Binance Soft Staking ເຮັດໃຫ້ຜູ້ໃຊ້ສາມາດໄດ້ຮັບຜົນຕອບແທນໄດ້ໂດຍກົງ ຈາກໂທເຄັນທີ່ເລືອກໄວ້ໃນບັນຊີ Spot ຂອງເຂົາເຈົ້າ. Soft Staking ມີຄວາມຍືດຫຍຸ່ນຫຼາຍ—ຜູ້ໃຊ້ສາມາດຊື້ຂາຍ, ຖອນ ຫຼື ໃຊ້ໂທເຄັນຂອງເຂົາເຈົ້າໄດ້ທຸກເວລາຂະນະທີ່ຍັງຄົງໄດ້ຮັບຜົນຕອບແທນ.
ມີ 2 ວິທີທີ່ຈະເຂົ້າຮ່ວມໃນ Soft Staking ຢູ່ໃນເວັບໄຊ:
1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານ ແລະ ໄປ [ໂປຣໄຟລ໌] - [ຊັບສິນ] - [Spot].
2. ຄລິກທີ່ປ້າຍສີເທົາ [Soft Staking] ຖັດຈາກໂທເຄັນທີ່ມີສິດ. ກະລຸນາຮັບຊາບວ່າ Soft Staking ແມ່ນມີໃຫ້ສະເພາະຜູ້ໃຊ້ທີ່ຈຳນວນໂທເຄັນ Soft Staking ຕາມເກນຂັ້ນຕ່ຳທີ່ກຳນົດເທົ່ານັ້ນ.
3. ອ່ານ ແລະ ຍອມຮັບເງື່ອນໄຂ ແລ້ວຄຣິກ [ເລີ່ມສ້າງລາຍໄດ້].

1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານ ແລະ ໄປທີ່ [Earn]. ເລືອກ [Simple Earn] - [Soft Staking].
2. ຄລິກ [ເປີດໃຊ້ງານ].

3. ກະລຸນາອ່ານ ແລະ ຍອມຮັບເງື່ອນໄຂຂອງ Soft Staking (ແລະ ຄຳເຕືອນກ່ຽວກັບຄວາມສ່ຽງທີ່ກ່ຽວຂ້ອງ) ແລະ ຄລິກ [ເລີ່ມສ້າງລາຍໄດ້].
ເຊັ່ນດຽວກັນ, ມີ 2 ວິທີທີ່ຈະເຂົ້າຮ່ວມໃນ Soft Staking ໃນແອັບ:
1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານ ແລະ ໄປທີ່ [Wallet] - [Spot].
2. ແຕະແທັກປ້າຍສີເທົາ [Soft Staking] ຖັດຈາກໂທເຄັນທີ່ມີສິດ. ກະລຸນາຮັບຊາບວ່າ Soft Staking ແມ່ນມີໃຫ້ສະເພາະຜູ້ໃຊ້ທີ່ຕອບສະໜອງໄດ້ຄວາມຕ້ອງການຖືຂັ້ນຕ່ຳສຳລັບ Soft Staking tokens ເທົ່ານັ້ນ.
3. ອ່ານ ແລະ ຍອມຮັບເງື່ອນໄຂ ແລ້ວແຕະ [ເລີ່ມສ້າງລາຍໄດ້].

1. ເຂົ້າສູ່ລະບົບແອັບ Binance ຂອງທ່ານ ແລ້ວແຕະທີ່ [ເພີ່ມເຕີມ] ໃນໜ້າທໍາອິດ.
3. ໄປທີ່ [Earn] - [Soft Staking].

4. ແຕະ [ເປີດໃຊ້ງານ]

5. ອ່ານ ແລະ ຍອມຮັບເງື່ອນໄຂ ແລ້ວແຕະ [ເລີ່ມສ້າງລາຍໄດ້].
ເມື່ອເຂົ້າຮ່ວມໃນ Soft Staking, ທ່ານຈະໄດ້ຮັບຜົນຕອບແທນທີ່ເກີດຈາກກົນໄກການສະເຕັກຂອງ Blockchain ຫຼື ທີ່ເອີ້ນວ່າ Proof of Stake (PoS). ຜົນຕອບແທນຈະຖືກຈ່າຍເປັນໂທເຄັນດັ້ງເດີມຂອງ Blockchain, ເວັ້ນເສຍແຕ່ມີການລະບຸເປັນຢ່າງອື່ນ.
Soft Staking ມີໃຫ້ບໍລິການສະເພາະບາງໂທເຄັນເທົ່ານັ້ນ. ຜູ້ໃຊ້ສາມາດເບິ່ງ ໜ້າ Soft Staking ເພື່ອເບິ່ງລາຍຊື່ໂທເຄັນທີ່ມີເງື່ອນ ແລະ ປະເມີນຜົນຕອບແທນຂອງເຂົາເຈົ້າ.
ຜົນຕອບແທນ Soft Staking ຈະຖືກຄິດໄລ່ຈາກຍອດຄົງເຫຼືອສະເລ່ຍລາຍວັນຂອງໂທເຄັນທີ່ມີເງື່ອນໄຂໃນບັນຊີ Spot ຂອງທ່ານ. ບັນທຶກຕາມເວລາຈິງທັນທີຈະເລີ່ມຕົ້ນໃນເວລາ 00:00 (UTC) ໃນມື້ຫຼັງຈາກທີ່ທ່ານເປີດໃຊ້ງານ Soft Staking.
ຜົນຕອບແທນຊຸດທຳອິດຈະໄດ້ຖືກແຈກຢາຍໃນບັນຊີ Spot ຂອງທ່ານ ພາຍໃນສອງມື້ຫຼັງການເປີດໃຊ້ງານ, ລະຫວ່າງເວລາ 00:00 ຫາ 08:00 (UTC). ຜົນຕອບແທນ Soft Staking ຈະຖືກແຈກຢາຍໄປຍັງບັນຊີ Spot ຂອງທ່ານທຸກວັນ. ຢ່າງໃດກໍຕາມ, ເນື່ອງຈາກຄວາມລ່າຊ້າຂອງເຄືອຂ່າຍ, ການຄິດໄລ່ລະບົບ ແລະ ເຫດຜົນອື່ນໆທີ່ບໍ່ສາມາດຄາດເດົາໄດ້, ການແຈກຢາຍຜົນຕອບແທນອາດຈະຊັກຊ້າ.
ຜົນຕອບແທນປະຈຳວັນ = ຈໍານວນຊັບສິນທີ່ Soft Stake ໄວ້ * APR / 365 (ລະອຽດຮອດເລກຈຸດໃດໜຶ່ງ ເຊິ່ງຂຶ້ນກັບສະກຸນເງິນຄຣິບໂຕ)
ກະລຸນາຮັບຊາບວ່າ APR ສໍາລັບຈໍານວນຊັບສິນທີ່ Soft Stake ໄວ້ນັ້ນແມ່ນບໍ່ຄົງທີ່ ແລະ ອາດປ່ຽນແປງໃນແຕ່ລະວັນ, ເວັ້ນເສຍແຕ່ໄດ້ລະບຸໄວ້ເປັນຢ່າງອື່ນ. APR ສຳລັບ Soft Staking ຖືກກຳນົດຂຶ້ນຈາກຫຼາຍປັດໄຈ, ເພື່ອໃຫ້ຮັບປະກັນຜົນຕອບແທນທີ່ຍືນຍົງ ແລະ ມີຄວາມສາມາດໃນການແຂ່ງຂັນ.
ທ່ານສາມາດເບິ່ງຜົນຕອບແທນ Soft Staking ແລະ APR ຂອງທ່ານໄດ້ທີ່ ໜ້າ Soft Staking, ຫຼື ກວດສອບປະຫວັດຜົນຕອບແທນຂອງທ່ານໃນພາກສ່ວນ "Soft Staking" [ປະຫວັດ Staking].
ແມ່ນ, ມີເງື່ອນໄຂຈຳນວນການຖືຄອງຂັ້ນຕ່ຳໃນບັນຊີ Spot. ນອກຈາກນີ້, ມີການຈຳກັດຈຳນວນເງິນທີ່ສາມາດຖືໄວ້ເພື່ອຮັບຜົນຕອບແທນ. ຈຳນວນເງິນສ່ວນເກີນໃນບັນຊີ Spot ຂອງທ່ານຈະບໍ່ໄດ້ຮັບຜົນຕອບແທນເພີ່ມເຕີມ. ທ່ານສາມາດເບິ່ງຂໍ້ມູນທັງສອງສ່ວນນີ້ໄດ້ທີ່ ໜ້າ Soft Staking.
ບໍ່, ທ່ານຈະບໍ່ສາມາດເລືອກ "ເຂົ້າຮ່ວມ" ສຳລັບໂທເຄັນແຕ່ລະອັນໄດ້. ເມື່ອເປີດໃຊ້ງານ Soft Staking ແລ້ວ, ໂທເຄັນທັງໝົດທີ່ມີສິດໃນບັນຊີ Spot ຂອງທ່ານຈະເຂົ້າຮ່ວມໂດຍອັດຕະໂນມັດ ແລະ ສ້າງຜົນຕອບແທນ.
ບໍ່, ຊັບສິນທີ່ຖືກອາຢັດ ຫຼື ຢູ່ພາຍໃຕ້ການລໍຖ້າຄຳສັ່ງ Spot ທີ່ຍັງບໍ່ສຳເລັດຈະ ບໍ່ ໄດ້ຮັບຜົນຕອບແທນ. ກະລຸນາເບິ່ງ ເງື່ອນໄຂຂອງ Soft Staking ສໍາລັບຂໍ້ມູນເພີ່ມເຕີມ.
Soft Staking ສາມາດໃຊ້ໄດ້ກັບໂທເຄັນທີ່ເລືອກໄວ້ເທົ່ານັ້ນ. ໂທເຄັນບໍ່ໄດ້ຖືກລ໋ອກຕາມໄລຍະເວລາ ແລະ ສາມາດເຂົ້າເຖິງໄດ້ຈາກບັນຊີ Spot ຂອງທ່ານ ເຊິ່ງຊ່ວຍໃຫ້ທ່ານສາມາດຊື້ຂາຍ, ຖອນ ຫຼື ນໍາໃຊ້ໄດ້ຢ່າງຍືດຫຍຸ່ນ ເພື່ອເພີ່ມປະສິດທິພາບໃນການຮັບຜົນຕອບແທນ Staking ແລະ ການໃຊ້ງານເພື່ອຊື້ຂາຍຂອງທ່ານ.
Auto-Subscribe ຈະຈັດສັນຍອດຄົງເຫຼືອໃນບັນຊີ Spot ຂອງທ່ານໃຫ້ກັບຜະລິດຕະພັນທີ່ສາມາດປັບປ່ຽນໄດ້ຂອງ Simple Earn.
ເມື່ອເປີດໃຊ້ທັງ Auto-Subscribe ແລະ Soft Staking, ແລ້ວລະບົບຈະໃຫ້ບຸລິມະສິດກັບ Auto-Subscribe ກ່ອນ. ຊັບສິນທີ່ມີເງື່ອນໄຂຈະຖືກຈັດສັນໄປຍັງ Auto-Subscribe ກ່ອນ ແລະ ຈະບໍ່ຖືກລວມຢູ່ໃນ Soft Staking.
ທ່ານສາມາດປັບແຕ່ງໂທເຄັນທີ່ຈະໃຊ້ກັບ Auto-Subscribe ໄດ້ໂດຍປັບການຕັ້ງຄ່າໃນ ການຕັ້ງຄ່າ Auto-Subscribe ເພື່ອການຈັດການຊັບສິນໃຫ້ມີຄວາມຍືດຫຍຸ່ນຫຼາຍຂຶ້ນ.
| Auto-subscribe (ຜະລິດຕະພັນທີ່ສາມາດປັບປ່ຽນໄດ້) | Soft Staking | |
| ຈະກວດສອບໂທເຄັນໄດ້ຢູ່ໃສ? | ບັນຊີ Earn | ບັນຊີ Spot |
| ຄວາມຍືດຫຍຸ່ນ | - ການແລກເອົາທີ່ປັບປ່ຽນໄດ້ - ອາດຈຳເປັນຕ້ອງສົ່ງຄຳຮ້ອງຂໍສຳລັບການແລກເອົາ | - ການແລກເອົາທີ່ປັບປ່ຽນໄດ້ - ບໍ່ຈໍາເປັນຕ້ອງມີຂະບວນການແລກເອົາ |
| ທີ່ມາຂອງຜົນຕອບແທນ | ມາຈາກຫຼາຍແຫຼ່ງ ໂດຍຫຼັກໆແມ່ນການໃຫ້ຢືມຊັບສິນ | ກົນໄກການສະເຕັກໃນບລັອກເຊນ |
| ການຄຳນວນຜົນຕອບແທນ | ຜົນຕອບແທນແມ່ນຄຳນວນໂດຍອີງໃສ່ຈຳນວນໂທເຄັນທີ່ສະໝັກໃຊ້ຜະລິດຕະພັນທີ່ສາມາດປັບປ່ຽນໄດ້ Simple Earn. | ເມື່ອໃດທີ່ຜູ້ໃຊ້ເປີດໃຊ້ງານ soft staking, ແລ້ວຈະມີການບັນທຶກຕາມເວລາຈິງທັນທີຫຼາຍຄັ້ງຕໍ່ມື້ ເພື່ອຄິດໄລ່ຜົນຕອບແທນຂອງການສະເຕັກ. |
ບໍ່, ສິນຊັບ BNB ຂອງທ່ານຈະ ບໍ່ ມີສິດໄດ້ຮັບຜົນຕອບແທນເຫຼົ່ານີ້ແບບອັດຕະໂນມັດ, ຖ້າທ່ານເຂົ້າຮ່ວມ Soft Staking. ນີ້ແມ່ນຍ້ອນວ່າ BNB ຂອງທ່ານຍັງຄົງຢູ່ໃນບັນຊີ Spot ຂອງທ່ານ ແລະ ບໍ່ໄດ້ລົງທະບຽນກັບຜະລິດຕະພັນທີ່ມີຄວາມຍືດຫຍຸ່ນ ຫຼື ຖືກລ໋ອກ.
ສໍາລັບ Launchpool ແລະ Megadrop, ທ່ານຈໍາເປັນຕ້ອງ ລົງທະບຽນ BNB ຂອງທ່ານເອງ ເພື່ອຮັບຜົນຕອບແທນໃນລະຫວ່າງໄລຍະເວລາການສະໝັກສະມາຊິກທີ່ກໍານົດ.
ທ່ານ ບໍ່ ຈຳເປັນຕ້ອງຈ່າຍຄ່າທຳນຽມໃດໆການເຂົ້າຮ່ວມ Soft Staking. ດອກເບ້ຍຕໍ່ປີ ທີ່ຈະສະແດງແມ່ນຈຳນວນທີ່ທ່ານໄດ້ຮັບລາຍວັນໃນບັນຊີ Spot ຂອງທ່ານ.
ກະລຸນາຮັບຊາບວ່າ APR ສຳລັບ Soft Staking ບໍ່ໄດ້ກຳນົດຕາຍຕົວ ແລະ ສາມາດປ່ຽນແປງໄດ້. ດອກເບ້ຍຕໍ່ປີສຳລັບ Soft Staking ຖືກກຳນົດຂຶ້ນຈາກຫຼາຍປັດໄຈ, ເພື່ອໃຫ້ໝັ້ນວ່າຜົນຕອບແທນມີຄວາມຍືນຍົງ ແລະ ມີຄວາມສາມາດໃນການແຂ່ງຂັນໄດ້.
ແມ່ນແລ້ວ. ເມື່ອທ່ານເປີດໃຊ້ Soft Staking, BNB ຂອງທ່ານຍັງຄົງຢູ່ໃນບັນຊີ Spot ຂອງທ່ານ, ດັ່ງນັ້ນທ່ານຍັງສາມາດໃຊ້ມັນເພື່ອຈ່າຍຄ່າທໍານຽມການຊື້ຂາຍ ແລະ ເພີດເພີນກັບສ່ວນຫຼຸດຄ່າທໍານຽມທີ່ສອດຄ້ອງກັນໄດ້.
ຄຳເຕືອນ: ໂດຍການສະໝັກບັນຊີ Spot ຂອງທ່ານເຂົ້າກັບ Soft Staking, ທ່ານຮັບຮູ້ວ່າຊັບສິນທີ່ໄດ້ເຮັດ Soft Staked ແມ່ນບໍ່ຖືກເກັບໄວ້ໃນບັນຊີ Spot ຂອງທ່ານອີກຕໍ່ໄປ. ຊັບສິນດິຈິຕອນທີ່ນຳໃຊ້ໃນການ staking ແບບ on-chain ມີຄວາມສ່ຽງຕ່າງໆ. ຄວາມສາມາດຂອງ Binance ໃນການສົ່ງຄືນຊັບສິນ Soft Staked ຂອງທ່ານຢ່າງທັນທີອາດຈະໄດ້ຮັບຜົນກະທົບໃນທາງລົບ ຫຼື ຊັກຊ້າ ຖ້າຊັບສິນ Soft Staking ຈຳນວນຫຼາຍຖືກຖອນພ້ອມກັນ, ແລະ ປະລິມານຊັບສິນທີ່ຖືກລ໋ອກໃນ on-chain ເກີນກວ່າສະພາບຄ່ອງທີ່ມີຢູ່ທີ່ Binance ບໍລິຫານ. ບໍ່ມີການຮັບປະກັນເວລາສຳລັບຄໍາຮ້ອງການຖອນ ຫຼື ການແລກປ່ຽນ. ອັດຕາ Staking ອາດປ່ຽນແປງ ແລະ ຜັນຜວນຈາກອັດຕາທີ່ໃຊ້ໃນເວລາສະໝັກ. ລາຄາຊັບສິນດິຈິຕອນສາມາດຜັນຜວນໄດ້. ທ່ານເປັນຜູ້ຮັບຜິດຊອບຕໍ່ການຕັດສິນໃຈລົງທຶນຂອງທ່ານ, ແລະ Binance ບໍ່ຮັບຜິດຊອບຕໍ່ການຂາດທຶນໃດໆທີ່ທ່ານອາດປະເຊີນ. ດອກເບ້ຍຕໍ່ປີ (APR) ແມ່ນການປະເມີນຜົນຕອບແທນທີ່ທ່ານຈະໄດ້ຮັບໃນຮູບແບບສະກຸນເງິນຄຣິບໂຕໃນໄລຍະເວລາທີ່ເລືອກ. ມັນບໍ່ເປັນຕົວແທນຂອງຜົນຕອບແທນ/ຜົນກຳໄລຕົວຈິງ ຫຼື ທີ່ຄາດການໄວ້ໃນສະກຸນເງິນ Fiat ໃດໆ. ດອກເບ້ຍຕໍ່ປີຖືກປັບປຸງທຸກມື້, ແລະ ຜົນຕອບແທນທີ່ປະເມີນອາດແຕກຕ່າງຈາກຜົນຕອບແທນຕົວຈິງ. ນີ້ບໍ່ແມ່ນຄຳແນະນຳທາງການເງິນ. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເບິ່ງ ເງື່ອນໄຂການນຳໃຊ້ ແລະ ຄຳເຕືອນຄວາມສ່ຽງ.
ເອກະສານນີ້ອາດຈະຖືກແປ ແລະ ຕີພິມເປັນພາສາຕ່າງໆ. ໃນກໍລະນີທີ່ບໍ່ສອດຄ່ອງ, ການສະແດງຂໍ້ມູນບໍ່ສອດຄ່ອງ, ການລະເວັ້ນ ຫຼື ຄວາມຜິດພາດທີ່ປະກົດຢູ່ໃນສະບັບແປພາສາໃດໜຶ່ງ, ແລ້ວສະບັບພາສາອັງກິດຈະເໜືອກວ່າ.