ການປະຕິເສດຄວາມຮັບຜິດຊອບ: ໃນການປະຕິບັດຕາມຂໍ້ກໍານົດຂອງ MiCA, ຫຼຽນຄົງທີ່ທີ່ບໍ່ໄດ້ຮັບອະນຸຍາດແມ່ນຈະມີຂໍ້ຈໍາກັດບາງຢ່າງສໍາລັບຜູ້ໃຊ້ EEA. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຄລິກ ທີ່ນີ້.
ໃນ Binance Cross Margin, ໂທເຄັນຖືກນໍາໃຊ້ເປັນຫຼັກປະກັນລວມ. ໃນຂະນະທີ່ການຊື້ຂາຍເກີດຂຶ້ນໃນລະດັບຄູ່, Position ຖືກຮັກສາໄວ້ໃນລະດັບໂທເຄັນ. ລອງສຳຫຼວດເບິ່ງວິທີການປ່ຽນແປງ Cross Margin Position ໃນລະຫວ່າງການຊື້ຂາຍ.
ເຮົາມາໃຊ້ BTC/USDC ເປັນຕົວຢ່າງ. ຖ້າເຈົ້າບໍ່ມີ BTC ຫຼື USDC Position ໃນບັນຊີ Cross Margin ຂອງທ່ານ ແລະ ໄດ້ເປີດໃຊ້ງານຟັງຊັ່ນການໂອນອັດຕະໂນມັດ.

ໃນຕົວຢ່າງນີ້, ທ່ານຕ້ອງ Long BTC ດ້ວຍ 15 USDC ໃນ Spot Wallet ຂອງທ່ານ. ທ່ານວາງຄໍາສັ່ງການກູ້ຢືມອັດຕະໂນມັດ ສໍາລັບການຊື້ BTC ແລະ ລະບົບຈະກູ້ຢືມ 15 USDC.

BTC Position ສີຂຽວບອກວ່າ ທ່ານມີ 30 USDC ຂອງມູນຄ່າ BTC ເປັນຊັບສິນ ແລະ ບໍ່ມີໜີ້ BTC.
USDC Position ໃນສີແດງບອກວ່າ ທ່ານມີໜີ້ 15 USDC ແລະ ບໍ່ມີຊັບສິນ USDC.
ໝາຍເຫດ: ສອງ Position ເຫຼົ່ານີ້ສາມາດເປັນເອກະລາດໄດ້ຢ່າງສົມບູນແບບ. ຕໍ່ໄປ, ມາເບິ່ງວ່າ ຕົວເລືອກ ປິດ Position ຈະກະທົບ BTC ແລະ USDC Position ຂອງທ່ານໃນພາກສ່ວນຕໍ່ໄປ ຫຼື ບໍ່.

ເມື່ອທ່ານໄດ້ບັນລຸຜົນກໍາໄລທີ່ເໝາະສົມ ຫຼື ໄດ້ປະຕິບັດເພື່ອຢຸດການສູນເສຍ, Binance Margin ສະເໜີໃຫ້ທ່ານເລືອກຫຼາຍຕົວເລືອກທີ່ຈະອອກຈາກ Position. ກະລຸນາເບິ່ງວິທີການປິດແບບລະອຽດຂ້າງລຸ່ມນີ້ ແລະ ຄົ້ນຫາເຫດຜົນການສະແດງ Position ຫຼັງຈາກການປິດ.
ແຕ່ລະ Position ມີປຸ່ມ [ປິດ Position] ຂອງມັນເອງ. ຟັງຊັ່ນ ‘ປິດ Position’ ຊ່ວຍໃຫ້ທ່ານສາມາດອອກຈາກ Position ສະກຸນເງິນຄຣິບໂຕໃດໜຶ່ງແບບທັງໝົດ ຫຼື ເປັນບາງສ່ວນໄດ້ (ໂດຍມີມູນຄ່າ Position ສູງກວ່າ 10 USDT).
ສໍາລັບລາຍລະອຽດເພີ່ມເຕີມ, ກະລຸນາເບິ່ງຄໍາຖາມທີ່ເຫັນເລື້ອຍໆນີ້ - “ວິທີໃຊ້ງານການປິດ Position ແລະ ຊໍາລະຄືນຟັງຊັ່ນໃນ Binance Margin”.
ຕົວຢ່າງ:
ສົມມຸດວ່າທ່ານຕ້ອງການປິດ BTC Position. ທ່ານສາມາດຄລິກໃນ [ປິດ Position] ຖັດຈາກ BTC Position.

ໃສ່ຈຳນວນສໍາລັບປິດ ແລະ ໂທເຄັນສໍາລັບການຊຳລະສະສາງ, ເຊັ່ນ: USDC. ສໍາລັບຕົວຢ່າງນີ້, ລອງເລືອກ USDC ເພາະເຮົາໄດ້ກູ້ຢືມ USDC ສໍາລັບ Long BTC.

ທ່ານສາມາດເລືອກປິດ Position ທັງໝົດ ຫຼື ປິດບາງສ່ວນ. ໃສ່ຈຳນວນ ຫຼື ເລືອກອັດຕາສ່ວນສໍາລັບການປິດ. ສໍາລັບຕົວຢ່າງ, ທ່ານສາມາດເລືອກປິດບາງສ່ວນຂອງ Position BTC ແລະ ຊຳລະສະສາງໃນ USDC.

ຫຼັງຈາກນີ້, BTC Position ຂອງທ່ານຈະຫຼຸດລົງ ແລະ USDC Position ຂອງທ່ານຈະປ່ຽນຈາກ Short ເປັນ Long. ເນື່ອງຈາກວ່າ ທ່ານໄດ້ຮັບ 16 USDC ໂດຍການປິດ BTC Position, Equity ຂອງ USDC ຂອງທ່ານປ່ຽນຈາກ -15 ເປັນ +1, ແຕ່ໜີ້ສິນ 15 USDC ຍັງມີຢູ່ນັບຕັ້ງແຕ່ພວກເຮົາກໍາລັງປິດ BTC Position, ການປິດ Position ແມ່ນມີຜົນພຽງແຕ່ສໍາລັບ BTC Position, ໜີ້ສິນ USDC ຈະຍັງຄົງບໍ່ໄດ້ຖືກຈ່າຍ.

ການປ່ຽນແປງໃນ BTC ແລະ USDC Position ຂອງທ່ານຈະຖືກສະແດງດັ່ງລຸ່ມນີ້:


ເມື່ອວາງຄຳສັ່ງດ້ວຍໂໝດ “ຊໍາລະຄືນອັດຕະໂນມັດ”, ຈຳນວນຄຳສັ່ງທີ່ຖືກຂຽນຕື່ມແລ້ວຈະນຳຖືກໃຊ້ ເພື່ອ ຊໍາລະຄືນຈຳນວນທີ່ກູ້ຢືມຂອງທ່ານໂດຍອັດຕະໂນມັດ. ທ່ານຈະຕ້ອງຈ່າຍຄືນຊັບສິນດຽວກັນທີ່ທ່ານໄດ້ກູ້ຢືມ (ຕົວຢ່າງ ເຊັ່ນ: BTC ຢືມ, ຊໍາລະຄືນໃນ BTC) ແລະ ດອກເບ້ຍທີ່ຍັງຄ້າງຄາໃດໆຈະຖືກຊໍາລະຄືນກ່ອນທີ່ຈະຊໍາລະຄືນຈໍານວນທີ່ກູ້ຢືມ.

ສໍາລັບລາຍລະອຽດເພີ່ມເຕີມ, ກະລຸນາເຂົ້າໄປທີ່ຄໍາຖາມທີ່ເຫັນເລື້ອຍໆ - “ວິທີໃຊ້ງານກູ້ຢືມອັດຕະໂນມັດ ແລະ ຊໍາລະຄືນອັດຕະໂນມັດ”.
ຕົວຢ່າງ:
ມາສົມມຸດກັນວ່າ ທ່ານຕ້ອງການປິດເຄິ່ງໜຶ່ງຂອງ BTC Position ຂອງທ່ານ.
ໄປທີ່ໜ້າການຊື້ຂາຍ BTC/USDC ແລະ ເລືອກ [ຊໍາລະຄືນອັດຕະໂນມັດ], ຈາກນັ້ນໃສ່ລາຄາຈຳກັດ ແລະ ຈຳນວນ BTC ທີ່ຈະຂາຍ. ລະບົບຈະໃຊ້ຈຳນວນອໍເດີທີ່ຖືກຂຽນຕື່ມແລ້ວ ເພື່ອຊໍາລະຄືນໜີ້ USDC ຂອງທ່ານ ແລະ ດອກເບ້ຍທີ່ຍັງຄ້າງຢູ່ໂດຍອັດຕະໂນມັດ.

ຫຼັງຈາກຄໍາສັ່ງ Limit Sell ຖືກຂຽນຕື່ມແລ້ວ, BTC ທັງໝົດຈະຖືກຂາຍເປັນ 16 USDC.
BTC Position ຂອງທ່ານຈະຖືກຫຼຸດລົງໂດຍ 16 USDC ແລະ USDC Position ຈະປ່ຽນຈາກ Short ເປັນ Long ເພາະທ່ານໄດ້ຮັບ 16 USDC ແລະ ຊໍາລະຄືນໜີ້ 15 USDC. USDC Equity ຂອງທ່ານຈະປ່ຽນຈາກ -15 ເປັນ +1.
ການປ່ຽນແປງໃນ BTC ແລະ USDC Position ຂອງທ່ານຈະຖືກສະແດງດັ່ງລຸ່ມນີ້:


ໃນສອງສະຖານະການເຫຼົ່ານີ້, ການປ່ຽນແປງ BTC Position ຈະເປັນຄືກັນ. ຄວາມແຕກຕ່າງຕົ້ນຕໍແມ່ນວິທີທີ່ USDC Position ຈະປ່ຽນແປງ.
| ປິດຕໍາແໜ່ງ (BTC) ໄປເປັນ USDC | ວາງຄຳສັ່ງ Limit Sell ຂອງ BTC/USDC ພ້ອມກັບການຊໍາລະຄືນອັດຕະໂນມັດ | |
| ລາຍລະອຽດ | 50% ຂອງ BTC ຂອງທ່ານຈະຖືກຂາຍເປັນ 16 USDC (Stablecoin ທີ່ທ່ານເລືອກ). ໜີ້ 15 USDC ຂອງທ່ານຈະຍັງບໍ່ໄດ້ຖືກຈ່າຍ. | ໃສ່ Limit Order ກັບຊໍາລະຄືນອັດຕະໂນມັດ ສໍາລັບຂາຍ 50% ຂອງ BTC ຂອງທ່ານເປັນ 16 USDC (ຄູ່ຊື້ຂາຍທີ່ທ່ານເລືອກ). ໜີ້ສິນ 15 USDC ຂອງທ່ານຈະຖືກຊຳລະຄືນໂດຍອັດຕະໂນມັດ. |
| BTC Position | Equity: ລົບລູບ 50% ໜີ້: 0 BTC | Equity: ລົບລູບ 50% ໜີ້: 0 BTC |
| USDC Position | Equity: 1 USDC ໜີ້: 15 USDC | Equity: 1 USDC ໜີ້: 0 USDC |
ໝາຍເຫດ:
ການປະຕິເສດຄວາມຮັບຜິດຊອບ ແລະ ຄຳເຕືອນຄວາມສ່ຽງ: ເນື້ອໃນນີ້ແມ່ນໄດ້ນໍາສະເໜໃຫ້ທ່ານບົນພື້ນຖານ "ຕາມທີ່ເປັນ" ສໍາລັບຂໍ້ມູນທົ່ວໄປ ແລະ ຈຸດປະສົງການສຶກສາດິຈິຕອນເທົ່ານັ້ນ, ໂດຍບໍ່ມີການເປັນຕົວແທນ ຫຼື ການຮັບປະກັນຂອງທຸກປະເພດ. ລາຄາຊັບສິນດິຈິຕອນມີຄວາມສ່ຽງຈາກຄວາມຜັນຜວນຂອງຕະຫຼາດ ແລະ ລາຄາ. ຂໍ້ມູນທີ່ໃຫ້ບໍ່ໄດ້ມີລັກສະນະເປັນການຊັກຊວນ, ແນະນຳ ຫຼື ກະຕຸ້ນໃຫ້ຊື້ຂາຍຜະລິດຕະພັນດັ່ງກ່າວ. ມູນຄ່າການລົງທຶນຂອງທ່ານອາດຈະຫຼຸດລົງ ຫຼື ເພີ່ມຂຶ້ນ ແລະ ທ່ານອາດບໍ່ໄດ້ຮັບເງິນຄືນຕາມຈຳນວນທີ່ລົງທຶນໄປ. ການຊື້ຂາຍແບບ Cross Margin ຈະໃຫ້ໃຊ້ Leverage ທີ່ຫຼາຍກວ່າບັນຊີ Margin ປົກກະຕິ ແລະ ການໃຊ້ Leverage ຫຼາຍຂຶ້ນຈະເຮັດໃຫ້ເກີດການສູນເສຍທີ່ຫຼາຍຂຶ້ນໃນກໍລະນີທີ່ຕະຫຼາດມີສະພາບທີ່ບໍ່ດີ. ມີຄວາມສ່ຽງທີ່ Position Cross Margin ຂອງຜູ້ໃຊ້ອາດຖືກບັງຄັບໃຫ້ຊຳລະບັນຊີໂດຍບໍ່ສະໝັກໃຈ ເຊິ່ງອາດເຮັດໃຫ້ເກີດການຂາດທຶນ. ຂໍ້ຄິດເຫັນ ແລະ ການວິເຄາະບໍ່ຖືເປັນການຮັບປະກັນ ຫຼື ການຮັບຜິດຊອບຂອງ Binance. ທ່ານເປັນຜູ້ຮັບຜິດຊອບ ໃນການຕັດສິນໃຈລົງທຶນຂອງທ່ານເອງ ແລະ Binance ບໍ່ມີຄວາມຮັບຜິດຊອບຕໍ່ການຂາດທຶນທີ່ອາດຈະເກີດຂຶ້ນ. ປະສິດທິພາບໃນອະດີດຜ່ານມາບໍ່ສາມາດຄາດການປະສິດທິພາບໃນອະນາຄົດໄດ້ສະເໜີໄປ. ທ່ານຄວນລົງທຶນໃນຜະລິດຕະພັນທີ່ທ່ານເຄີຍ ແລະ ເຂົ້າໃຈຄວາມສ່ຽງ. ທ່ານຄວນພິຈາລະນາປະສົບການການລົງທຶນ, ສະຖານະການທາງການເງິນ, ເປົ້າໝາຍການລົງທຶນ ແລະ ຄວາມສ່ຽງຂອງທ່ານຢ່າງຮອບຄອບ ແລະ ປຶກສາຜູ້ໃຫ້ຄຳປຶກສາທາງການເງິນກ່ອນການລົງທຶນ. ຂໍ້ມູນນີ້ບໍ່ຄວນຕີຄວາມເປັນເປັນນຳແນະທາງການເງິນ. ຜະລິດຕະພັນນີ້ອາດບໍ່ສາມາດໃຊ້ໄດ້ໃນບາງປະເທດ ແລະ ກັບຜູ້ໃຊ້ບາງຄົນ. ເນື້ອໃນນີ້ບໍ່ໄດ້ມີໃຫ້ສຳລັບຜູ້ໃຊ້/ປະເທດທີ່ມີກົດໝາຍຫ້າມ ຫຼື ຂໍ້ຈຳກັດ. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເບິ່ງເງື່ອນໄຂການນຳໃຊ້ແລະຄຳເຕືອນຄວາມສ່ຽງ. ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບການປ້ອງກັນຕົວເອງ, ກະລຸນາໄປທີ່ໜ້າການຊື້ຂາຍທີ່ມີຄວາມຮັບຜິດຊອບ.