ວິທີເລີ່ມຕົ້ນຟັງຊັ່ນຄ່າທຳນຽມການຊື້ຂາຍທີ່ກໍານົດໄວ້ ແລະ ຄໍາຖາມທີ່ເຫັນເລື້ອຍໆ

ເຜີຍແຜ່ເມື່ອ 2023-02-10 02:59

ຜະລິດຕະພັນ ແລະ ການບໍລິການທີ່ອ້າງອີງໃນໜ້າອາດຈະບໍ່ມີຢູ່ໃນພາກພື້ນຂອງທ່ານ. 

Binance ສະໜອງຟັງຊັ່ນຂອງບັນຊີສຳຮອງທີ່ຖືກຄຸ້ມຄອງເປັນວິທີການແກ້ໄຂທາງດ້ານເຕັກໂນໂລຊີຢ່າງດຽວ ເພື່ອຕອບສະໜອງຄວາມຕ້ອງການຂອງເຈົ້າຂອງບັນຊີ ແລະ ຜູ້ຊື້ຂາຍທີ່ກໍານົດໄວ້. Binance ບໍ່ແມ່ນສ່ວນໜຶ່ງຂອງສັນຍາໃດໆທີ່ຜູກພັນລະຫວ່າງເຈົ້າຂອງບັນຊີ ແລະ ຜູ້ຊື້ຂາຍທີ່ກໍານົດ.

ຜູ້ຊື້ຄ້າທີ່ກໍານົດອາດຈະນໍາໃຊ້ຟັງຊັ່ນຄ່າທໍານຽມການຊື້ຂາຍທີ່ກໍານົດ ເພື່ອຄິດໄລ່ຄ່າທໍານຽມການຊື້ຂາຍທີ່ກ່ຽວຂ້ອງ.

ກະລຸນາຮັບຊາບວ່າຄ່າທຳນຽມແມ່ນຄິດໄລ່ຕາມຂໍ້ມູນທີ່ປ້ອນເຂົ້າຂອງທ່ານ. ຈໍານວນເງິນທີ່ຄິດໄລ່ໂດຍໃຊ້ຟັງຊັ່ນຄ່າທໍານຽມການຊື້ຂາຍທີ່ກໍານົດ ແມ່ນເພື່ອການອ້າງອີງຂອງທ່ານເທົ່ານັ້ນ ແລະ ບໍ່ແມ່ນໃບແຈ້ງເກັບເງິນ ຫຼື ຫຼັກຖານສະແດງຄ່າໃຊ້ຈ່າຍ. ເພື່ອຫຼີກເວັ້ນຄວາມສົງໃສ, ພວກເຮົາຈະບໍ່ເກັບຄ່າທໍານຽມການຊື້ຂາຍທີ່ກໍານົດໄວ້ໃນນາມຂອງທ່ານ.

ໃຜສາມາດໃຊ້ຟັງຊັ່ນຄ່າທໍານຽມການຊື້ຂາຍທີ່ກໍານົດ?

ຜູ້ຊື້ຂາຍທີ່ກຳນົດໄວ້ຂອງບັນຊີສຳຮອງທີ່ຖືກຄຸ້ມຄອງຈະສາມາດໃຊ້ຟັງຊັ່ນຄ່າທຳນຽມການຊື້ຂາຍທີ່ກຳນົດໄວ້ເພື່ອຄຳນວນຄ່າທຳນຽມເປັນເປີເຊັນຂອງຊັບສິນທີ່ຖືຢູ່ໃນບັນຊີສຳຮອງທີ່ຖືກຄຸ້ມຄອງ.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບບັນຊີສຳຮອງທີ່ຖືກຄຸ້ມຄອງ, ກະລຸນາເບິ່ງທີ່ ວິທີຄຸ້ມຄອງຟັງຊັ່ນບັນຊີສຳຮອງທີ່ຖຶກຄຸ້ມຄອງ ແລະ ຄໍາຖາມທີ່ເຫັນເລື້ອຍໆ

ຄຸນສົມບັດຂອງຟັງຊັ່ນຄ່າທຳນຽມການຊື້ຂາຍທີ່ກຳນົດໄວ້ແມ່ນຫຍັງ?

  • ຕັ້ງຄ່າ ແລະ ປັບອັດຕາຄ່າທໍານຽມການຊື້ຂາຍທີ່ກໍານົດ;
  • ເບິ່ງຍອດຄົງເຫຼືອທັງໝົດ, ອັດຕາຄ່າທຳນຽມການຊື້ຂາຍທີ່ກຳນົດໄວ້, ຈຳນວນຄ່າທຳນຽມການຊື້ຂາຍທີ່ກຳນົດໄວ້ ແລະ ປະຫວັດຄ່າທຳນຽມການຊື້ຂາຍທີ່ກຳນົດໄວ້ສຳລັບບັນຊີສຳຮອງແຕ່ລະອັນທີ່ຖືກຄຸ້ມຄອງ;
  • ດາວໂຫຼດບົດລາຍງານຄ່າທໍານຽມການຊື້ຂາຍທີ່ກໍານົດ.

ຈະຕັ້ງຄ່າ ແລະ ປັບອັດຕາຄ່າທໍານຽມການຊື້ຂາຍທີ່ກໍານົດແນວໃດ?

1. ເຂົ້າສູ່ລະບົບບັນຊີ Binance ຂອງທ່ານ ແລະ ຄລິກ [ໂປຣໄຟລ໌] - [ບັນຊີສຳຮອງ].

2. ເລືອກ [ປະຫວັດການເຮັດທຸລະກໍາ], ຈາກນັ້ນຄລິກທີ່ [ຄ່າທຳນຽມການຊື້ຂາຍທີ່ກຳນົດໄວ້].

image

3. ຖ້າວ່ານີ້ແມ່ນຄັ້ງທຳອິດຂອງທ່ານທີ່ເຂົ້າເບິ່ງໜ້ານີ້, ທ່ານຈະເຫັນປັອບອັບພ້ອມກັບຄຳແນະນຳສຳລັບການນຳໃຊ້ຟັງຊັ່ນນີ້.

image

4. ໝາຍໃສ່ກ່ອງດ້ານຂ້າງຂອງບັນຊີສຳຮອງທີ່ຖືກຄຸ້ມຄອງທີ່ທ່ານຕ້ອງການນຳໃຊ້ (ຕັ້ງຄ່າ ຫຼື ປັບ) ອັດຕາຄ່າທຳນຽມການຊື້ຂາຍທີ່ກໍານົດໄວ້.

image

5. ຄລິກ [ການຕັ້ງຄ່າຄ່າທຳນຽມ].

image

6. ໃສ່ອັດຕາຄ່າທຳນຽມການຊື້ຂາຍທີ່ກຳນົດໄວ້ແລ້ວຄລິກ [ສະໝັກ] ເພື່ອຢືນຢັນ.

image

7. ທ່ານສາມາດເບິ່ງຕາຄ່າທຳນຽມການຊື້ຂາຍທີ່ກຳນົດໄວ້ທີ່ສະໝັກໃນໜ້າພາບລວມ.

image

Binance ຄິດໄລ່ຄ່າທໍານຽມການຊື້ຂາຍທີ່ກໍານົດໄວ້ແນວໃດ?

ສໍາລັບບັນຊີສຳຮອງທີ່ຖືກຄຸ້ມຄອງແຕ່ລະອັນ, ພາບບັນທຶກຕາມເວລາຈິງທັນທີຂອງຍອດຄົງເຫຼືອ ທັງໝົດຈະຖືກຖ່າຍໂດຍອັດຕະໂນມັດໃນເວລາ 23:59:59 (UTC+0) ປະຈໍາວັນ. ອີງຕາມບັນພາບທຶກຕາມເວລາຈິງທັນທີ, ລະບົບຈະຄິດໄລ່ຄ່າທຳນຽມການຊື້ຂາຍທີ່ກຳນົດໄວ້ໃນເວລາ 08:00:00 (UTC+0) ໃນມື້ຖັດໄປ ແລະ ນຳໃຊ້ອັດຕາຄ່າທຳນຽມຫຼ້າສຸດ  ທີ່ທ່ານຕັ້ງໄວ້. ຈໍານວນຄ່າທໍານຽມການຊື້ຂາຍທີ່ກໍານົດແມ່ນຄິດໄລ່ດັ່ງຕໍ່ໄປນີ້:

ຈໍານວນຄ່າທຳນຽມການຊື້ຂາຍທີ່ກຳນົດໄວ້ (T) = ຍອດຄົງເຫຼືອທັງໝົດ (ເປັນ T 23:59:59 UTC+0) * ຄ່າທຳນຽມການຊື້ຂາຍທີ່ກຳນົດ% (ຕັ້ງແຕ່ T+1 08:00 UTC+0) / 365 ມື້

ຄ່າທຳນຽມການຊື້ຂາຍທີ່ກຳນົດໄວ້ຈະຖືກຄຳນວນຄືນ ຖ້າບັນຊີສຳຮອງທີ່ຖືກຄຸ້ມຄອງໃດໜຶ່ງຖືກຕັດການເຊື່ອມຕໍ່ ແລະ ໄດ້ເຊື່ອມຕໍ່ຄືນໃໝ່ອີກຄັ້ງໃນໄລຍະຕໍ່ມາ.

ຂ້ອຍສາມາດເບິ່ງຫຍັງໄດ້ຈາກ [ພາບລວມ]?

ໃນໜ້າ [ຄ່າທຳນຽມການຊື້ຂາຍທີ່ກຳນົດໄວ້] , ທ່ານສາມາດເບິ່ງຂໍ້ມູນຕໍ່ໄປນີ້ໄດ້:

  • ຍອດຍັງເຫຼືອທັງໝົດ (USDT): ຍອດຍັງເຫຼືອທັງໝົດ EOD ຫຼ້າສຸດ (ເວລາສິ້ນສຸດຂອງວັນ) ເປັນ USDT;
  • %ຄ່າທໍານຽມການຊື້ຂາຍທີ່ກໍານົດໄວ້ (p.a.): ອັດຕາຄ່າທຳນຽມການຊື້ຂາຍທີ່ກຳນົດໄວ້ຫຼ້າສຸດຖືກນຳໃຊ້;
  • ຈໍານວນ (USDT): ຈໍານວນຄ່າທໍານຽມການຊື້ຂາຍທີ່ຖືກກໍານົດໄວ້ເປັນ USDT;
  • ຈໍານວນທັງໝົດ (USDT): ຈໍານວນຄ່າທໍານຽມການຊື້ຂາຍທີ່ກໍານົດໄວ້ທັງໝົດເປັນ USDT.

ທ່ານຍັງສາມາດຄັດກອງບັນຊີໂດຍບໍ່ມີການຕັ້ງຄ່າຄ່າທຳນຽມການຊື້ຂາຍທີ່ກໍານົດໄວ້ ໂດຍການໝາຍໃສ່ກ່ອງທີ່ຢູ່ຖັດຈາກ [ເຊື່ອງໂດຍບໍ່ມີການຕັ້ງຄ່າຄ່າທຳນຽມ]. ເພື່ອດາວໂຫຼດບົດລາຍງານ, ໃຫ້ຄລິກປຸ່ມ [XLSX] ຢູ່ເບື້ອງຂວາທາງເທິງ.

image

ຂ້ອຍສາມາດເບິ່ງຫຍັງໄດ້ຈາກ [ລາຍລະອຽດ]?

ເພື່ອເບິ່ງລາຍລະອຽດບັນຊີສຳຮອງທີ່ຖືກຄຸ້ມຄອງສະເພາະ, ໃຫ້ຄລິກ [ລາຍລະອຽດ] ພາຍໃຕ້ຖັນດຳເນີນການ.

ທ່ານສາມາດເບິ່ງຂໍ້ມູນຕໍ່ໄປນີ້:

  • ຍອດຍັງເຫຼືອທັງໝົດ (USDT): ຍອດຍັງເຫຼືອທັງໝົດ EOD ເປັນ USDT;
  • %ຄ່າທໍານຽມການຊື້ຂາຍທີ່ກໍານົດໄວ້ (p.a.): ອັດຕາຄ່າທຳນຽມການຊື້ຂາຍທີ່ກຳນົດໄວ້ ເກີດຂຶ້ນກັບບັນຊີສຳຮອງທີ່ຖືກຄຸ້ມຄອງນີ້;
  • ຈໍານວນ (USDT): ຈໍານວນຄ່າທໍານຽມການຊື້ຂາຍທີ່ຖືກກໍານົດໄວ້ເປັນ USDT;
  • ຈໍານວນທັງໝົດ (USDT): ຈໍານວນຄ່າທໍານຽມການຊື້ຂາຍທີ່ກໍານົດໄວ້ທັງໝົດເປັນ USDT.

ທ່ານຍັງສາມາດເບິ່ງລາຍລະອຽດສຳລັບໄລຍະເວລາສະເພາະໂດຍການປັບແຕ່ງຊ່ວງເວລາຈາກ [ໄລຍະເວລາ]. ເພື່ອດາວໂຫຼດບົດລາຍງານ, ໃຫ້ຄລິກປຸ່ມ [XLSX] ຢູ່ເບື້ອງຂວາທາງເທິງ.

image

*ໝາຍເຫດ: ຂໍ້ມູນທີ່ສະແດງໃນຄໍາຖາມທີ່ເຫັນເລື້ອຍໆນີ້ ແມ່ນການຈຳລອງເພື່ອອ້າງອີງເທົ່ານັ້ນ.

ເພື່ອສຶກສາເພີ່ມເຕີມກ່ຽວກັບບັນຊີ VIP ຂອງ Binance, ໃຫ້ເຂົ້າໄປທີ່ ໜ້າຄໍາຖາມທີ່ເຫັນເລື້ອຍໆຂອງ VIP.