ເມື່ອສຶກສາກ່ຽວກັບບັນຊີ Binance ຂອງທ່ານ, ທ່ານອາດຈະພົບກັບການອ້າງອີງເຖິງຄໍາສັບ PEP ຫຼື ຫຍໍ້ມາຈາກ "politically exposed person."
ບຸກຄົນທີ່ມີອຳນາດໜ້າທີ່ສູງ (PEP) ແມ່ນບຸກຄົນທໍາມະດາທີ່ເປັນ ຫຼື ເຄີຍເປັນ:
A. ຜູ້ຖືກມອບໝາຍໜ້າທີ່ຂອງພາກລັດທີ່ໂດດເດັ່ນ, ເຊັ່ນ:
- ປະທານປະເທດ
- ນັກການເມືອງອາວຸໂສ ແລະ ລັດຖະມົນຕີ;
- ພະນັກງານລັດຖະບານຜູ້ອາວຸໂສ້, ເຈົ້າໜ້າທີ່ຝ່າຍຕຸລາການ (ເຊິ່ງການຕັດສິນຂອງເຂົາເຈົ້າ ແມ່ນບໍ່ສາມາດອຸທອນໄດ້ເພີ່ມເຕີມ) ຫຼື ເຈົ້າໜ້າທີ່ທະທານ;
- ຜູ້ບໍລິຫານອາວຸໂສຂອງລັດວິສາຫະກິດ (ທີ່ມີຄວາມສໍາຄັນທາງດ້ານເສດຖະກິດ ຫຼື ທາງດ້ານການເມືອງຢ່າງແທ້ຈິງ);
- ພະນັກງານການເມືອງທີ່ສຳຄັນ;
- ສະມາຊິກຂອງຄອບຄົວລາດຊະວົງ, ທີ່ມີຄວາມຮັບຜິດຊອບໃນລັດຖະບານ;
- ສະມາຊິກຜູ້ບໍລິຫານອາວຸໂສ ຫຼື ບຸກຄົນທີ່ໄດ້ຮັບການມອບໝາຍໜ້າທຽບເທົ່າຢູ່ໃນອົງການສາກົນ (ເຊັ່ນ: ຜູ້ອຳນວຍການ, ຮອງຜູ້ອຳນວຍການ ແລະ ສະມາຊິກສະພາ ຫຼື ໜ້າທີ່ທີ່ທຽບເທົ່າ).
- ເຈົ້າໜ້າທີ່ອາວຸໂສທາງສາສະໜາ
B. ຜູ້ທີ່ຖືກມອບໝາຍໜ້າທີ່ຜູ້ນຳຂອງອົງການສາກົນ:
- ຮັບຮູ້ໃນອົງການໃນນາມຜູ້ມີໜ້າທີ່ຊີ້ນໍານໍາພາ ເຊັ່ນ: ປະທານ, ຜູ້ອຳນວຍການ, ຮອງຜູ້ອຳນວຍການ, ເລຂາທິການ, ສະມາຊິກຜູ້ບໍລິຫານ, ປະທານຜູ້ບໍລິຫານ, ຮອງປະທານຜູ້ບໍລິຫານ ຫຼື ຜູ້ທີ່ມີບົດບາດທຽບເທົ່າ.
C. ສະມາຊິກຄອບຄົວຂອງບຸກຄົນ (ບຸກຄົນທີ່ມີອຳນາດໜ້າທີ່ສູງ (PEP)) ທີ່ລະບຸໄວ້ໃນ A ຫຼື B ຂ້າງເທິງ:
- ຄູ່ສົມລົດ
- ບຸກຄົນທີ່ຖືວ່າເປັນຄູ່ສົມລົດຕາມກົດໝາຍແຫ່ງຊາດ
- ລູກ
- ຄູ່ສົມລົດ ຫຼື ບຸກຄົນທີ່ຖືວ່າເປັນຄູ່ສົມລົດຂອງລູກຕາມກົດໝາຍແຫ່ງຊາດ
- ພໍ່ແມ່
- ພໍ່ແມ່ຂອງຄູ່ສົມລົດ ຫຼື ຂອງບຸກຄົນທີ່ຖືວ່າເປັນຄູ່ສົມລົດຂອງລູກຕາມກົດໝາຍແຫ່ງຊາດ
- ພໍ່ເຖົ້າແມ່ເຖົ້າ
ບຸກຄົນທີ່ມີອຳນາດໜ້າທີ່ສູງ (PEP) ຍັງສາມາດເປັນ:
- ບຸກຄົນທົ່ວໄປທີ່ຮູ້ກັນວ່າເປັນຜູ້ສະໜິດສະໜົມ, ມີກໍາມະສິດຜົນປະໂຫຍດໃນນິຕິບຸກຄົນ ຫຼື ການຈັດການຮ່ວມກັບ PEP ຫຼື ຖືກມອບໝາຍໃຫ້ສ້າງຕັ້ງໜ່ວຍງານ ຫຼື ການຈັດການຮ່ວມດັ່ງກ່າວເພື່ອຜົນປະໂຫຍດຂອງ PEP ຕາມປະເພດ A ແລະ B ຂ້າງເທິງ.
- ບຸກຄົນທົ່ວໄປທີ່ມີກໍາມະສິດຜົນປະໂຫຍດແຕ່ພຽງຜູ້ດຽວໃນອົງກອນ ຫຼື ຮູບແບບອື່ນໆຂອງການຈັດການທາງກົດໝາຍທີ່ຮູ້ວ່າ ໄດ້ຮັບການສ້າງຕັ້ງຂຶ້ນເພື່ອຜົນປະໂຫຍດຂອງ PEP ນັ້ນ.
- ສາຍສໍາພັນອື່ນໆກັບ PEP ຕາມປະເພດ A ແລະ B.
- ເຈົ້າຂອງຜົນປະໂຫຍດຮ່ວມກັບ PEP ໃນປະເພດ A ແລະ B ແລະ ປະເພດອື່ນໆທີ່ກ່ຽວຂ້ອງ.