖືກໂອນໄປຫາໜ້າການຮ້ອງຂໍການເກັບເງິນ. ກວດເບິ່ງລາຍລະອຽດການຮ້ອງຂໍຢ່າງລະອຽດກ່ອນທີ່ຈະແຕະ [ຈ່າຍ]. ຢ່າດໍາເນີນການຈ່າຍຊໍາລະ ຖ້າຄໍາຮ້ອງຂໍມາຈາກຜູ້ຮ້ອງຂໍທີ່ບໍ່ຮູ້ຈັກ. ທ່ານສາມາດລາຍງານການຮ້ອງຂໍການຈ່າຍຊໍາລະທີ່ສົງໃສຜ່ານ Binance Support.

image

3. ແຕະ [ຈ່າຍ] ເພື່ອເຮັດການຢືນຢັນໃຫ້ສໍາເລັດ, ແລ້ວການຈ່າຍຊໍາລະຈະຖືກສົ່ງໄປຫາຜູ້ຮ້ອງຂໍ. 

image

ການເຊື່ອມຕໍ່ການຈ່າຍຊໍາລະຈະໝົດອາຍຸບໍ່?

ແມ່ນແລ້ວ, ລິ້ງການຈ່າຍຊໍາລະຈະໝົດອາຍຸຫຼັງຈາກ 30 ມື້. ກະລຸນາສ້າງຄຳຮ້ອງຂໍການຈ່າຍຊໍາລະໃໝ່ແລ້ວແຊຣ໌ມັນກັບຄູ່ຄ້າ.

ຂ້ອຍສາມາດຍົກເລີກການຮ້ອງຂໍໄດ້ບໍ່?

ແມ່ນແລ້ວ. ຖ້າທ່ານຕ້ອງການຍົກເລີກການຮ້ອງຂໍ, ກະລຸນາໄປທີ່ໜ້າລາຍລະອຽດ [ການຮ້ອງຂໍການຈ່າຍຊໍາລະ] ແລ້ວແຕະ [ຍົກເລີກ] - [ຢືນຢັນ]. ຢ່າງໃດກໍຕາມ, ການຈ່າຍຊໍາລະທີ່ທ່ານໄດ້ຮັບຈະບໍ່ຖືກສົ່ງຄືນໂດຍລະບົບ. ທ່ານສາມາດສົ່ງເງິນຄືນໃຫ້ຜູ້ຈ່າຍເງິນດ້ວຍຕົນເອງ ຖ້າຈໍາເປັນ. 

image

ລົງທະບຽນດຽວນີ້ - ໄດ້ຮັບສູງເຖິງ 100 USDT ໃນເງິນຄືນຄ່າທໍານຽມການຊື້ຂາຍ (ສໍາລັບຜູ້ໃຊ້ທີ່ກວດສອບ)