ການປະຕິເສດຄວາມຮັບຜິດຊອບ: ໃນການປະຕິບັດຕາມຂໍ້ກໍານົດຂອງ MiCA, ຫຼຽນຄົງທີ່ທີ່ບໍ່ໄດ້ຮັບອະນຸຍາດແມ່ນຂຶ້ນກັບຂໍ້ຈໍາກັດບາງຢ່າງສໍາລັບຜູ້ໃຊ້ EEA. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຄລິກ ທີ່ນີ້.
ແພັກເກັດສີແດງແມ່ນຫຍັງ?
ແພັກເກັດສີແດງແມ່ນຄຸນສົມບັດຂອງ Binance Pay ທີ່ອະນຸຍາດໃຫ້ທ່ານສົ່ງຂອງຂວັນສະກຸນເງິນຄຣິບໂຕໄປຫາໝູ່ເພື່ອນຂອງທ່ານ. ທ່ານສາມາດສ້າງແພັກເກັດທີ່ປະກອບດ້ວຍໂທເຄັນແບບສຸ່ມ ຫຼື ຄົງທີ່ ແລະ ແບ່ງປັນກັບກຸ່ມຂອງໝູ່ເພື່ອນ. ພວກເຈົ້າສາມາດອ້າງສິດດ້ວຍລະຫັດໃນແອັບ ຫຼື ເວັບໄຊ Binance ເພື່ອຮັບເອົາສະກຸນເງິນຄຣິບໂຕທີ່ທ່ານໄດ້ໃສ່ໃນແພັກເກັດສີແດງ.
ຈະສ້າງແພັກເກັດສີແດງໃນແອັບ Binance ແນວໃດ?
1. ເຂົ້າສູ່ລະບົບແອັບ Binance ຂອງທ່ານ.
2. ເລືອກ [ຈ່າຍ] - [ແພັກເກັດສີແດງ].
3. ເຂົ້າໄປ [ສົ່ງ] ແລະ ແຕະ [ສ້າງ].
ເລືອກປະເພດແພັກເກັດສີແດງ ([ສຸ່ມ], [ຄົງທີ່] ຫຼື [ກຳນົດເວລາ]).
- ຖ້າທ່ານເລືອກ [ແບບສຸ່ມ], ປ້ອນຈຳນວນຜູ້ຮັບ, ຈຳນວນລວມຂອງສະກຸນເງິນຄຣິບໂຕທີ່ຈະສົ່ງ ແລະ ຂໍ້ຄວາມສຳລັບຜູ້ຮັບຂອງທ່ານ.
- ຖ່າທ່ານເລືອກ [ຄົງທີ່], ໃຫ້ໃສ່ຈຳນວນຜູ້ຮັບ ແລະ ຈຳນວນຕໍ່ຜູ້ຮັບທີ່ທ່ານຕ້ອງການສົ່ງ. ລະບົບຈະຄິດໄລ່ຈໍານວນທັງໝົດທີ່ທ່ານຕ້ອງການຈ່າຍໂດຍອັດຕະໂນມັດ. ຫຼັງຈາກນັ້ນ, ປ້ອນຂໍ້ຄວາມ ແລະ ແຕະ [ດຳເນີນການຕໍ່].
- ຖ້າທ່ານເລືອກ [ກຳນົດເວລາ], ທ່ານສາມາດຕັ້ງໄລຍະເວລາທີ່ຕ້ອງການ. ໄລຍະເວລາທີ່ໃຊ້ໄດ້ ຈາກ 1 - 60 ນາທີ ແລະ ການນັບເລີ່ມຂຶ້ນ ເມື່ອຜູ້ໃຊ້ແລກເອົາເອົາມັນ. ຫຼັງຈາກນັ້ນ ປ້ອນຈຳນວນຜູ້ຮັບ, ຈຳນວນລວມຂອງສະກຸນເງິນຄຣິບໂຕທີ່ຈະສົ່ງ ແລະ ຂໍ້ຄວາມສຳລັບຜູ້ຮັບຂອງທ່ານ.
4. ຢືນຢັນລາຍລະອຽດການຈ່າຍເງິນຂອງທ່ານ ແລະ ແຕະ [ຢືນຢັນ].
5. ຢືນຢັນດ້ວຍລະຫັດຜ່ານແບບໂຕເລກ ຫຼື 2FA ເພື່ອຢືນຢັນການຈ່າຍເງິນ.
6. ທ່ານຈະໄດ້ຮັບລະຫັດທີ່ສ້າງສໍາລັບແພັກເກັດສີແດງ. ທ່ານສາມາດແບ່ງປັນລະຫັດກັບໝູ່ເພື່ອນຂອງທ່ານໂດຍສົ່ງຜ່ານສື່ສັງຄົມ, ຫຼື ການແຕະ [ບັນທຶກ] ຫຼື [ຄັດລອກລິ້ງ] ແລະ ສົ່ງມັນໃຫ້ພວກເຂົາ. ໝູ່ເພື່ອນຂອງທ່ານສາມາດອ້າງສິດແພັກເກັດສີແດງຂອງທ່ານໃນແອັບ ຫຼື ເວັບໄຊ Binance.
ກະລຸນາແບ່ງປັນລະຫັດສ່ວນຕົວກັບຜູ້ຮັບທີ່ຕັ້ງໃຈຂອງທ່ານເທົ່ານັ້ນ, ເພາະທຸກຄົນທີ່ມີລະຫັດສາມາດໃຊ້ມັນເພື່ອອ້າງສິດເອົາແພັກເກັດສີແດງຂອງທ່ານໄດ້.
ວິທີອ້າງສິດແພັກເກັດສີແດງໃນແອັບ Binance ເຮັດແນວໃດ?
ເລີ່ມຈາກແອັບເວີຊັ່ນ 2.80 ຫຼື ເວີຊັ່ນສູງກວ່າ, ທ່ານສາມາດອ້າງສິດລະຫັດແພັກເກັດສີແດງຜ່ານຄຸນສົມບັດການຄົ້ນຫາ:
1. ເຂົ້າສູ່ລະບົບແອັບ Binance ຂອງທ່ານ ແລະ ແຕະແຖບຄົ້ນຫາ
2. ປ່ອນລະຫັດແພັກເກັດສີແດງ ແລະ ແຕະ [ຄົ້ນຫາ]. ແຕະ [ເປິດ] ເພື່ອອ້າງສິດແພັກເກັດສີແດງ.
3. ທ່ານຈະເຫັນຈຳນວນສະກຸນເງິນຄຣິບໂຕທີ່ໄດ້ອ້າງສິດຈາກແພັກເກັດສີແດງ. ສະກຸນເງິນຄຣິບໂຕທີ່ອ້າງສິດຈະຖືກໂອນໃສ່ບັນຊີສະໜອງທຶນຂອງທ່ານ.
ສໍາລັບແອັບສະບັບກ່ອນໜ້າ, ກະລຸນາອ້າງສິດໃນຄຸນສົມບັດແພັກເກັດສີແດງ:
1. ເຂົ້າສູ່ລະບົບແອັບ Binance ຂອງທ່ານ.
2. ເລືອກ [ຈ່າຍ] - [ແພັກເກັດສີແດງ].
3. ເຂົ້າໄປ [ຮັບ]. ໃສ່ລະຫັດແພັກເກັດສີແດງ ແລະ ແຕະ [ອ້າງສິດ]. ແຕະ [ເປີດ] ເພື່ອອ້າງສິດເອົາແພັກເກັດສີແດງ.
4. ທ່ານຈະເຫັນຈຳນວນສະກຸນເງິນຄຣິບໂຕທີ່ໄດ້ອ້າງສິດຈາກແພັກເກັດສີແດງ. ສະກຸນເງິນຄຣິບໂຕທີ່ອ້າງສິດຈະຖືກໂອນໃສ່ບັນຊີສະໜອງທຶນຂອງທ່ານ
ການປະຕິເສດຄວາມຮັບຜິດຊອບ: ຖ້າຜູ້ໃຊ້ຖືກພົບວ່າເປັນສ່ວນໃນກິດຈະກຳທີ່ຖົກຖຽງກັນ, Binance ສະຫງວນສິດທິທີ່ຈະບໍ່ອະນຸຍາດໃຫ້ຜູ້ໃຊ້ນັ້ນດໍາເນີນກິດຈະກຳ, ຢຸດກິດຈະກຳແພັກເກັດສີແດງໃດໜຶ່ງ ແລະ ສົ່ງເງິນຄືນໃຫ້ແກ່ເຈົ້າຂອງແຫຼ່ງທີ່ມາ.
(*ເພື່ອຜົນປະໂຫຍດຂອງຄວາມເຂົ້າໃຈຂອງຜູ້ໃຊ້, ການປະຕິເສດຄວາມຮັບຜິດຊອບ ອາດຈະຖືກແປເປັນພາສາຕ່າງໆ. ໃນກໍລະນີທີ່ບໍ່ສອດຄ່ອງກັບສະບັບພາສາທີ່ແຕກຕ່າງກັນ, ສະບັບພາສາອັງກິດຈະເໜືອກວ່າ.)
ຈະແພັກເກັດສີແດງໃນເວັບໄຊ Binance ແນວໃດ?
1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານ ແລະ ໄປທີ່ [ເພີ່ມເຕີມ] - [ຈ່າຍ]. ຄລິກ [ແພັກເກັດສີແດງ].
2. ຄລິກ [ສ້າງ].
3. ເລືອກວິທີການແຈກຢາຍ ([ສຸ່ມ], [ຄົງທີ່] ຫຼື [ກໍານົດເວລາ])
- ຖ້າທ່ານເລືອກ [ແບບສຸ່ມ], ປ້ອນຈຳນວນຜູ້ຮັບ, ຈຳນວນລວມຂອງສະກຸນເງິນຄຣິບໂຕທີ່ຈະສົ່ງ ແລະ ຂໍ້ຄວາມສຳລັບຜູ້ຮັບຂອງທ່ານ.
- ຖ່າທ່ານເລືອກ [ຄົງທີ່], ໃຫ້ໃສ່ຈຳນວນຜູ້ຮັບ ແລະ ຈຳນວນຕໍ່ຜູ້ຮັບທີ່ທ່ານຕ້ອງການສົ່ງ. ລະບົບຈະຄິດໄລ່ຈໍານວນທັງໝົດທີ່ທ່ານຕ້ອງການຈ່າຍໂດຍອັດຕະໂນມັດ. ຫຼັງຈາກນັ້ນ, ປ້ອນຂໍ້ຄວາມ ແລະ ຄລິກ [ດຳເນີນການຕໍ່].
- ຖ້າທ່ານເລືອກ [ກຳນົດເວລາ], ທ່ານສາມາດຕັ້ງໄລຍະເວລາທີ່ຕ້ອງການ. ໄລຍະເວລາທີ່ໃຊ້ໄດ້ ຈາກ 1 - 60 ນາທີ ແລະ ການນັບເລີ່ມຂຶ້ນ ເມື່ອຜູ້ໃຊ້ແລກເອົາເອົາມັນ. ຫຼັງຈາກນັ້ນ ປ້ອນຈຳນວນຜູ້ຮັບ, ຈຳນວນລວມຂອງສະກຸນເງິນຄຣິບໂຕທີ່ຈະສົ່ງ ແລະ ຂໍ້ຄວາມສຳລັບຜູ້ຮັບຂອງທ່ານ.
4. ກວດເບິ່ງລາຍລະອຽດການສັ່ງຊື້ຂອງທ່ານ ແລະ ແຕະ [ຢືນຢັນ].
5. ຢືນຢັນດ້ວຍລະຫັດຜ່ານແບບໂຕເລກ ຫຼື 2FA ເພື່ອຢືນຢັນການຈ່າຍເງິນ.
6. ທ່ານຈະໄດ້ຮັບລະຫັດທີ່ສ້າງສໍາລັບແພັກເກັດສີແດງ. ທ່ານສາມາດແບ່ງປັນລະຫັດກັບໝູ່ເພື່ອນໂດຍການແບ່ງປັນຜ່ານສື່ສັງຄົມ ຫຼື ການຄລິກ [ຄັດລອກລິ້ງ] ຫຼື [ບັນທຶກ] ແລະ ສົ່ງມັນໃຫ້ພວກເຂົາ. ໝູ່ເພື່ອນຂອງທ່ານສາມາດອ້າງສິດແພັກເກັດສີແດງຂອງທ່ານໃນແອັບ ຫຼື ເວັບໄຊ Binance.
ກະລຸນາແບ່ງປັນລະຫັດສ່ວນຕົວກັບຜູ້ຮັບທີ່ຕັ້ງໃຈຂອງທ່ານເທົ່ານັ້ນ, ເພາະທຸກຄົນທີ່ມີລະຫັດສາມາດໃຊ້ມັນເພື່ອອ້າງສິດເອົາແພັກເກັດສີແດງຂອງທ່ານໄດ້.
ວິທີອ້າງສິດແພັກເກັດສີແດງໃນເວັບໄຊ Binance ເຮັດແນວໃດ?
1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານ ແລະ ໄປທີ່ [ເພີ່ມເຕີມ] - [ຈ່າຍ]. ຄລິກ [ແພັກເກັດສີແດງ].
2. ປ່ອນລະຫັດແພັກເກັດສີແດງ ແລະ ຄລິກ [ອ້າງສິດ].
3. ຄລິກ [ເປີດ] ເພື່ອອ້າງສິດເອົາແພັກເກັດສີແດງ.
4. ທ່ານຈະເຫັນຈຳນວນສະກຸນເງິນຄຣິບໂຕທີ່ໄດ້ອ້າງສິດຈາກແພັກເກັດສີແດງ. ສະກຸນເງິນຄຣິບໂຕທີ່ອ້າງສິດຈະຖືກໂອນໃສ່ບັນຊີສະໜອງທຶນຂອງທ່ານ.
ກະລຸນາຮັບຮູ້:
- ການຮັບສິນຄ້າຫຼາຍອັນຈາກຜູ້ໃຊ້ດຽວກັນສຳລັບແພັກເກັດສີແດງດຽວກັນແມ່ນບໍ່ອະນຸຍາດ.
- ທ່ານຈະບໍ່ສາມາດອ້າງສິດແພັກເກັດສີແດງໄດ້ຫາກມັນໄດ້ຖືກແລກເອົາແລ້ວ.
- ດ້ວຍເຫດຜົນດ້ານຄວາມປອດໄພ, ບັນຊີຂອງທ່ານຈະຖືກລ໋ອກເປັນເວລາ 5 ຊົ່ວໂມງ ຫຼັງຈາກພະຍາຍາມໃສ່ລະຫັດແພັກເກັດສີແດງທີ່ບໍ່ຖືກຕ້ອງ 10 ຄັ້ງຕິດຕໍ່ກັນ. ທ່ານຈະບໍ່ສາມາດຮ້ອງຂໍເອົາແພັກເກັດສີແດງໃດໆຫຼັງຈາກບັນຊີຂອງທ່ານຖືກລ໋ອກ.
1. ແພັກເກັດສີແດງຈະໝົດອາຍຸບໍ?
ແພັກເກັດສີແດງແບບ 'ສຸມ' ແລະ 'ຄົງທີ່' ໃຊ້ໄດ້ 24 ຊົ່ວໂມງ. ຂອງຂວັນທີ່ບໍ່ໄດ້ອ້າງສິດທີ່ຍັງເຫຼືອ ຈະຖືກສົ່ງກັບໄປທີ່ບັນຊີ Funding ຂອງຜູ້ສົ່ງຫຼັງຈາກ 24 ຊົ່ວໂມງ.
ໄລຍະເວລາທີ່ໃຊ້ໄດ້ຂອງແພັກເກັດສີແດງແບບ 'ກໍານົດເວລາ' ຈະນັບລົງເມື່ອມີການອ້າງສິດຄັ້ງທໍາອິດຂອງຜູ້ໃຂ້. ຖ້າບໍ່ມີໃຜອ້າງສິດ, ແພັກເກັດສີແດງຈະກໍານົດໃນ 3 ມື້ ຫຼັງການສ້າງ ຫຼື ການກະຕຸ້ນ.
ຂັ້ນຕອນການຄືນເງິນສໍາລັບຈໍານວນທີ່ຍັງເຫຼືອຂອງແພັກເກັດແບບກໍານົດເວລາ:
- ຖ້າແພັກເກັດສີແດງທີ່ກໍານົດເວລາໄດ້ຖືກອ້າງສິດແຕ່ບໍ່ເຄີຍເປີດໃຊ້ງານຄືນ, ຈໍານວນທີ່ຍັງເຫຼືອຈະຖືກສົ່ງຄືນໃຫ້ບັນຊີ Funding ຂອງຜູ້ສົ່ງ 6 ຊົ່ວໂມງ ຫຼັງຈາກໄລຍະເວລາກໍານົດສິ້ນສຸດລົງ.
- ຖ້າບໍ່ມີໃຜອ້າງເອົາແພັກເກັດສີແດງທີ່ກໍານົດເວລາຫຼັງຈາກການສ້າງຂອງມັນ, ຈໍານວນທັງໝົດຈະຖືກສົ່ງຄືນໃຫ້ກັບບັນຊີກ Funding ຂອງຜູ້ສົ່ງ 3 ມື້ຫຼັງຈາກເວລາສ້າງ.
- ຖ້າແພັກເກັດສີແດງທີ່ກໍານົດເວລາຖືກເປີດໃຊ້ຄືນໃໝ່ ແລະ ຖືກອ້າງສິດເອົາ ຫຼັງຈາກການເປີດໃຊ້ງານຄືນໃໝ່, ຈໍານວນທີ່ຍັງເຫຼືອຈະຖືກສົ່ງຄືນໃຫ້ບັນຊີ Funding ຂອງຜູ້ສົ່ງທັນທີຫຼັງຈາກໄລຍະເວລາການເປີດໃຊ້ງານຄືນໃໝ່ສິ້ນສຸດລົງ.
- ຖ້າບໍ່ມີໃຜອ້າງສິດເອົາແພັກເກັດສີແດງທີ່ກໍານົດເວລາຫຼັງຈາກມັນຖືກເປີດໃຊ້ງານຄືນໃໝ່, ແລ້ວຈໍານວນທີ່ຍັງເຫຼືອຈະຖືກສົ່ງຄືນໃຫ້ບັນຊີ Funding ຂອງຜູ້ສົ່ງໃນ 3 ມື້ຫຼັງຈາກການເປີດໃຊ້ຄືນງານໃໝ່.
2. ຂ້ອຍສາມາດປ່ຽນສະກຸນເງິນຄຣິບໂຕທີ່ອ້າງສິດເປັນສະກຸນເງິນ Fiat ໄດ້ບໍ?
ສະກຸນເງິນຄຣິບໂຕທີ່ທ່ານອ້າງສິດຈາກແພັກເກັດສີແດງ ຈະຖືກໂອນເຂົ້າບັນຊີການສະໜອງທຶນຂອງທ່ານ. ທ່ານສາມາດໂອນສິນຊິບໄປທີ່ບັນຊີເງິນ Fiat ແລະ ບັນຊີ Spot ຂອງທ່ານ ແລະ ເອົາເງິນອອກຜ່ານຕົວເລືອກເງິນ Fiat ທີ່ມີໃຫ້ໃນປະເທດຂອງທ່ານ.
ກະລຸນາສັງເກດວ່າ ຖ້າທ່ານແບ່ງປັນລະຫັດແພັກເກັດສີແດງກັບໝູ່ເພື່ອນຂອງທ່ານໃນສາທາລະນະ, ເຊັ່ນໃນແພລັດຟອມສື່ສັງຄົມ, ມັນເປັນໄປໄດ້ວ່າຄົນທີ່ທ່ານບໍ່ຮູ້ຈັກຈະເຂົ້າເຖິງລະຫັດ ແລະ ອ້າງສິດເອົາແພັກເກັດສີແດງຂອງທ່ານ. ດັ່ງນັ້ນ, ກະລຸນາແບ່ງປັນລະຫັດໃຫ້ກັບຜູ້ຮັບທີ່ຕັ້ງໃຈຂອງທ່ານເທົ່ານັ້ນ.
3. ວິທີເບິ່ງປະຫວັດແພັກເກັດສີແດງຂອງຂ້ອຍໄດ້ແນວໃດ?
ຖ້າທ່ານໃຊ້ແອັບ Binance, ແຕະໃສ່ໄອຄອນ [ປະຫວັດ] ໃນມຸມຂວາເທິງ ເພື່ອເບິ່ງບັນທຶກການສົ່ງ ແລະ ຮັບຂອງທ່ານ.
ຖ້າທ່ານໃຊ້ເວັບໄຊ Binance, ຄລິກ [ປະຫວັດການເຮັດທຸລະກໍາ] ທີ່ມຸມຂວາເທິງເພື່ອເບິ່ງ.
4. ວິທີການເປີດໃຊ້ງານແພັກເກັດສີແດງແບບ 'ກໍານົດເວລາ' ຄືນໃໝ່
ທ່ານສາມາດເປີດໃຊ້ແພັກເກັດສີແດງແບບກໍາເວລາທີ່ໝົດອາຍຸຄືນໃໝ່ໄດ້ຄັ້ງດຽວ, ຖ້າຈຳນວນທີ່ຍັງເຫຼືອຍັງບໍ່ທັນສົ່ງຄືນ.
ເພື່ອເປີດໃຊ້ງານແພັກເກັດສີແດງແບບມີກຳນົດເວລາຄືນໃໝ່, ໃຫ້ໄປທີ່ປະຫວັດແພັກເກັດສີແດງ ແລະ ຄລິກໃສ່ບັນທຶກແພັກເກັດສີແດງທີ່ກຳນົດເວລາທີ່ທ່ານຕ້ອງການເປີດໃຊ້ງານຄືນໃໝ່. ແລ້ວຄລິກປຸ່ມ [ເປີດໃຊ້ງານແພັກເກັດສີແດງແບບມີກໍານົດເວລາ] ແລະ ຄລິກປຸ່ມ [ຢືນຢັນ].