Binance Connect ແມ່ນຫຍັງ ແລະ ວິທີການຊື້ສະກຸນເງິນຄຣິບໂຕກັບມັນຕ້ອງເຮັດແນວໃດ?

ເຜີຍແຜ່ເມື່ອ 2025-05-26 13:10

ວີດີໂອ

Binance Connect ແມ່ນຫຍັງ? 

Binance Connect ແມ່ນບໍລິການຢ່າງເປັນທາງການສໍາລັບການປ່ຽນເງິນ Fiat ເປັນສະກຸນເງິນຄຣິບໂຕ ຂອງ Binance ທີ່ຖືກອອກແບບເພື່ອເຮັດໃຫ້ເສັ້ນທາງສູ່ສະກຸນເງິນຄຣິບໂຕຂອງທ່ານງ່າຍຂຶ້ນ ແລະ ອໍານວຍຄວາມສະດວກໃນການເຊື່ອມຕໍ່ກັບໂລກຂອງ Web3. 

Binance Connect ເຊື່ອມໂຍງໂດຍກົງກັບການບໍລິການຂອງ Binance ທີ່ມີຢູ່ແລ້ວ ທີ່ເຮັດໃຫ້ຜູ້ໃຊ້ສາມາດຊື້ສະກຸນເງິນຄຣິບໂຕໄດ້ຢ່າງງ່າຍດາຍດ້ວຍສະກຸນເງິນທ້ອງຖິ່ນ ໂດຍໃຊ້ທາງເລືອກການຊຳລະເງິນຫຼາຍຮູບແບບ, ລວມທັງບັດເຄຣດິດ, ບັດເດບິດ, Apple Pay, Google Pay, ການໂອນຜ່ານທະນາຄານ, PIX (ສຳລັບປະເທດບຣາຊິວ), ຍອດຄົງເຫຼືອໃນບັນຊີ Binance ແລະ ການຊື້ຂາຍລະຫວ່າງຜູ້ໃຊ້ (P2P).

ດ້ວຍ Binance Connect, ຜູ້ໃຊ້ສາມາດປ່ຽນເງິນ Fiat ເປັນສະກຸນເງິນຄຣິບໂຕ ເຊັ່ນ: BTC, ETH, BNB ຫຼື ຫຼຽນຄົງທີ່ຕ່າງໆ ເຊັ່ນ: USDC ໄດ້ຢ່າງປອດໄພ ແລະ ລາຄາບໍ່ແພງ, ໂດຍໃຊ້ບັນຊີ Binance ທີ່ໄດ້ຮັບການຢືນຢັນ KYC ແລ້ວໃນການດໍາເນີນການ.

ທ່ານສາມາດເຮັດຫຍັງໄດ້ກັບ Binance Connect?

  • ຊື້: ທ່ານສາມາດຊື້ຄຣິບໂຕດ້ວຍສະກຸນເງິນທ້ອງຖິ່ນຜ່ານວິທີການຊຳລະເງິນຫຼາກຫຼາຍໂດຍກົງໃນແພລັດຟອມ Web3.
  • ສົ່ງຄຣິບໂຕ:
    • ທ່ານສາມາດສົ່ງຄຣິບໂຕຂອງທ່ານຈາກ Binance ໄປຫາ Web3 Wallet ອື່ນໆໂດຍໃຊ້ Binance Connect. ຕົວຢ່າງ: ຖ້າທ່ານມີ USDC ໃນ Binance, ທ່ານສາມາດສົ່ງມັນໄປຫາ Web3 Wallet ຂອງທ່ານໂດຍກົງ ໂດຍບໍ່ຈຳເປັນຕ້ອງຖອນດ້ວຍຕົນເອງ.
    • ນອກຈາກນີ້, ຖ້າທ່ານມີ Bitcoin (BTC) ໃນບັນຊີ Binance ຂອງທ່ານ ແຕ່ແພລັດຟອມ Web3 ຮັບສະເພາະ Ethereum (ETH), Binance Connect Binance Wallet ອະນຸຍາດໃຫ້ທ່ານແລກປ່ຽນ BTC ເປັນ ETH ພາຍໃນ Binance Wallet ຂອງທ່ານກ່ອນ. ຈາກນັ້ນ, ETH ຈະຖືກສົ່ງໄປຫາ Web3 Wallet ຂອງທ່ານໂດຍກົງ.
    • ເພື່ອຮຽນຮູ້ເພີ່ມເຕີມ, ເຂົ້າເບິ່ງ ວິທີສົ່ງຄຣິບໂຕໄປຫາກະເປົາ DeFi ຫຼື ແພລັດຟອມ Web3 ຜ່ານ Binance Connect.

ປະໂຫຍດຂອງການໃຊ້ Binance Connect 

  • ໃຊ້ງານງ່າຍ: ຜູ້ໃຊ້ສາມາດປ່ຽນລະຫວ່າງເງິນ Fiat ແລະ ຄຣິບໂຕໄດ້ຢ່າງລ່ຽນໄຫຼ ໂດຍໃຊ້ບັນຊີ Binance ທີ່ຜ່ານການຢືນຢັນ KYC ແລ້ວພາຍໃນແພລັດຟອມ Web3. Binance Connect ຍັງລວມການແລກປ່ຽນຊັບສິນເປັນຂັ້ນຕອນດຽວ, ເຮັດໃຫ້ທ່ານສາມາດໂຕ້ຕອບກັບແພລັດຟອມ Web3 ໄດ້ງ່າຍຂຶ້ນ.
  • ທຸລະກຳທີ່ລ່ຽນໄຫຼດ້ວຍຕົວເລືອກການຊຳລະທີ່ຫຼາກຫຼາຍ: Binance Connect ເປີດໃຫ້ຜູ້ໃຊ້ຊື້ຄຣິບໂຕດ້ວຍບັດເຄຣດິດ/ເດບິດ ແລະ ການໂອນຜ່ານທະນາຄານ, ພ້ອມກັບທາງເລືອກອື່ນໆເຊັ່ນ ການບໍລິການລະຫວ່າງຜູ້ໃຊ້ (P2P) ຂອງ Binance.
  • ລາຄາທີ່ແຂ່ງຂັນໄດ້: ດ້ວຍການໃຊ້ປະໂຫຍດຈາກສະພາບຄ່ອງລະດັບໂລກຂອງ Binance, Binance Connect ນໍາສະເໜີອັດຕາທີ່ແຂ່ງຂັນໄດ້ ແລະ ຄ່າທຳນຽມຕໍ່າກວ່າ ເຊິ່ງເຮັດໃຫ້ທຸລະກຳມີລາຄາທີ່ສາມາດຈ່າຍໄດ້ ແລະ ເພີ່ມການເຂົ້າເຖິງສະກຸນເງິນຄຣິບໂຕໄດ້ຫຼາຍຂຶ້ນ.

ໃຜແດ່ທີ່ສາມາດໃຊ້ Binance Connect ໄດ້?

ບໍ່ວ່າທ່ານຈະເປັນຜູ້ຊື້ຂາຍທີ່ມີປະສົບການ ຫຼື ເປັນພຽງຜູ້ເລີ່ມຕົ້ນເຂົ້າເສັ້ນທາງສະກຸນເງິນຄຣິບໂຕກໍ່ຕາມ, Binance Connect ຈະເຮັດໃຫ້ທ່ານສາມາດຊື້ສະກຸນເງິນຄຣິບໂຕທັງໃນ ແລະ ນອກລະບົບຕ່ອງໂສ້ຢ່າງງ່າຍດາຍ. 

ດ້ວຍບັນຊີ Binance ທີ່ຜ່ານການຢືນຢັນ KYC ແລ້ວ, ທ່ານສາມາດຊື້ສະກຸນເງິນຄຣິບໂຕຜ່ານ Binance Connect ໃນແພລດຟອມ Web3 ທີ່ໄດ້ຮັບຄວາມນິຍົມ ພ້ອມເພີດເພີນໄປກັບປະສົບການທີ່ລ່ຽນໄຫຼ ແລະ ປອດໄພ.

ຂ້ອຍສາມາດໃຊ້ Binance Connect ເພື່ອຊື້ຄຣິບໂຕໄດ້ຢູ່ໃສ?

Binance Connect ເຊື່ອມໂຍງຢ່າງລ່ຽນໄຫຼກັບແພລັດຟອມ Web3 ຍອດນິຍົມທີ່ລວມມີ Binance Wallet, Trust Wallet, SafePal, MetaMask ແລະອື່ນໆ. 

ເພື່ອຊື້ສະກຸນເງິນຄຣິບໂຕ, ໃຫ້ເຂົ້າໄປທີ່ແພລັດຟອມ Web3 ທີ່ທ່ານມັກ ແລະ ເລືອກ 'Binance Connect' ເປັນຜູ້ໃຫ້ບໍລິການ.

ວິທີຊື້ສະກຸນເງິນຄຣິບໂຕດ້ວຍເງິນ Fiat ແບງ່າຍໆໂດຍໃຊ້ Binance Connect 

ຂັ້ນຕອນທີ 1: ຕິດຕັ້ງແອັບ Binance ໃນໂທລະສັບຂອງທ່ານ. ຖ້າທ່ານຍັງບໍ່ທັນລົງທະບຽນເທື່ອ, ແມ່ນຈະໃຊ້ເວລາພຽງສອງສາມນາທີເພື່ອສ້າງ ແລະ ຢືນຢັນບັນຊີຂອງທ່ານ.

ຂັ້ນຕອນທີ 2: ເຂົ້າໄປທີ່ແພລັດຟອມ Web3 ທີ່ Binance Connect ເຊື່ອມໂຍງນໍາ.

ຂັ້ນຕອນທີ 3: ເລືອກໂທເຄັນ ແລະ ຈຳນວນທີ່ທ່ານຕ້ອງການ ແລະ ເລືອກ [Binance Connect] ເປັນຜູ້ໃຫ້ບໍລິການ.

ຂັ້ນຕອນທີ 4: ແຕະທີ່ຂໍ້ສະເໜີເພື່ອເປີດແອັບ Binance, ເລືອກວິທີການຈ່າຍຊໍາລະທີ່ຕ້ອງການ ແລະ ດໍາເນີນການຊື້ຂອງທ່ານໄດ້ຢ່າງປອດໄພ.

ຂັ້ນຕອນທີ 5: ກັບໄປຫາແພລັດຟອມ Web3 ແລ້ວທ່ານກໍ່ສາມາດໃຊ້ງານໄດ້ແລ້ວ!

ເມື່ອທຸລະກຳຂອງທ່ານດໍາເນີນສຳເລັດໃນ Binance ແລ້ວ, ໃຫ້ກັບໄປຍັງແພລັດຟອມ Web3 ແລະ ຊັບສິນທີ່ຖືກຊື້ມາກໍ່ຈະພ້ອມໃຊ້ງານ.

ວິທີເຊື່ອມໂຍງ Binance Connect ກັບແພລັດຟອມຂອງທ່ານ

ຖ້າຕ້ອງການເປັນພັນທະມິດຮ່ວມທຸລະກິດ ໂດຍການເຊື່ອມຕໍ່ Binance Connect ເຂົ້າກັບແພລັດຟອມຂອງທ່ານ, ກະລຸນາສົ່ງຄຳຮ້ອງຂໍຜ່ານ ແບບຟອມນີ້. ທີມງານຂອງພວກເຮົາຈະພິຈາລະນາຂໍພາຍໃນ 14 ວັນລັດຖະການ.

ເຂົ້າຮ່ວມ Binance Connect ໃນມື້ນີ້ ແລະ ເລີ່ມຕົ້ນເສັ້ນທາງສະກຸນເງິນຄຣິບໂຕຂອງທ່ານໄດ້ຢ່າງລ່ຽນໄຫຼ. ບໍ່ວ່າທ່ານຈະຊື້ ຫຼື ຂາຍ, ໃນ ຫຼື ນອກລະບົບຕ່ອງໂສ້, ພວກເຮົາກໍ່ພ້ອມໃຫ້ບໍລິການໃຫ້ທ່ານ.

ສໍາລັບລາຍລະອຽດເພີ່ມເຕີມ, ກະລຸນາເຂົ້າໄປທີ່:

ລົງທະບຽນດຽວນີ້ - ໄດ້ຮັບສູງເຖິງ 100 USDT ໃນເງິນຄືນຄ່າທໍານຽມການຊື້ຂາຍ (ສໍາລັບຜູ້ໃຊ້ທີ່ກວດສອບ)