🍀 Binance ປະກາດກຽມກັບມາເປີດລະບົບຖອນເງິນໄລຍະທີ 1 ແລ້ວ!

ວັນທີ 1 ພະຈິກ 2026 Binance ກຽມກັບມາເປີດລະບົບຖອນເງິນ (Withdrawals) ໃນໄລຍະທີ 1 ໂດຍມີກຳນົດການດັ່ງນີ້:

🔸ເວລາ UTC: 06:00–09:00
🔸ເວລາປະເທດລາວ: 13:00–16:00 ໂມງ

ການກັບມາເປີດຖອນເງິນໃນໄລຍະທີ 1 ນີ້ ເປັນອີກກ້າວສຳຄັນໃນການຟື້ນຟູລະບົບຫຼັງເກີດເຫດການດ້ານຄວາມປອດໄພ.

ສິ່ງສຳຄັນທີ່ຄວນຮູ້
1. ການເປີດຖອນເງິນຈະດຳເນີນເປັນໄລຍະ (Phased Rollout) ໂດຍຈະທະຍອຍເປີດແຕ່ລະ Network ແລະ Token.

2. ການຝາກເງິນ (Deposits) ຍັງເປີດໃຫ້ໃຊ້ງານຕາມປົກກະຕິ ແລະບໍ່ໄດ້ຮັບຜົນກະທົບ.

3. ໄລຍະທຳອິດຈະເລີ່ມຈາກ Network ແລະສິນຊັບທີ່ມີຜູ້ໃຊ້ຕ້ອງການຖອນສູງ.

4. ໃນຊ່ວງທຳອິດ ອາດມີຄວາມລ່າຊ້າ ຫຼືໃຊ້ເວລາປະມວນຜົນຖອນເງິນດົນກວ່າປົກກະຕິ ເນື່ອງຈາກປະລິມານການໃຊ້ງານທີ່ສູງ.

ໝາຍເຫດ: ການເປີດໃຊ້ງານແຕ່ລະ Network ແລະ Token ຈະທະຍອຍເປີດຕາມຄວາມພ້ອມ ບໍ່ແມ່ນວ່າທຸກລາຍການຈະຖອນໄດ້ພ້ອມກັນ.