ວິທີນໍາໃຊ້ເຄືອຂ່າຍ Bitcoin Lightning ເພື່ອຝາກ ແລະ ຖອນ BTC ໃນ Binance

ເຜີຍແຜ່ເມື່ອ 2023-06-30 07:31

ເນື່ອງຈາກກົດລະບຽບທ້ອງຖິ່ນ, ກະລຸນາຮັບຊາບວ່າ Lightning Network ໃນປັດຈຸບັນອາດຈະບໍ່ມີຢູ່ໃນພາກພື້ນຂອງທ່ານ.

ເຄືອຂ່າຍ Bitcoin Lightning ແມ່ນຫຍັງ?

ເຄືອຂ່າຍ Bitcoin Lightning ແມ່ນວິທີການຂະຫຍາຍແບບສອງຊັ້ນທີ່ສ້າງຂຶ້ນຢູ່ເທິງ Bitcoin blockchain. ມັນມີຈຸດປະສົງເພື່ອເຮັດໃຫ້ການເຮັດທຸລະກໍາໄວຂຶ້ນ, ລາຄາຖືກກວ່າ ແລະ ສາມາດຂະຫຍາຍໄດ້ໂດຍການໃຫ້ຜູ້ໃຊ້ສ້າງຊ່ອງທາງການເຮັດທຸລະກໍາເຂດນອກບລັອກເຊນ.

ຂໍ້ດີຂອງການນໍາໃຊ້ເຄືອຂ່າຍ Bitcoin Lightning ແມ່ນຫຍັງ?

  • ໂດຍການສົ່ງເສີມການເຮັດທຸລະກໍາສ່ວນໃຫຍ່ຖືກປະມວນຜົນເຂດນອກບລັອກເຊນນັ້ນ, ເຄືອຂ່າຍ Bitcoin Lightning ຫຼຸດຜ່ອນຄວາມແອອັດໃນ Bitcoin blockchain, ເຊິ່ງຊ່ວຍໃຫ້ມີຈໍານວນການເຮັດທຸລະກໍາຕໍ່ວິນາທີທີ່ສູງຂຶ້ນ.
  • ການເຮັດທຸລະກໍາເຄືອຂ່າຍ Bitcoin Lightning ແມ່ນເກືອບວ່າທັນທີທັນໃດ ຍ້ອນວ່າພວກເຂົາບໍ່ຕ້ອງການການຢືນຢັນໂດຍຜູ້ຂຸດຄົ້ນ. ການຊໍາລະແມ່ນສາມາດຊໍາລະໄດ້ພາຍໃນວິນາທີ ຫຼື ແມ່ນກະທັ້ງມິລີວິນາທີ.
  • ການເຮັດທຸລະກໍາໃນເຄືອຂ່າຍ Bitcoin Lightning ປົກກະຕິແລ້ວມີຄ່າທໍານຽມຕ່ໍາກວ່າຢ່າງຫຼວງຫຼາຍເມື່ອທຽບກັບທຸລະກໍາເຄືອຂ່າຍ Bitcoin. ນີ້ເຮັດໃຫ້ການເຮັດທຸລະກໍາຂະໜາດນ້ອຍເປັນໄປໄດ້ທາງດ້ານເສດຖະກິດ.
  • ເຄືອຂ່າຍ Bitcoin Lightning ບໍ່ໄດ້ເປີດເຜີຍຂໍ້ມູນກ່ຽວກັບການດໍາເນີນທຸລະກໍາສ່ວນບຸກຄົນໃນ blockchain, ເຊິ່ງສາມາດປົກປ້ອງຄວາມເປັນສ່ວນຕົວຂອງຜູ້ໃຊ້ໄດ້. ຜູ້ໃຊ້ທັງຫຼາຍສາມາດອ້າງອີງໃສ່ ເວັບ/ແອັບ Binance ຂອງເຂົາເຈົ້າເພື່ອກວດເບິ່ງຂໍ້ມູນທຸລະກຳທີ່ຜ່ານມາໄດ້.

ຈະຝາກ BTC ຜ່ານເຄືອຂ່າຍ Bitcoin Lightning ແນວໃດ?

1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານ ແລະ ຄລິກໃສ່ [ຝາກ].

image

2. ຄລິກ [ຝາກສະກຸນເງິນຄຣິບໂຕ] ແລະ ເລືອກ BTC.

image

3. ທ່ານຈະເຫັນເຄືອຂ່າຍທີ່ມີຢູ່ສໍາລັບການຝາກ BTC. ເລືອກ [Lightning].

image

4. ປ້ອນຈໍານວນທີ່ທ່ານຕ້ອງການຝາກ. ກົດ [ສ້າງໃບເກັບເງິນ]. ກະລຸນາຮັບຊາບວ່າ ທ່ານບໍ່ສາມາດສ້າງໃບເກັບເງິນໂດຍທີ່ບໍ່ປ້ອນຈຳນວນທີ່ຝາກ. 

image

5. ທ່ານຈະເຫັນຂໍ້ມູນໃບເກັບເງິນ. ຄລິກ [ຄັດລອກເລກໃບເກັບເງິນ] ເພື່ອຄັດລອກ ແລະ ວາງໃບເກັບເງິນໃນການຝາກ BTC ຂອງທ່ານໃສ່ຊ່ອງໃບເກັບເງິນໃນແພລັດຟອມທີ່ທ່ານຕ້ອງການທີ່ຈະຖອນ BTC ອອກຈາກ. ກະລຸນາຮັບຊາບວ່າ ໃບເກັບເງິນໝົດອາຍຸພາຍໃນ 30 ນາທີ.

image

6. ຫຼັງຈາກຢືນຢັນຄໍາຮ້ອງຂໍການຝາກແລ້ວ, ການໂອນຂອງທ່ານຈະຖືກດໍາເນີນ. ເມື່ອຢືນຢັນແລ້ວ, ເງິນທຶນຈະຖືກໂອນເຂົ້າບັນຊີ Binance ຂອງທ່ານໃນຢ່າງໄວ.

ຈະຖອນ BTC ຜ່ານເຄືອຂ່າຍ Bitcoin Lightning ແນວໃດ?

1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານ ແລະ ຄລິກທີ່ [ຊັບສິນ] - [ພາບລວມ] - [ຖອນ].

image
image

2. ເລືອກ BTC ແລະ [LIGHTNING] ເປັນເຄືອຂ່າຍ.

image

3. ພາຍໃຕ້ 'ຖອນໄປຍັງ' - 'ທີ່ຢູ່ ' - 'ໃບເກັບເງິນ', ວາງໝາຍເລກ 'ໃບເກັບເງິນໃນການຝາກ' ທີ່ທ່ານໄດ້ສ້າງແລ້ວຜ່ານເຄືອຂ່າຍ Bitcoin Lightning (ເບິ່ງຢູ່ພາກ ວິທີການຝາກ BTC ຜ່ານເຄືອຂ່າຍ Bitcoin Lightning ເຮັດແນວໃດ? ຂ້າງເທິງນີ້). ໃຫ້ແນ່ໃຈວ່າ ໃບເກັບເງິນໃນການຝາກແມ່ນຖືກຕ້ອງ ແລະ ຍັງບໍ່ໝົດອາຍຸ (ກວດເບິ່ງເວລາຫມົດອາຍຸ). 
ພາຍໃຕ້ 'ຈຳນວນການຖອນ', ປ້ອນຈຳນວນທີ່ທ່ານຕ້ອງການຖອນ. ຈຳນວນນີ້ຕ້ອງ ກົງກັບຈຳນວນທີ່ຄາດໄວ້ຢູ່ໃນໃບເກັບເງິນໃນການຝາກຂອງທ່ານ. ເລືອກວ່າ ຈະຖອນອອກຈາກ Wallet ໃດ. ຫຼັງຈາກນັ້ນທ່ານຈະເຫັນຄ່າທໍານຽມທຸລະກໍາທີ່ກ່ຽວຂ້ອງ ແລະ ຈໍານວນສຸດທ້າຍທີ່ທ່ານຈະໄດ້ຮັບ. 
ຄລິກທີ່ [ຖອນ] ເພື່ອດໍາເນີນການຕໍ່.

image

4. ທ່ານຈະຖືກເຕືອນໃຫ້ຢືນຢັນການເຮັດທຸລະກໍາອີກຄັ້ງໜຶ່ງ. ກະລຸນາກວດເບິ່ງຢ່າງລະອຽດກ່ອນທີ່ຈະຄລິກ [ດຳເນີນການຕໍ່].

ຖ້າທ່ານໃສ່ຂໍ້ມູນທີ່ບໍ່ຖືກຕ້ອງ ຫຼື ເລືອກເຄືອຂ່າຍທີ່ບໍ່ຖືກຕ້ອງໃນເວລາເຮັດການໂອນ, ຊັບສິນຂອງທ່ານຈະສູນເສຍຢ່າງຖາວອນ. ກະລຸນາໃຫ້ແນ່ໃຈວ່າຂໍ້ມູນຖືກຕ້ອງກ່ອນທີ່ຈະຢືນຢັນການເຮັດທຸລະກໍາ.

image

5. ຢືນຢັນການເຮັດທຸລະກໍາກັບອຸປະກອນການຢືນຢັນ 2 ຂັ້ນຕອນຂອງທ່ານ. ຫຼັງຈາກການຢືນຢັນຄໍາຮ້ອງຂໍຖອນແລ້ວ, ກະລຸນາລໍຖ້າດ້ວຍຄວາມອົດທົນສໍາລັບການໂອນທີ່ຈະໄດ້ຮັບການດໍາເນີນການ.

ຖ້າທ່ານມີຄໍາຖາມ, ກະລຸນາຕິດຕໍ່ໜ່ວຍງານບໍລິການລູກຄ້າ.