ອັບເດດຫຼ້າສຸດ: 4 ມິຖຸນາ 2024
ໃນບົດຄວາມນີ້, ທ່ານສາມາດຮຽນຮູ້:
ແພລັດຟອມ Cross Margin ແລະ Isolated Margin ຂອງ Binance ຮອງຮັບຟັງຊັ່ນການກູ້ຢືມອັດຕະໂນມັດ ແລະ ການຊໍາລະຄືນອັດຕະໂນມັດ ເພື່ອຊ່ວຍເຮັດໃຫ້ການຊື້ຂາຍມີຄວາມຄ່ອງຕົວຫຼາຍຂຶ້ນ. ພາຍໃຕ້ປະເພດຄໍາສັ່ງປົກກະຕິ, ຜູ້ໃຊ້ຈະວາງຄໍາສັ່ງຊື້/ຂາຍໂດຍໃຊ້ຊັບສິນສະກຸນເງິນຄຣິບໂຕຂອງເຂົາເຈົ້າ ແລະ ກູ້ຢືມດ້ວຍຕົນເອງ ແລະ ຈ່າຍຄືນ ໃນແພລັດຟອມ Margin.
ໂດຍການນໍາໃຊ້ຟັງຊັ່ນການກູ້ຢືມ ແລະ ການຊໍາລະຄືນອັດຕະໂນມັດນັ້ນ, ຜູ້ໃຊ້ສາມາດກໍານົດ leverage ສູງສຸດຂອງພວກເຂົາເພື່ອເຕີມເງິນອັດຕະໂນມັດ ແລະ ຊໍາລະຄືນຍອດຄົງເຫຼືອຂອງພວກເຂົາຕາມຄວາມຕ້ອງການ.
ຄລິກທີ່ພາກສ່ວນລຸ່ມນີ້ເພື່ອຮຽນຮູ້ວິທີການເຮັດວຽກຂອງພວກເຂົາ:
ວາງຄໍາສັ່ງຊື້/ຂາຍ ໂດຍການກູ້ຢືມຊັບສິນສະກຸນເງິນຄຣິບໂຕແບບອັດຕະໂນມັດຕາມ Leverage ສູງສຸດຂອງທ່ານ. ສະຫຼຸບແລ້ວ, ມັນເທົ່າກັບ "ການກູ້ຢືມ + ການສັ່ງ (ປົກກະຕິ)".
ກະລຸນາຮັບຮູ້:
ຫຼັງຈາກຄໍາສັ່ງຊື້/ຂາຍສໍາເລັດແລ້ວ, ແລ້ວລະບົບຈະນໍາໃຊ້ຊັບສິນສະກຸນເງິນຄຣິບໂຕທີ່ໄດ້ຮັບໂດຍອັດຕະໂນມັດ ເພື່ອຊໍາລະໜີ້ສິນຂອງຊັບສິນ. ທ່ານຈະຕ້ອງຊໍາລະຄືນດ້ວຍຊັບສິນດຽວກັນທີ່ທ່ານກູ້ຢືມ (ຕົວຢ່າງ, ຖ້າຢືມ BTC, ແລ້ວຈ່າຍຄືນໃນ BTC) ແລະ ດອກເບ້ຍຈະຖືກຊໍາລະຄືນກ່ອນເງິນຕົ້ນທຶນ. ສະຫຼຸບແລ້ວ, ມັນເທົ່າກັບ "ຄໍາສັ່ງ (ປົກກະຕິ) + ຄໍາສັ່ງທີ່ຖືກຂຽນຕື່ມແລ້ວ + ການຈ່າຍຊໍາລະຄືນ".
ຄລິກຄຳຖາມລຸ່ມນີ້ເພື່ອຮຽນຮູ້ວິທີເຮັດວຽກຂອງພວກມັນ:
1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານໃນແອັບ Binance ແລະ ໄປທີ່ [ການຊື້ຂາຍ] - [Margin].
2. ແຕະ [ອັດຕະໂນມັດ] ແລະ ປ່ຽນທີ່ປຸ່ມປ່ຽນຂ້າງໆ ການກູ້ຢືນອັດຕາໂນມັດ ແລະ ຊໍາລະຄືນອັດຕະໂນມັດ ເພື່ອເປີດໃຊ້ງານ ແລະ ປິດໃຊ້ງານ.
ກະລຸນາຮັບຮູ້ວ່າ ເມື່ອທັງສອງຟັງຊັ່ນຖືກປິດໃຊ້ງານແລ້ວ, ທ່ານຈະຊື້ຂາຍໃນປະເພດຄໍາສັ່ງປົກກະຕິ.

1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານ ແລະ ໄປທີ່ [ການຊື້ຂາຍ] - [Margin].
2. ພາຍໃຕ້ແຖບ [Cross] ຫຼື [Isolated] , ໃຫ້ຄລິກ [ຢືມ] ຫຼື [ຊໍາລະຄືນ] ເພື່ອຕັ້ງຄ່າຄວາມມັກໃນການກູ້ຢືມອັດຕະໂນມັດ ແລະ ການຊໍາລະຄືນຂອງທ່ານ.


ໂດຍການນໍາໃຊ້ເວັບໄຊນັ້ນ, ທ່ານຈະຕ້ອງເລືອກໂໝດ 'ປົກກະຕິ' ດ້ວຍຕົນເອງໃນເວລາທີ່ວາງຄໍາສັ່ງໃໝ່ເພື່ອປິດໃຊ້ງານໂໝດອັດຕະໂນມັດ.
1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານແລ້ວໄປທີ່ [ການຊື້ຂາຍ] - [Margin].
2. ພາຍໃຕ້ແຖບ [Cross] ຫຼື [Isolated] , ໃຫ້ຄລິກໃສ່ [ປົກກະຕິ].

1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານ. ໄປທີ່ໄອຄອນ wallet ແລະ ເລືອກ [Margin]. ເລື່ອນ ແລະ ຄລິກໃສ່ [ຄໍາສັ່ງ] - [ຄໍາສັ່ງ Margin] ຈາກແຖບດ້ານຊ້າຍ. ເລືອກແຖບ [ປະຫວັດຄໍາສັ່ງ] .


2. ພາຍໃຕ້ແຖບ [ປະຫວັດຄໍາສັ່ງ] , ໃຫ້ຄລິກທີ່ລູກສອນຢູ່ໃນລາຍການທີ່ເລືອກເພື່ອຂະຫຍາຍລາຍລະອຽດ. ຖັນ ປະເພດ Margin ຈະຊີ້ບອກວ່າໂໝດຄໍາສັ່ງແມ່ນ ການກູ້ຢືນອັດຕະໂນມັດ, ການຊໍາລະຄືນອັດຕາໂນມັດ ຫຼື ປົກກະຕິ.

3. ເພື່ອເບິ່ງປະຫວັດທຸລະກຳ ການກູ້ຢືນອັດຕະໂນມັດ ສະເພາະນັ້ນ, ໃຫ້ຄລິກ [ຄໍາສັ່ງ] - [ຄໍາສັ່ງ Margin] - [ການກູ້ຢືມ]. ເລືອກແຖບ [Cross] ຫຼື [Isolated] .
ກະລຸນາຮັບຊາບ, ເຖິ່ງແມ່ນວ່າຄໍາສັ່ງການກູ້ຢືມອັດຕະໂນມັດຖືກຍົກເລີກກໍຕາມ, ມັນຍັງອາດຈະສ້າງດອກເບ້ຍທີ່ກ່ຽວຂ້ອງຢູ່. ທ່ານສາມາດກວດເບິ່ງປະຫວັດຂອງດອກເບ້ຍການກູ້ຢືມຕ່າງໆຢູ່ໃນແຖບ [ການຊໍາລະຄືນ] .

4. ເພື່ອເບິ່ງປະຫວັດທຸລະກຳ ການກູ້ຢືນອັດຕະໂນມັດ ສະເພາະນັ້ນ, ໃຫ້ຄລິກ [ຄໍາສັ່ງ] - [ຄໍາສັ່ງ Margin] - [ການຈ່າຍຊໍາລະຄືນ]. ເລືອກແຖບ [Cross] ຫຼື [Isolated] .
ກະລຸນາຮັບຊາບ, ເຖິ່ງແມ່ນວ່າຄໍາສັ່ງການກູ້ຢືມອັດຕະໂນມັດຖືກຍົກເລີກກໍຕາມ, ມັນຍັງອາດຈະສ້າງດອກເບ້ຍທີ່ກ່ຽວຂ້ອງຢູ່. ດອກເບ້ຍທີ່ສ້າງຂຶ້ນຕ່າງໆຈະສະແດງຢູ່ທີ່ນີ້.
1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານໃນແອັບດັ່ງກ່າວ. ແຕະ [ການຊື້ຂາຍ] - [Margin] ແລະ ໄອຄອນ ປະຫວັດຄໍາສັ່ງ .

2. ເລືອກແຖບ [ປະຫວັດຄໍາສັ່ງ] ເພື່ອເບິ່ງປະຫວັດການຄໍາສັ່ງຊື້ອັດຕະໂນມັດ ແລະ ການຊໍາລະຄືນອັດຕະໂນມັດ. ເພື່ອເບິ່ງສະເພາະປະຫວັດທຸລະກໍາການ ກູ້ຢືມອັດຕະໂນມັດ ຫຼື ການຊໍາລະຄືນອັດຕະໂນມັດ, ໃຫ້ແຕະແຖບ [ປະຫວັດໜີ້ສິນ] ແລະ ສະຫຼັບລະຫວ່າງ [ການກູ້ຢືມ] ແລະ [ການຈ່າຍຊໍາລະຄືນ].
